ວັນທີ 26 ຕຸລາ 2025, ທີ່ນະຄອນຫຼວງກົວລາລໍາເປີ ຂອງມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລະຫວ່າງວັນທີ 26-28 ຕຸລາ 2025.
ໃນການພົບປະຄັ້ງນີ້, ສອງສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຕ່າງໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງໜຶ່ງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ມາເລເຊຍຄັ້ງນີ້, ຊເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ກໍຄືສາຍພົວພັນແບບພິເສດ ລະຫວ່າງສອງປະເທດ ທີ່ມີໜຶ່ງ ບໍ່ມີສອງຢູ່ໃນໂລກ. ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ຟ້າມ ມິງ ຈິງ ກໍຄືພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ແບ່ງເບົາ ແລະ ສະແດງຄວາມເຫັນໃຈ ຕໍ່ສະພາບການນໍ້າຖ້ວມທີ່ເກີດຂຶ້ນຢູ່ລາວ, ພ້ອມທັງສະແດງຄວາມເຫັນໃຈ ແລະ ເສຍໃຈຕໍ່ຜົນກະທົບຈາກໄພພິບັດທໍາມະຊາດ ແລະ ພາຍຸ ທີ່ພັດເຂົ້າຫວຽດນາມໃນໄລຍະຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ຈຳນວນຫຼາຍຫຼວງ.

ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພົນຮ່ວມມືຂອງສອງປະເທດ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕີລາຄາສູງຕໍ່ຜົນສຳເລັດການຮ່ວມມື ລະຫວ່າງສອງປະເທດ ທີ່ສືບຕໍ່ມີຂະຫຍາຍຕົວ ແລະ ຫຼາຍໂຄງການຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມທັງວາງທິດທາງການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະສອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດ ເພື່ອແນໃສ່ການເຊື່ອມໂຍງດ້ານພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເຊື່ອມໂຍງດ້ານຄົມມະນາຄົມ, ການເຊື່ອມໂຍງດ້ານພະລັງງານ ແລະອື່ນໆ. ສອງຝ່າຍ ຍັງໄດ້ເປິກສາຫາລື ເພື່ອກະກຽມໃຫ້ແກ່ການພົບປະສອງກົມການເມືອງ ທີ່ຈະມີຂຶ້ນໃນໂອກາດທີ່ການນໍາຂັ້ນສູງຂອງຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 50 ປີ ທີ່ມາເຖິງນີ້, ລວມທັງການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.

ພິເສດ, ສອງຝ່າຍ ຍັງໄດ້ຕີລາຄາວ່າ: ການພົບປະຄັ້ງນີ້ ເຖິງເວລາຈະສັ້ນ ແຕ່ກໍມີເນື້ອໃນອຸດົມສົມບູນ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານຂອງສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດ ນຳເອົາຜົນການພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຍິ່ງຂຶ້ນ.


