ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ກຽມພ້ອມກ້າວເຂົ້າສູ່ແຜນພັດທະນາ 5 ປີ ຄັ້ງທີ 15 ດ້ວຍຄຸນນະພາບໃໝ່ທີ່ສູງຂຶ້ນກວ່າເກົ່າ

Nov 5, 2025

ຈີນ ກຽມພ້ອມກ້າວເຂົ້າສູ່ແຜນພັດທະນາ 5 ປີ ຄັ້ງທີ 15 ດ້ວຍຄຸນນະພາບໃໝ່ທີ່ສູງຂຶ້ນກວ່າເກົ່າ
ເມື່ອບໍ່ດົນມານີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະຄັ້ງ​ທີ 4 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຖືເປັນກອງປະຊຸມສໍາຄັນທີ່ທົ່ວໂລກຕ່າງໃຫ້ຄວາມສົນໃຈ ເພາະເປັນກອງປະຊຸມທີ່ເນັ້ນໃສ່ເປິກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປິ ຄັ້ງທີ 15 ຂອງຈີນ (2026- 2030) ຫຼືເອີ້ນຫຍໍ້ວ່າ: ແຜນພັດທະນາ 5 ປີ ຄັ້ງທີ 15, ເພາະການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 14 ຈະສິ້ນສຸດໃນປີ 2025.
ກອງປະຊຸມຄົບຄະນະຄັ້ງນີ້ໄດ້ເນັ້ນໜັກວ່າ: ການພັດທະນາເສດຖະກິດ-ສັງຄົມຂອງຈີນໃນໄລຍະແຜນພັດທະນາ 5 ປີ ຄັ້ງທີ 15 ຕ້ອງປະຕິບັດຕາມຫຼັກການທີ່ຍຶດໝັ້ນການນໍາພາລວມຂອງພັກຄອມມູນິດຈີນ ໂດຍຖືເອົາປະຊາຊົນຢູ່ເໜືອກວ່າທຸກສິ່ງຢ່າງ, ການພັດທະນາທີ່ມີຄຸນນະພາບສູງ, ການປະຕິຮູບທີ່ເລິກເຊິ່ງກວ່າເກົ່າໃນທຸກດ້ານ, ປະສົມປະສານລະຫວ່າງຕະຫຼາດທີ່ມີປະສິດທິພາບ ແລະ ລັດຖະບານທີ່ມີປະສິດທິພາບ, ຍຶດໝັ້ນປະສານງານການພັດທະນາ, ຄວາມໝັ້ນຄົງ ແລະອື່ນໆ.
ກອງປະຊຸມໄດ້ກໍານົດເປົ້າໝາຍການສ້າງແຜນພັດທະນາເຊັ່ນ: ຕ້ອງບັນລຸຜົນສໍາເລັດທີ່ສໍາຄັນໃນການພັດທະນາທີ່ມີຄຸນນະພາບສູງ, ຍົກລະດັບການເພິ່ງຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີໃຫ້ສູງຂຶ້ນຢ່າງຈະແຈ້ງ, ການປະຕິຮູບເລິກເຊິ່ງໃນທຸກດ້ານບັນລຸຄວາມກ້າວໜ້າໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ເປີດປະຕິສູ່ພາຍນອກໃນລະດັບສູງ ແລະອື່ນໆ ເພື່ອເຮັດໃຫ້ເສດຖະກິດຈີນສືບຕໍ່ເຕີບໂຕຢ່າງຕໍ່ເນື່ອງໃນ 5 ປີຕໍ່ໜ້າ ແລະ ພາຍໃນປີ 2035 ຈີນຈະບັນລຸການກ້າວກະໂດດທີ່ສໍາຄັນທັງໃນດ້ານຄວາມເຂັ້ມແຂງດ້ານເສດຖະກິດ, ຄວາມເຂັ້ມແຂງດ້ານວິທະຍາສາດເຕັກໂນໂລຊີ, ຄວາມເຂັ້ມແຂງດ້ານການປ້ອງກັນປະເທດ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນໃນລະດັບດຽວກັບປະເທດພັດທະນາປານກາງ, ປະຊາຊົນມີຊີວິດທີ່ມີຄວາມສຸກ, ນັບມື້ດີຂຶ້ນກວ່າເກົ່າ ແລະອື່ນໆ.
ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ແມ່ນໄລຍະສໍາຄັນຍິ່ງສໍາລັບການວາງຮາກຖານ ແລະ ການຊຸກຍູ້ສັງຄົມນິຍົມທັນສະໄໝຂອງຈີນໃນທຸກດ້ານ. ແຜນພັດທະນາດັ່ງກ່າວ ຈຶ່ງມີບົດບາດສໍາຄັນທີ່ສືບທອດຜົນສໍາເລັດອັນເກົ່າໄປສູ່ຜົນສໍາເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າໃນຂະບວນການບັນລຸສັງຄົມນິຍົມທັນສະໄໝໂດຍພື້ນຖານຂອງຈີນ. ໂດຍລວມແລ້ວຍຸດທະສາດການພັດທະນາຂອງແຜນພັດທະນານີ້ ມີສອງດ້ານທີ່ມີຄວາມໂດດເດັ່ນເປັນພິເສດ ຄື: ດ້ານນະວັດຕະກໍາ ຫຼື ການປະດິດສ້າງໃໝ່ ແລະ ການຍຶດໝັ້ນຖືເອົາປະຊາຊົນຢູ່ເໜືອທຸກສິ່ງຢ່າງ.
ການມຸ່ງເນັ້ນໃສ່ດ້ານການປະດິດສ້າງໃໝ່ ຈະກວມເອົາການສ້າງລະບົບອຸດສາຫະກໍາທີ່ທັນສະໄໝ, ການສ້າງ ແລະ ເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກໍາຈະເລີນ ໃໝ່ ແລະ ອຸດສາຫະກໍາແຫ່ງອະນາຄົດ, ເລັ່ງລັດພັດທະນາຄວາມສາມາດເພິ່ງຕົນເອງດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ ແລະ ການເສີມສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອນໍາໄປສູ່ການພັດທະນາກໍາລັງການຜະລິດທີ່ມີຄຸນນະພາບໃໝ່, ການສ້າງຕະຫຼາດພາຍໃນທີ່ເຂັ້ມແຂງ ແລະ ເລັ່ງສ້າງຮູບແບບການພັດທະນາໃໝ່. ການມຸ່ງໜ້າສູ່ “ການປະດິດສ້າງໃໝ່” ກໍຄື ການເຊື່ອມໂຍງດິຈິຕອນ ແລະ ຄວາມທັນສະໄໝ ຈະເຮັດໃຫ້ຈີນເຂົ້າໃຈເຖິງຄວາມຄິດລິເລີ່ມໃນການພັດທະນາຢ່າງແທ້ຈິງ.
ສໍາຫຼັບການຍຶດໝັ້ນຖືເອົາປະຊາຊົນຢູ່ເໜືອທຸກສິ່ງຢ່າງ ແມ່ນໜຶ່ງໃນຫຼັກການທີ່ຕ້ອງປະຕິບັດໃນການພັດທະນາເສດຖະກິດ-ສັງຄົມໄລຍະແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ. ກອງປະຊຸມຄົບຄະນະ ໄດ້ສະເໜີໃຫ້ເພີ່ມຄວາມພະຍາຍາມຄຸ້ມຄອງ ແລະ ພັດທະນາຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນຢ່າງ​ບໍ່​ຢຸ​ດ​ຢັ້ງ, ພ້ອມທັງໄດ້ເນັ້ນໜັກກ່ຽວກັບ “ການລົງທຶນໃສ່ປະຊາຊົນ” ໂດຍຊີ້ໃຫ້ເຫັນວ່າ: ການຂະຫຍາຍຕົວຂອງຄວາມຕ້ອງການພາຍໃນຂອງຈີນ ຈໍາເປັນຕ້ອງປະສົມປະສານກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນກັບການຊຸກຍູ້ສົ່ງເສີມການບໍລິໂພກ, ການປະສົມປະສານການລົງທຶນໃສ່ສິນຄ້າກັບການລົງທຶນໃສ່ປະຊາຊົນຕ້ອງປະຕິບັດຢ່າງໃກ້ຊິດກັນ ເພື່ອ​ເຮັດ​ໃຫ້​ໝາກ​ຜົ​ນ​ຂອງ​ການ​ສ້າງ​ສາ​ຄ​ວາ​ມ​ທັນ​ສະ​ໄໝ​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຖ້​ວນ​ໜ້າ​ຫຼາຍກວ່າ ແລະ ຍຸ​ຕິ​ທຳ​ກວ່າ​ເກົ່າ. ສິ່ງເຫຼົ່ານີ້ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມທັນສະໄໝແບບຈີນແມ່ນໃຫ້ຄວາມສໍາຄັນກັບຊີວິດການເປັນຢູ່ຂອງປະຊາຊົນ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ.
ແຜນພັດທະນາ 5 ປີ ຄັ້ງທີ 15 ຈະນໍາໄປຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຢ່າງເປັນທາງການໃນກອງປະຊຸມສອງສະພາ (ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ) ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕົ້ນປີ 2026 ເຮັດໃຫ້ທົ່ວໂລກຕ່າງໃຫ້ຄວາມສົນໃຈ ແລະ ຕິດຕາມຢ່າງຕໍ່ເນື່ອງ ເພາະນອກຈາກແຜນພັດທະນາດັ່ງກ່າວ ຈະເຮັດໃຫ້ເສດຖະກິດ-ສັງຄົມຂອງຈີນ ນັບມື້ເຕີບໂຕຢ່າງໝັ້ນທ່ຽງດ້ວຍຄຸນນະພາບໃໝ່ ແລະ ໃນລະດັບສູງກວ່າເກົ່າແລ້ວ, ຍັງຈະສົ່ງຜົນດີຕໍ່ຫຼາຍປະເທດຢູ່ໃນໂລກທີ່ມີການພົວພັນຮ່ວມມືກັບຈີນ ເພາະໃນແຜນພັດທະນາ 5 ປີຄັ້ງທີ 15, ຈີນຈະເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ, ຈະແບ່ງປັນໂອກາດ ແລະ ຮ່ວມກັນພັດທະນາກັບປະເທດຕ່າງໆຢູ່ໃນໂລກ ເພື່ອສ້າງສະພາບໃໝ່ແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍອາໄສຈີນທີ່ເປັນປະເທດຕະຫຼາດໃຫຍ່ຂອງໂລກ, ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກ ແລະ ການພັດທະນາຫຼາຍດ້ານຂອງຈີນແມ່ນຢູ່ອັນດັບຕົ້ນໆຂອງໂລກ. ສິ່ງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການ ແລະ ຄວາມເອົາໃຈໃສ່ຂອງຈີນຢ່າງຕັ້ງໜ້າໃນການເສີມສ້າງການຮ່ວມມືສາກົນໄປສູ່ຄຸນນະພາບໃໝ່ໃຫຍ່ຫຼວງກວ່າເກົ່າ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມກັນພັດທະນາໃຫ້ຈະເລີນກ້າວໜ້າ.
ໃນນີ້ ເວົ້າສະເພາະ ລາວ ເປັນປະເທດເພື່ອນມິດຍຸດທະສາດ ແລະ ເປັນປະເທດຄູ່ຮ່ວມຊາຕາກໍາກັບຈີນ ທີ່ພວມຢູ່ໃນໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ກະກຽມແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 ເພື່ອນໍາໄປຄົ້ນຄວ້າ ແລະ ຮັບຮອງເອົາໃນຕົ້ນປີ 2026 ສາມາດຖອດຖອນບົດຮຽນຫຼາຍຢ່າງຈາກຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ແລະ ການສ້າງແຜນພັດທະນາ 5 ປີຂອງຈີນທີ່ພວມດໍາເນີນຢູ່ ເພາະສອງ​ປະ​ເທດຈີນ ແລະ ລາວ​ລ້ວນ​ແຕ່​ໄດ້​ວາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ, ທາດ​ແທ້​ ແມ່ນ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ຈີນ​ຈະ​ຍົກ​ລະ​ດັບ​​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກຕື່ມ​ອີກ​ໃນ​ໄລ​ຍະ​ແຜນ​ພັດ​ທະ​ນາ​ 5 ປີ​ຄັ້ງ​ທີ 15 ບວກ​ກັບ​​ທ່າ​ແຮງບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ລາວ, ຈະ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້ກັນ ​ແລະ ​ກັນ, ຈາກ​ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​​ຮອດ​ການ​ເຊື່ອມ​ຕໍ່​ດ້ານ​ນະ​ໂຍ​ບາຍ ແລະ ລະ​ບຽບ​ການ​ຕ່າງໆ, ຈາກ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​​ຮອດການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ໄດ້​ຢວ່າງ​ບາດ​ກ້າວ​ໄປ​ສູ່​ຂົງ​ເຂດ​ທີ່ກວ້າງຂວາງກວ່າ​ເກົ່າ ແລະ ລະ​ດັບ​ສູງຢ່າງ​ເລິກເຊິ່ງກວ່າ​ເກົ່າ ​.
ໂດຍ BT, ວສລ