ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງບູຮານ ຢົງໂຈ່ວ-ຖະໜົນສາມເສັ້ນ ແລະ ສອງທາງຮ່ອມ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ອງທີ່ນະຄອນໜານໜິງຂອງຈີນ

Nov 5, 2025

ເມືອງບູຮານ ຢົງໂຈ່ວ-ຖະໜົນສາມເສັ້ນ ແລະ ສອງທາງຮ່ອມ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ອງທີ່ນະຄອນໜານໜິງຂອງຈີນ
ໜານໜິງ ແມ່ນເທດສະບານຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຢູ່ທາງພາກໃຕ້ຂອງຈີນ, ເປັນເມືອງໜຶ່ງທີ່ເຕັມໄປດ້ວຍແຫຼ່ງທ່ອງທ່ຽວທີ່ໜ້າສໍາຜັດ ແລະ ພັກຜ່ອນຢ່ອນອາລົມ. ໜຶ່ງໃນນັ້ນແມ່ນເມືອງບູຮານຢົງໂຈ່ວ-ຖະໜົນສາມເສັ້ນ ແລະ ສອງທາງຮ່ອມ ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືຊາ ແລະ ຕ້ອງໄດ້ໄປສໍາຜັດເມື່ອນັກທ່ອງທ່ຽວມາເຖິງນະຄອນໜານໜິງ.
ເມືອງບູຮານ ຢົງໂຈ່ວ (Yongzhou Ancient City ) ເປັນແຫຼ່ງທ່ອງທ່ຽວລະດັບ 4A ແຫ່ງຊາດ, ຕັ້ງຢູ່ເຂດພື້ນທີ່ສຳຄັນທາງປະຫວັດສາດ ມີອາຍຸຫຼາຍກວ່າພັນປີ ແລະ ເປັນເຂດດໍາເນີນທຸລະກິດທີ່ຄຶກຄື້ນທີ່ສຸດ, ເປັນໂຄງການອະນຸລັກ ແລະ ຟື້ນຟູທີ່ມີຄວາມໝາຍທາງປະຫວັດສາດ ແລະ ວັດທະນະທຳສູງທີ່ສຸດຂອງໜານໜິງ, ມີການປະສົມປະສານລະຫວ່າງທຸລະກິດ, ວັດທະນະທຳ ແລະ ການທ່ອງທ່ຽວສູງທີ່ສຸດ. ເປັນໂຄງການສໍາຄັນທາງຍຸດທະສາດໃນເຂດເມືອງເກົ່າຂອງໜານໜິງ, ປະກອບດ້ວຍສາມຖະໜົນຫຼັກ ແລະ ສອງທາງຮ່ອມ, ຖະໜົນຈົງຊານ ແລະ ຖະໜົນຕາມແຄມນໍ້າ. ເຂດປະຫວັດສາດວັດທະນະທຳ ສາມຖະໜົນ-ສອງທາງຮ່ອມໃນເມືອງບູຮານຢົງໂຈ່ວ ແມ່ນໂຄງ ການທຳອິດທີ່ສ້າງສຳເລັດ ແລະ ເປີດໃຫ້ບໍລິການແກ່ສັງຄົມ.
ເມືອງບູຮານດັ່ງກ່າວ ມີປະຫວັດຄວາມເປັນມາໃນສະໄໝລາຊະວົງຊົ່ງ, ກວມເອົາເນື້ອທີ່ປະມານ 150 ເອເຄີ່ ຫຼື ປະມານເກືອບ 380 ໄຮ່. ມີມູນຄ່າການລົງທຶນປະມານ 4.09 ຕື້ຢວນ. ສາມຖະໜົນດັ່ງກ່າວໄດ້ແກ່ ຖະໜົນ Xingning, ຖະໜົນ Minsheng ແລະ ຖະໜົນ Jiefang; ສ່ວນສອງທາງຮ່ອມ ລວມມີ: ທາງຮ່ອມ Jinshi ແລະ ທາງຮ່ອມ Yinshi.
ຢູ່ເຂດສະຖານທີ່ທ່ອງທ່ຽວດັ່ງກ່າວ ລວມມີສະຖານທີ່ອະນຸລັກ ແລະ ສະຖານທີ່ທາງປະຫວັດສາດຫຼາຍກວ່າ 20 ແຫ່ງໃນທຸກລະດັບ ເຊັ່ນ: ວັດເທບພະເຈົ້າເມືອງໜານໜິງ, ຫໍລະນຶກເຕິ້ງຢິງຊາ, ຫໍພິພິທະພັນເມືອງໜານໜິງ, ອາຄານທີ່ພັກອາໄສ Jinshi Lane, ໂຮງລະຄອນໃຫຍ່ຈົງຮວາ ແລະ ອື່ນໆ. ປະຊາຊົນໄດ້ສ້າງເປັນເຮືອນແບບດັ້ງເດີມດ້ວຍດິນຈີ່ສີຟ້າ, ກະເບື້ອງສີຟ້າ ແລະ ກໍາແພງສີນ້ຳໃສ. ສະແດງໃຫ້ເຫັນວັດທະນະທຳການຄ້າແບບດັ້ງເດີມຂອງໜານໜິງ. ວັດທະນະທຳທາງຖະໜົນ, ວັດທະນະທຳອາຫານ, ວັດທະນະທຳລະຄອນໂອເປຣາຢົງຈູ ແລະ ວັດທະນະທຳປະຕິວັດຂອງໜານໜິງ, ຖືເປັນແກນສຳຄັນຂອງເມືອງເກົ່າຢົງໂຈ່ວ.
ນັບແຕ່ເປີດໃຫ້ບໍລິການໃນປີ 2018, ຖະໜົນສາມເສັ້ນ -ສອງທາງຮ່ອມຂອງເມືອງເກົ່າຢົງໂຈ່ວ ໄດ້ຮັບຫຼາຍກຽດຕິຍົດຢ່າງຕໍ່ເນື່ອງ ລວມມີ: ຖືກຈັດຢູ່ໜຶ່ງໃນກຸ່ມທຳອິດຂອງກຸ່ມວັດທະນະທຳ ແລະ ການທ່ອງທ່ຽວຕອນກາງຄືນລະດັບຊາດ, ກຸ່ມທຳອິດຂອງເຂດທ່ອງທ່ຽວ ແລະ ພັກຜ່ອນລະດັບຊາດ, ກຸ່ມທີສາມຂອງເຂດປະຫວັດສາດວັດທະນະທຳລະດັບພາກພື້ນ, ສວນຕົວແບບອຸດສາຫະກຳວັດທະນະທຳລະດັບພາກພື້ນ, ຖະໜົນຄົນຍ່າງລະດັບພາກພື້ນກວາງຊີ, ເຂດທ່ອງທ່ຽວ ແລະ ພັກຜ່ອນກວາງຊີ, ສິບເຂດວັດທະນະທຳຕອນກາງຄືນຊັ້ນນຳຂອງກວາງຊີ, ຍີ່ຫໍ້ວັດທະນະທຳ ແລະ ການທ່ອງທ່ຽວຕອນກາງຄືນຂອງກວາງຊີ ໄດ້ກາຍເປັນພື້ນທີ່ຫຼັກໃນການສືບທອດມໍລະດົກທາງປະຫວັດສາດ ແລະ ວັດທະນະທຳເມືອງເກົ່າຢົງໂຈ່ວ, ສະແດງໃຫ້ເຫັນເຖິງມົນສະເໜ່ຂອງນະຄອນໜານໜິງ ແລະ ເປັນຍີ່ຫໍ້ທີ່ມີຄຸນຄ່າໃນການພັດທະນານະຄອນໜານໜິງໃຫ້ເປັນເມືອງປະຫວັດສາດວັດທະນະທຳແຫ່ງຊາດ.
ສໍາຫຼັບຖະໜົນສາມເສັ້ນ ແລະ ສອງທາງຮ່ອມຂອງເມືອງເກົ່າຢົງໂຈ່ວ ຖືກກໍານົດ ຕຳແໜ່ງເປັນ “ຖະໜົນແບບຈີນທີ່ມີມົນສະເໜ່” ໂດຍມຸ່ງເນັ້ນໃສ່ເປົ້າໝາຍ “ເຂດແຫ່ງການຮັບຜິດຊອບມໍລະດົກປະຫວັດສາດອາຍຸພັນປີ ແລະ ຫ້ອງຮັບແຂກວັດທະນະທຳເມືອງ”, ສົ່ງເສີມການພັດທະນາແບບປະສົມປະສານລະຫວ່າງວັດທະນະທຳ, ການທ່ອງທ່ຽວ ແລະ ອຸດສາຫະກຳສ້າງສັນ, ຍົກລະດັບການບໍລິໂພກ, ສ້າງເປັນສາມພາກສ່ວນທຸລະກິດຕົ້ນຕໍ ຄື: ສະຖານທີ່ວັດທະນະທຳ ແລະ ຫໍພິພິທະພັນ, ສິລະປະເມືອງ ແລະ ທຸລະກິດ. ສິ່ງນີ້ຖືເປັນການສ້າງເຂດທ່ອງທ່ຽວການບໍລິໂພກໃໝ່ທີ່ປະສົມປະສານລັກສະນະທາງປະຫວັດສາດ ແລະ ວັດທະນະທຳຂອງເມືອງເກົ່າຢົງໂຈ່ວ ເຂົ້າກັບແນວທາງສາກົນ ແລະ ຄວາມຕ້ອງການຂອງສັງຄົມໃນປັດຈຸບັນ.
ປັດຈຸບັນ, ເມືອງເກົ່າຢົງໂຈ່ວ ຖືເປັນຈຸດທ່ອງທ່ຽວທີ່ສໍາຄັນ ແລະ ມີຊື່ສຽງທີ່ສຸດຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ.