ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈໍາລາວຮ່ວມກັບກົມຮູບເງົາ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ເປີດງານເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2025 ໃນວັນທີ 29 ຕຸລາ 2025 ທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ, ມີທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ, ຜູ້ປະຈໍາການສູນກາງແນວລາວສ້າງຊາດ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮວ່ມ.
ທ່ານ ນາງ ດາລານີ ພົມມະວົງສາ ມີຄໍາເຫັນວ່າ: ພິທີສາຍຮູບເງົາດີເດັ່ນລາວ-ຈີນຄັ້ງປະຖົມມະເລີກປະຈໍາປີ 2025 ເປັນສັນຍາລັກທີ່ສຳຄັນຂອງການເຊື່ອມຕໍ່ຈິດໃຈລະຫວ່າງປະຊາຊົນຈີນ ແລະ ລາວ ຜ່ານຮູບພາບ ແລະ ເລື່ອງລາວທີ່ໜ້າສົນໃຈ, ສະທ້ອນໃຫ້ເຫັນເຖິງສາຍພົວພັນດ້ານວັດທະນະທໍາອັນເລິກເຊິ່ງລະຫວ່າງສອງຊາດລາວ-ຈີນ ພ້ອມທັງ ສົ່ງເສີມສາຍພົວພັນທີ່ໃກ້ຊິດລະຫວ່າງປະຊາຊົນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຫວາງຊາງ ອຸປະທູດຈີນປະຈຳລາວ ມີຄໍາເຫັນວ່າ: ເທດສະການຮູບເງົາດີເດັ່ນລາວ-ຈີນຄັ້ງນີ້ ໄດ້ຈັດຕັ້ງປະຕິບັດມາຫຼາຍປີແລ້ວ, ໃນແຕ່ລະປີມີຮູບເງົາທີ່ດີເດັ່ນຂອງຈີນທີ່ພາກສຽງເປັນພາສາລາວຢ່າງຫຼວງຫຼາຍ, ໂດຍໄດ້ນຳສະເໜີການພັດທະນາ ແລະ ການຫັນປ່ຽນຂອງຈີນ, ຄວາມກ້າຫານ ດຸໝັ່ນຂະຫຍັນພຽນຂອງປະຊາຊົນ ແລະ ຄວາມຫຼາກຫຼາຍຂອງວັດທະນະທໍາໃຫ້ຜູ້ຊົມລາວຢ່າງມີຊີວິດຊີວາ ເພື່ອສ້າງຂົວເຊື່ອມຕໍ່ມິດຕະພາບລະຫວ່າງຈີນ-ລາວ ໂດຍຜ່ານຮູບເງົາ.

ເທດສະການຮູບເງົາດີເດັ່ນລາວ-ຈີນປະຈໍາປີ 2025 ຈັດຂື້ນໃນໂອກາດສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ 76 ປີ ແລະ ຕ້ອນຮັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ສໍາລັບຮູບເງົາດີເດັ່ນລາວ-ຈີນພາກເປັນພາສາລາວມີ 2 ເລື່ອງ ຄື: ສະບາຍດີອີ່ແມ່ ແລະ ມະນຸດດວງຈັນ. ພາຍຫຼັງເປີດພິທີຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນແລ້ວ ທີມງານຈະເດີນສາຍຮູບເງົາຢູ່ 3 ແຂວງຂອງລາວຄື: ຫົວພັນ, ຫຼວງພະບາງ ແລະ ຈໍາປາສັກ ຈະດຳເນີນໄປຮອດທ້າຍເດືອນພະຈິກປີ 2025 ຈື່ງຈະສໍາເລັດ.
ຂ່າວ : ບັນລັງທອງ


