ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

ສາຍການບິນ Vietjet ໄດ້ລາຍງານຜົນການດຳເນີນທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ປີ 2025 ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີ, ໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານທາງບວກນີ້ ໄດ້ຢືນຢັນຖານະຂອງ Vietjet ເປັນສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກ ແລະ ສະດວກໃຫ້ຜູ້ໂດຍສານທົ່ວພາກພື້ນ.
ໄຕມາດທີ 3 ປີ 2025, ລາຍຮັບການຂົນສົ່ງທາງອາກາດຂອງ Vietjet ບັນລຸ 16.728 ພັນຕື້ ດົ້ງ(ປະມານ 13.85 ພັນຕື້ກີບ) ດ້ວຍຜົນກຳໄລກ່ອນຫັກພາສີຂົນສົ່ງທາງອາກາດ 393 ພັນລ້ານດົ້ງ (ປະມານ 325.49 ພັນລ້ານກີບ)
ໄລຍະ 9 ເດືອນ ປີ 2025, ບໍລິສັດໄດ້ລາຍງານ ລາຍຮັບການຂົນສົ່ງທາງອາກາດ ລວມ 52.329 ພັນຕື້ດົ້ງ(ປະມານ 43.34 ພັນຕື້ກີບ) ແລະ ກໍາໄລກ່ອນຫັກພາສີ ລວມ 1.981 ພັນຕື້ດົ້ງ(ປະມານ 1.65 ພັນຕື້ກີບ) ເເພີ່ມຂຶ້ນ 28% ເມື່ອທຽບໃສ່ປີຜ່ານມາ.
ລາຍຮັບລວມໃນ 9 ເດືອນ ປີ 2025 ບັນລຸ 52.769 ພັນຕື້ດົ້ງ(ປະມານ 43.70 ພັນຕື້ກີບ) ດ້ວຍກຳໄລລວມ 2.051 ພັນຕື້ດົ້ງ(ປະມານ 1.7 ພັນຕື້ກີບ) ເພີ່ມຂຶ້ນ 17%.
ລາຍຮັບເສີມ (Ancillary revenue) ບັນລຸ 6.893 ພັນຕື້ດົ້ງ(ປະມານ 5.71 ພັນຕື້ກີບ) ກວມເອົາ 41% ຂອງລາຍຮັບກາສຂົນສົ່ງທາງອາກາດທັງໝົດ ແລະ ສະແດງໃຫ້ເຫັນການເຕີບໂຕ 19% .
ມາຮອດວັນທີ 30 ກັນຍາ 2025, Vietjet ໄດ້ດໍາເນີນການບິນໃນ 219 ເສັ້ນທາງ (169 ສາກົນ ແລະ 50 ພາຍໃນປະເທດ), ລວມທັງຖ້ຽວບິນປະຈໍາວັນທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.
ສາຍການບິນມີ ເຮືອບິນທີ່ທັນສະໄໝ 98 ລຳ. ອັດຕາການບັນຈຸຜູ້ໂດຍສານ (Load factor) ຢູ່ທີ່ 86%, ຄວາມໜ້າເຊື່ອຖືດ້ານເຕັກນິກ ບັນລຸ 99,72%, ຈັດໃຫ້ Vietjet ຢູ່ໃນອັນດັບສູງສຸດໃນພາກພື້ນ. ຄະນະກຳມະການບໍລິຫານຂອງ Vietjet ໄດ້ອະນຸມັດການແຈກຢາຍ ເງິນປັນຜົນຮຸ້ນ 20% (stock dividend), ໂດຍໄດ້ອອກຮຸ້ນເພີ່ມເຕີມຫຼາຍກວ່າ 118.3 ລ້ານຮຸ້ນ, ດ້ວຍມູນຄ່າທັງໝົດເກີນ 1.183 ພັນຕື້ດົ້ງ(ປະມານ 973 ພັນລ້ານກີບ) ການຕັດສິນໃຈນີ້ແມ່ນອີງໃສ່ຜົນງານທຸລະກິດທີ່ດີເດັ່ນ ແລະ ຖານະດ້ານການເງິນທີ່ເຂັ້ມແຂງ, ສາມາດຮັບປະກັນຜົນປະໂຫຍດໄລຍະຍາວໃຫ້ຜູ້ຖືຫຸ້ນ. ປັດຈຸບັນ Vietjet ກຳລັງລົງທຶນໃນ ສູນສ້ອມແປງເຮືອບິນໃໝ່ (Aircraft Maintenance Center) ຢູ່ສະໜາມບິນລອງແທງ, ນຳໃຊ້ ນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF), ແລະ ຍົກລະດັບບຸກຄະລາກອນທີ່ມີຄຸນນະພາບສູງຢູ່ທີ່ Vietjet Aviation Academy.
ສາຍການບິນໄດ້ຮັບການຮັບຮູ້ດ້ວຍລາງວັນຄວາມຍືນຍົງ 2025 ຈາກ AirlineRatings, ຖືກຕັ້ງຊື່ໃຫ້ເປັນໜຶ່ງໃນສະຖານທີ່ເຮັດວຽກດີທີ່ສຸດໃນອາຊີ, ແລະ ຖືກຈັດເຂົ້າໃນລາຍຊື່ ບໍລິສັດມະຫາຊົນດີເດັ່ນ 50 ອັນດັບ ຂອງ Forbes ໃນປະເທດຫວຽດນາມ.
ດ້ວຍທ່າອ່ຽງຕະຫຼາດທີ່ອໍານວຍຄວາມສະດວກ, ລາຄານໍ້າມັນເຊື້ອໄຟຕໍ່າ, ພື້ນຖານດ້ານເຕັກນິກ ແລະ ການເງິນທີ່ເຂັ້ມແຂງ, Vietjet ຄາດວ່າຈະຮັກສາການເຕີບໂຕແບບຍືນຍົງໄດ້ໃນປີ 2026.





