ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫໍພິພິທະພັນອຸດສາຫະກໍາຫຼິວໂຈ່ວ ແຫຼ່ງຮຽນຮູ້ດ້ານອຸດສາຫະກໍາທີ່ສໍາຄັນຢູ່ເຂດກວາງຊີ

Nov 6, 2025

ຫໍພິພິທະພັນອຸດສາຫະກໍາຫຼິວໂຈ່ວ ແຫຼ່ງຮຽນຮູ້ດ້ານອຸດສາຫະກໍາທີ່ສໍາຄັນຢູ່ເຂດກວາງຊີ
ນະຄອນຫຼິວໂຈ່ວ ຖືເປັນຫົວໃຈສໍາຄັນດ້ານອຸດສາຫະກໍາຢູ່ເຂດກວາງຊີຂອງຈີນ ເພາະມີອຸດສາຫະກໍາທັນສະໄໝຢ່າງຫຼວງຫຼາຍ ກາຍເປັນຫົວໃຈສໍາຄັນໃນການຂັບເຄື່ອນການພັດທະນາເສດ ຖະກິດ-ສັງຄົມຂອງເຂດກວາງຊີ. ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ, ໃນເດືອນກັນຍາ 2009, ຄະ ນະກຳມະການພັກ ແລະ ອົງການປົກຄອງນະຄອນ ຫຼິວໂຈ່ວ ໄດ້ຕັດສິນໃຈກໍ່ສ້າງຫໍພິພິທະພັນອຸດສາ ຫະກຳຫຼິວໂຈ່ວຂຶ້ນໃນສະຖານທີ່ຂອງໂຮງງານຝ້າຍເລກທີ 3 ເກົ່າ ເພື່ອເປັນແຫຼ່ງຮຽນຮູ້ດ້ານຕ່າງໆ ກ່ຽວກັບອຸດສາຫະກໍາຫຼິວໂຈ່ວ.
ວັນທີ 18 ມັງກອນ 2025, ງານວາງສະແດງປະຫວັດສາດອຸດສາຫະກຳຫຼິວໂຈ່ວ ໄດ້ຖືກຄັດເລືອກໃຫ້ເປັນໂຄງການແນະນຳສຳລັບງານວາງສະແດງພາຍໃຕ້ຫົວຂໍ້ “ການອ່ານປະເທດຈີນໃນຫໍພິພິທະພັນ – ການສົ່ງເສີມວັດທະນະທຳພື້ນເມືອງຈີນທີ່ດີເລີດ ແລະ ການປູກຝັງຄຸນຄ່າຫຼັກຂອງສັງຄົມນິຍົມ” ປີ 2025. ວັນທີ 4 ມີນາ 2025, ຫໍພິພິທະພັນອຸດສາຫະກຳຫຼິວໂຈ່ວ ໄດ້ຖືກຄັດເລືອກໃຫ້ເປັນ “ຫໍພິພິທະພັນສຳລັບທຸກຄົນ” ຂອງອົງການ UNESCO.
ຫໍພິພິທະພັນອຸດສາຫະກຳຫຼິວໂຈ່ວ ມີເນື້ອທີ່ທັງໝົດ 110.000 ຕາແມັດ, ມີເນື້ອທີ່ອາຄານທັງໝົດ 60.000 ຕາແມັດ, ເປັນຫໍພິພິທະພັນທີ່ໂດດເດັ່ນ ລວມເອົາປະຫວັດສາດ ແລະ ວັດທະນະທຳອຸດສາຫະກຳ, ການປົກປ້ອງມໍລະດົກອຸດສາຫະກຳ, ການທ່ອງທ່ຽວວັດທະນະທຳອຸດສາຫະກຳ, ການວາງສະແດງອະລິຍະທຳນິເວດວິທະຍາ.
ພື້ນທີ່ວາງສະແດງຂອງພິພິທະພັນປະກອບມີ: ພື້ນທີ່ວາງສະແດງພາຍໃນປະກອບດ້ວຍສີ່ສະຖານທີ່ຫຼັກ (ພິພິທະພັນປະຫວັດສາດອຸດສາຫະກຳ ຫຼິວໂຈ່ວ, ພິພິທະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະ ດຳລົງຊີວິດຢູ່ຫຼິວໂຈ່ວ, ພິພິທະພັນທ່າອ່ຽງອຸດສາຫະກຳເລກທີ 2 ແລະ ຫໍວາງສະແດງຊົ່ວ ຄາວ); ພື້ນທີ່ວາງສະແດງກາງແຈ້ງ (ສວນວັດທະນະທໍາວິສະວະກອນ ແລະ ຊ່າງຫັດຖະກໍາຫຼິວໂຈ່ວ, ຮ້ານຂາຍປຶ້ມລົດໄຟ, ໂຮງງານ, ແລະ ງານວາງສະແດງກາງແຈ້ງອື່ນໆ) ກວມເນື້ອທີ່ 25.000 ຕາແມັດ. ພິພິທະພັນປະຫວັດສາດອຸດສາຫະກໍາຫຼິວໂຈ່ວ ສະແດງໃຫ້ເຫັນເຖິງປະຫວັດສາດການພັດທະນາອຸດສາຫະກຳທີ່ມີມາຢ່າງຍາວນານເປັນເວລາໜຶ່ງສະຕະວັດຂອງຫຼິວໂຈ່ວ, ໂດຍມີລັກສະນະພາກພື້ນທີ່ແຕກຕ່າງກັນ.
ປັດຈຸບັນ, ພິພິທະພັນອຸດສາຫະກຳຫຼິວໂຈ່ວ ມີສະຖານທີ່ເກັບຮັກສາວັດຖຸດິບຂະໜາດ 1.200 ຕາແມັດ, ບັນຈຸວັດຖຸດິບອຸດສາຫະກຳຫຼາຍກວ່າ 6.400 ຊິ້ນສ່ວນ ລວມທັງອຸປະກອນ ແລະ ຜະລິດຕະພັນອຸດສາຫະກຳຂະໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ ທີ່ໃຊ້ ແລະ ຜະລິດຢູ່ ຫຼິວໂຈ່ວ ມາແຕ່ປີ 1902, ພ້ອມທັງເອກະສານ, ຮູບພາບ ແລະ ວິດີໂອທີ່ກ່ຽວຂ້ອງຫຼາຍກວ່າ 27.000 ສະບັບ. ໃນນັ້ນມີວັດຖຸບູຮານທາງວັດທະນະທໍາຊັ້ນສອງລະດັບຊາດ 12 ຊຸດ (ລວມທັງວັດຖຸບູຮານທາງວັດທະນະທຳຊັ້ນໜຶ່ງລະດັບຊາດທີ່ແນະນຳ 2 ຊຸດ) ແລະ ວັດຖຸບູຮານທາງວັດທະນະທຳຊັ້ນສາມລະດັບຊາດ 14 ຊຸດ.
ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ, ພິພິທະພັນອຸດສາຫະກຳຫຼິວໂຈ່ວ ໄດ້ຕ້ອນຮັບນັກທ່ອງທ່ຽວເຂົ້າໄປຢ້ຽມຊົມຫຼາຍກວ່າ 15 ລ້ານຄົນ, ເຮັດໃຫ້ເປັນໜຶ່ງໃນຫໍພິພິທະພັນທີ່ໄດ້ຮັບຄວາມນິຍົມ ແລະ ມີນັກທ່ອງທ່ຽວໄປຢ້ຽມຊົມຫຼາຍທີ່ສຸດໃນເຂດກວາງຊີຂອງຈີນ.
ທ່ານນາງ ຈ່ວງຢຽນ ຮອງຜູ້ອຳນວຍການຫໍພິພິທະພັນອຸດສາຫະກຳລິວໂຈ່ວ ໃຫ້ສຳພາດວ່າ: ຫໍພິພິ ທະພັນອຸດສາຫະກຳລິວໂຈວ ເປັນຫໍພິພິທະພັນແຫ່ງຊາດລະດັບ 1 ແຕ່ລະມື້ໄດ້ຕ້ອນຮັບນັກທ່ອງທ່ຽວ ແລະ ຜູ້ຊົມປະມານ 30.000 ຄົນ, ປີໜຶ່ງຈະຕ້ອນນັກທ່ອງທ່ຽວຫຼາຍກວ່າ 1.500.000 ເທື່ອຄົນ. ຫໍພິພິທະພັນແຫ່ງນີ້ໄດ້ວາງສະແດງໃຫ້ເຫັນປະຫວັດສາດໃນຮອບ 100 ປີຂອງການພັດທະນາອຸດສາຫະກຳເມືອງຫຼິວໂຈວຢ່າງຮອບດ້ານ. ໃນນັ້ນ, ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈບຸກບືນສູ້ຊົນຂອງນາຍຊ່າງ ແລະ ກຳມະກອນຜູ້ດີເດັ່ນ ສິ່ງເຫຼົ່ານີ້ລ້ວນແຕ່ສາມາດເປັນບົດຮຽນທີ່ດີສຳລັບໄວໝຸ່ມໃນການເລືອກເອົາເສັ້ນທາງພັດທະນາຂອງຕົນ ໄປທາງໜ້າຕ້ອງເບິ່ງຄືນຫຼັງ.