ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດກາຄືນການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

Oct 29, 2025

ກອງປະຊຸມກວດກາຄືນ ການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຫຼື ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ຂອງອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ ຈັດຂຶ້ນໃນວັນທີ 28 ຕຸລາ 2025 ທີ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ມີພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ພ້ອມດ້ວຍຄະນະນຳກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ບັນດາກົມກອງກ່ຽວຂ້ອງ, ເລຂາຊ່ວຍວຽກຄະນະອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ເຂົ້າຮ່ວມ.
ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຮັບຜິດຊອບ ຊີ້ນຳກ້ອນກໍາລັງສວນສະໜາມ ແລະ ສະຖານທີ່ຜາມໄຊ ໄດ້ລາຍງານການຈັດຕັ້ງຫັດແອບ ກໍາລັງກ້ອນສວນສະໜາມ ແລະ ກະກຽມວຽກງານຈັດຕັ້ງສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍຫຍໍ້ ກ່ຽວກັບບັນດາໜ້າວຽກໃນຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດວ່າ: ສໍາລັບກຳລັງ ປກຊ ໄດ້ຈັດຕັ້ງກຳລັງເຂົ້າຫັດແອບເລີ່ມແຕ່ ວັນທີ 8 ກັນຍາ 2025 ເປັນຕົ້ນມາ ແບ່ງເປັນ 2 ສູນໃຫຍ່ ຄື: ສູນກົມມະດໍາ ມີ 5 ກ້ອນ ແລະ ສູນຫຼັກ 27 ມີ 4 ກ້ອນ. ນອກນັ້ນ, ຍັງມີ 9 ກ້ອນ ທີ່ຫັດແອບຢູ່ກົມກອງ ຄື: ກອງພັນໃຫຍ່ 279, ກອງພັນໃຫຍ່ 11, ກອງພັນໃຫຍ່ 497, ກອງພັນໃຫຍ່ 605, ກອງພັນໃຫຍ່ 703, ໂຮງຮຽນ 301, ໂຮງງານ 209 ແລະ ວິທະຍາຄານພະລາທິການ. ໄລຍະຜ່ານມາ, ໄດ້ຈັດຕັ້ງຫັດແອບລວບລວມປະສານກ້ອນກອງທັບແລ້ວ 4 ຄັ້ງ ຢູ່ເດີ່ນຫັດແອບສວນສະໜາມວິທະຍາຄານນາຍທະຫານບົກກົມມະດຳ (ເລີ່ມແຕ່ການເດີນຂອງຈຸທຸງຊາດ-ທຸງພັກ ຮອດກ້ອນນັກຮຽນນ້ອງນ້ອຍ) ແລະ ໄດ້ຖອດຖອນບົດຮຽນ ຊອກຫາວິທີແກ້ໄຂ, ມອບໃຫ້ຄະນະຊີ້ນໍາ, ຄູເຝິກບັນດາກ້ອນສວນສະໜາມສືບຕໍ່ກວດກາປັບປຸງການຫັດແອບຕາມຫຼັກການ ແລະ ການຊີ້ນໍາ. ມາຮອດປັດຈຸບັນ ບັນດາໜ້າວຽກຢູ່ໃນຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ ມີຄວາມພ້ອມທຸກດ້ານ. ຈາກນັ້ນ, ບັນດາຄະນະອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນຂຶ້ນລາຍງານການກະກຽມຄວາມພ້ອມໃນທຸກດ້ານ ຂອງບັນດາໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງແກ້ໄຂບັນດາໜ້າວຽກທີ່ຍັງຄົງຄ້າງ, ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການ ເພື່ອຮັບປະກັນໃຫ້ການເດີນສວນສະໜາມ ໃນພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 2 ທັນວາປີນີ້ ມີຄວາມເປັນເອກະພາບສູງ, ຈົບງາມ ແລະ ເຂັ້ມແຂງ.
ພົນເອກ ຈັນສະໝອນ ຈັນຍາລາດ ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳ ແລະ ຕອບຄຳສະເໜີ ຂອງບັນດາອະນຸກຳມະການ ຮັບຜິດຊອບແຕ່ລະພາກສ່ວນ ທີ່ໄດ້ພ້ອມກັນມີຄໍາເຫັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ໃນການກະກຽມຈັດຕັ້ງສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ. ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາອະນຸກຳມະການ, ຄະນະຮັບຜິດຊອບ ແລະ ກຳລັງແຕ່ລະພາກສ່ວນ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສໍາເລັດຕາມແຜນການດ້ວຍໝາກຜົນອັນຈົບງາມ.
ໂດຍ: ເພັດ ສົມນໍວັນ