ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

Oct 29, 2025

ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ 9 ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 28 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນທັງໝົດ 389 ສະຫາຍ, ຍິງ 87 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກກຳມະບານທົ່ວປະເທດ 211.092 ສະຫາຍ, ຍິງ 99. 531 ສະຫາຍ ຈາກທຸກຂົງເຂດວຽກງານໃນຂອບເຂດທົ່ວປະເທດ.
May be an image of dais and text May be an image of dais and text
ສະຫາຍ ເລັດ ໄຊຍະພອນ ມີຄຳເຫັນປິດກອງປະຊຸມໃຫຍ່ວ່າ: ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ 9 ໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດທີ່ຟົດຟື້ນ, ບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຄື: ບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2026 ຫາ 2030; ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ 4 ແລະ ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ 5, ຮັບຮອງເອົາການປັບປຸງກົດລະບຽບສະຫະພັນກຳມະບານລາວ ສະໄໝທີ 9; ຮັບຮອງເອົາເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ; ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ 8, ຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດ ຄັ້ງທີ 9 .
May be an image of text May be an image of table and text
ຜູ້ແທນສົມບູນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ 9, ມີຜູ້ສະໝັກ 66 ສະຫາຍ, ເລືອກເອົາ 61 ສະຫາຍ, ຍິງ 20 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາສະຫາຍ ເລັດ ໄຊຍະພອນ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ພອນສານ ວິໄລເມັ້ງ, ສະຫາຍ ວິໄລ ວົງຂະເສີມ ແລະ ສະຫາຍ ທອງຈັນ ພູມີພັນ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ວິໄລ ວົງຂະເສີມ ເປັນປະທານກວດກາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາສະຫາຍ ນາງ ສາຍປານີ ສົມສະນິດ ແລະ ສະຫາຍນາງ ເກດມະນີ ຈຸນລະມະນີ ເປັນຮອງປະທານກວດກາ. ຕອນທ້າຍກອງປະຊຸມໃຫຍ່ຍັງໄດ້ຮັບກຽດຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັມທິດຊີ້ນໍາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານກຳມະບານລາວໃນຂອບເຂດທົ່ວປະເທດໃຫ້ພັດທະນາ ເຕີບໃຫ່ຍຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.