ຈັດຊຸດເຝິກອົບຮົມ ກ່ຽວກັບການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້.

ການເຝິກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທະຍຸ-ໂທລະໂຄ່ງ, ເຕັກນິກພື້ນຖານການຂຽນຂ່າວ, ການສຳພາດ, ການເປັນໂຄສົກ, ການຜະລິດລາຍການວິທະຍຸ, ຕັດຕໍ່ລາຍການ ແລະ ສຽງສຳພາດໃນວັນທີ 3 ພະຈິກ 2025 ທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ມີທ່ານ ຄຳຫຼ້າ ຈັນທະວອນ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງຊຽງຂວາງ , ທ່ານ ວັນໄຊ ຕະວິນຍານ ທີ່ເປິກສາ ແລະ ຊີ້ນໍາການຝຶກອົມສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ທ່ານ ສຸວັນ ຄູນດາລາ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍວີທະຍາກອນ ຈາກ ວສລ ແລະ ສຳມະນາກອນຈາກ 11 ເມືອງຈາກແຂວງຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ ເຂົ້າຮ່ວມ 33 ຄົນ.
ຈຸດປະສົງການຈັດເຝິກອົບຮົມຄັ້ງນີ້, ເພື່ອສ້າງທັກສະ, ຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ສຳມະກອນທີ່ເຂົ້າຮ່ວມ ໄດ້ຮູ້ວິທີໂຄສະນາປະຊາສຳພັນວຽກງານປົກປັກຮັກສາປ່າໄມ້ໃນຂອບເຂດອຸທິຍານ ປ່າສະຫງວນ ແລະ ປູກຈິດສຳນຶກໃຫ້ປະຊາຊົນໄດ້ຮັບຮູ້ ພ້ອມທັງເປັນເຈົ້າການປົກປັກຮັກສາປ່າໄມ້ຂອງຊຸມຊົນບ້ານ.
ຂ່າວ-ພາບ : ວສລ






