ຕອນເຊົ້າຂອງວັນທີ 27 ຕຸລາ 2025, ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກກັບ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ລະຫວ່າງວັນທີ 26-87 ຕຸລາ 2025.
ໃນໂອກາດນີ້, ສາມນາຍົກລັດຖະມົນຕີ ຕ່າງໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ, ເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ລາວ, ຫວຽດນາມ ແລະ ກໍາປູເຈຍ. ສາມນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດການພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດ ລາວ – ຫວຽດນາມ – ກຳປູເຈຍ ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 15 ຕຸລາ 2025 ພ້ອມທັງໄດ້ສຳເລັດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ. ໄດ້ລົງເລິກເປິກສາຫາລື ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສາມປະເທດ ເປັນຕົ້ນ: ການພົວພັນຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ພະລັງງານ ແລະ ຂົງເຂດອື່ນໆ, ໂດຍສະເພາະ ການຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວລະຫວ່າງສາມປະເທດ ແລະອື່ນໆ. ນອກນີ້, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ຈໍານວນໜຶ່ງ.

ຕອນທ້າຍ, ສາມນາຍົກລັດຖະມົນຕີ ເຫັນດີໃຫ້ສາມປະເທດ ສືບຕໍ່ຮ່ວມມືກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ໃຫ້ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງສາມປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.


