ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງຫົວໜ້າ ຄອສພ ພ້ອມດ້ວຍຄະນະ ພົບປະກັບໂທລະພາບຫວຽດນາມ

Oct 28, 2025

ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ,ພ້ອມດ້ວຍຄະນະ ໄດ້ໄປຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ(VTV) ໃນວັນທີ 27 ຕຸລາ 2025, ມີສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍຫໍ້ຍໃຫ້ຄະນະຜູ້ແທນລາວຮັບຮູ້ວ່າ: ໂທລະພາບຫວຽດນາມ ໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ແຜນພັດທະນາເສດຖະກິດຂອງລັດຖະບານຫວຽດນາມ ພ້ອມທັງເຮັດທຸລະກິດຫຼາຍຜະລິດຕະພັນເພື່ອເສ້າງແຫຼ່ງລາຍຮັບ ໃນການກຸ້ມຕົນເອງແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ. ປັດຈຸບັນມີພະນັກງານ3.500ຄົນ, ມີສາຂາຢູ່ 3 ນະຄອນ ຄື: ດານັງ, ໂຮ່ຈິມິ່ງ ແລະ ເກິ້ນເທີ. ສ່ວນແຜນການຈະນໍາໃຊ້ລະບົບ AI ເຂົ້າໃນວຽກງານວິຊາສະເພາະ. ຮອງຜູ້ອຳນວຍການໂທລະພາບຫວຽດນາມ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມມືສອງຝ້າຍລະຫວ່າງໂທລະພາບຫວຽດນາມແລະ ໂທລະພາບແຫ່ງຊາດລາວ ລວມທັງໂທລະພາບທ້ອງຖິ່ນຂອງລາວ,ປັດຈຸບັນແມ່ນກຳລັງວາງສີລາລຶກສ້າງຕັ້ງໂທລະພາບແຂວງຫົວພັນ.
May be an image of television, newsroom and text that says 'VN CHÀO MỪNG ĐOÀN NHÀ BÁO NƯỚC CỘNG HOAI DÂN CHỦ NHÂN DÂN ÂNLÀO LAO TỚI TH r QUYỀN HÌNH yИ NAM WELCOMET OF OFLAOP pr URNALIST DI PTION TION EMOCRATIC BLIC TELEVIS ng 10 ng10nă nă NOu 包 ชิจรินำ๒)' May be an image of text that says 'CHÀO MỪNG ĐOÀN NHÀ BÁO NƯỚC CỘNG HÒA DÂN CHỦ NHÂN TỚI THĂM Đ/ DAN DÂNLÀO LÀO TYỀN HÌNH VIPT YAM WELCOME COME TH OFLAO LAO PE RNALIST DEL SEMOCRATIC R TELEVIS ON IC MTbaa DAIDIEN'
ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ຢິງດຶກວິງ ທີ່ໄດ້ຕ້ອນຮັບຄະນະໃນຄັ້ງນີ້ ແລະ ຂອບໃຈທີ່ໂທລະພາບຫວຽດນາມໃຫ້ການຊ່ວຍເຫຼືອສື່ມວນຊົນລາວໃນໄລຍະຜ່ານມາ ເປັນຕົ້ນ:ການແລກປ່ຽນຂໍ້ມູນຂ່າວສານ, ການຜະລິດລາຍການສາລະຄະດີສໍາຄັນຕ່າງໆກ່ຽວກັບວຽກງານພັດທະນາເສດຖະກິດ-ສັງຄົມ,ການຊ່ວຍເຫຼືອປັບປຸງພື້ນຖານວັດຖຸ-ເຕັກນິກ ແລະ ອຸປະກອນໃຫ້ແກ່ໂທລະພາບແຫ່ງຊາດລາວ.ສຳລັບປີ 2025 ສື່ມວນຊົນລາວ ໄດ້ໂຄສະນາໃຫ້ແກ່ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ແລະ ການສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ ,ໃນນັ້ນ ລາວ ໄດ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຊົມການຖ່າຍທອດຕໍ່ ຜ່ານໂທລະພາບຫວຽດນາມ (VTV); ນອກນັ້ນ, ສື່ມວນຊົນລາວ ຍຫງໄດ້ໂຄສະນາສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ລວມທັງໂຄສະນາແລກປ່ຽນວັດທະນະທໍາ, ການທ່ອງທ່ຽວ, ການພົວພັນການທູດ, ສ່ອງແສງມູນເຊື້ອຄວາມສາມັກຄີພິເສດ, ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ, ການເຂົ້າຮ່ວມກອງປະຊຸມຢູ່ພາກພື້ນ ແລະ ສາກົນ ພ້ອມທັງໄດ້ຮັບເຊີນສື່ມວນຊົນລາວ ໄປເຄື່ອນໄຫວເກັບກໍາຂ່າວຢູ່ຫວຽດນາມ ແລະ ເອົາແຫຼ່ງຂ່າວຈາກສື່ທາງການຫວຽດນາມ ອອກຜ່ານສື່ມວນຊົນລາວ ແລະ ການເຄື່ອນໄຫວຕອບໂຕ້ຂ່າວທີ່ບິດເບືອນຄວາມຈິງ ຕໍ່ແນວທາງນະໂຍບາຍຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
May be an image of text
ທ່ານ ນາງ ວິລະວອນ ພັນທະວົງຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຮູ້ວ່າ: ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງລາວ ໄດ້ປັບປຸງກົງຈັກການຈັດຕັ້ງຄືນໃໝ່ ໂດຍມອບ-ໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ປັດຈຸບັນ ສື່ມວນຊົນລາວໂດຍສະເພາະວຽກງານໂທລະພາບ ຍັງພົບບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍ ບໍ່ໜ້ອຍ ເປັນຕົ້ນ: ບາງລະບົບເຕັກນິກ ຍັງເປັນລະບົບເກົ່າ ແລະ ເປ່ເພ, ພາບສຽງທີ່ກະຈາຍອອກບາງອັນຍັງບໍ່ລະອຽດຊັດເຈນ ແລະ ການຜະລິດເນື້ອໃນ ຍັງບໍ່ທັນດືງດູດຜູ້ເບິ່ງຜູ້ຊົມເທົ່າທີ່ຄວນ ລວມເຖິງການສ້າງລາຍຮັບດ້ານວິຊາການ ຍັງບໍ່ທັນສາມາດກຸ້ມຕົນເອງໄດ້ ລວມທັງບຸກຄະລາກອນທີ່ຊໍານານງານ ຍັງມີຈຈໍາກັດ. ຕໍ່ກັບບັນຫາດັ່ງກ່າວ ຈຶ່ງສະເໜີໃຫ້ ຄະນະນໍາ ໂທລະພາບຫວຽດນາມ ສືບຕໍ່ ໃຫ້ການຊ່ວຍເຫຼືອແກ່ຝ່າຍລາວ ໂດຍສະເພາະໃນໂອກາດທີ່ລາວ ຈະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີທີ່ຈະມາເຖິງ.
ພາບ: ສຳນານ