ທ່ານ ຫຼີສຽງ ນາຍົກຈີນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 20

ວັນທີ 27 ຕຸລານີ້, ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 20 ໄດ້ໄຂຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ໂອກາດດັ່ງກ່າວ, ທ່ານ ຫຼີສຽງ ກ່າວວ່າ: ຕະຫຼອດໄລຍະ20ປີນັບແຕ່ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທຳອິດ ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີມານີ້, ໄດ້ເສີມຂະຫຍາຍບົດບາດສ້າງສັນໂດຍລວມ, ຊຸກຍູ້ສະຖຽນລະພາບແລະການພັດທະນາຢ່າງວ່ອງໄວຂອງພາກພື້ນ. ຈີນຍິນດີຮ່ວມກັບບັນດາຝ່າຍຍຶດໝັ້ນອຸດົມການແຕ່ຫົວທີຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ເຄື່ອນໄຫວຢ່າງຕັ້ງໜ້າໂດຍສຸມໃສ່ຂໍ້ລິເລີ່ມການບໍລິຫານທົ່ວໂລກ, ສຸມຄວາມພະຍາຍາມຮ່ວມກັນເພື່ອເພີ່ມພະລັງແຮງສ້າງສັນຫຼາຍກວ່າເກົ່າໃຫ້ສັນຕິພາບ ແລະການພັດທະນາຂອງພາກພື້ນ. ໜຶ່ງແມ່ນ ຍຶດໝັ້ນເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ສອງແມ່ນສຸມກຳລັງເຂົ້າໃນການແກ້ໄຂບັນຫາພົ້ນເດັ່ນ, ສາມແມ່ນປະຕິຮູບແລະບູລະນະລະບົບລະບຽບການໃຫ້ສົມບູນຂຶ້ນ.
ທ່ານ ອັນວາ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ປະເທດປະທານໝູນວຽນຂອງອາຊຽນໄດ້ເປັນປະທານກອງປະຊຸມສຸດຍອດອາຊີຕາເວນອອກຄັ້ງນີ້ ເຊິ່ງໄດ້ຮັບຮອງເອົາຖະແຫຼງການກົວລາລຳເປີກ່ຽວກັບກອງປະຊຸມສຸດຍອດອາຊີຕາເວນອອກ ຄົບຮອບ 20 ປີ ແລະ ຖະແຫຼງການຜູ້ນຳຂອງກອງປະຊຸມສຸດຍອດອາຊີຕາເວັນອອກກ່ຽວກັບການເຄື່ອນໄຫວປ້ອງກັນໄພພິບັດຂອງບັນດາປະເທດ ເພື່ອເພີ່ມທະວີການກຽມຄວາມພ້ອມແລະຮັບມືກັບໄພພິບັດ.

