ເຝີຫອຍ ອາຫານທີ່ຂຶ້ນຊື່ລືຊາຂອງເມືອງຫຼິວໂຈ່ວ ເຂດກວາງຊີຂອງຈີນ

ຫຼິວໂຈ່ວ ແມ່ນນະຄອນໜຶ່ງທີ່ຂຶ້ນກັບເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ບໍ່ພຽງແຕ່ສາມາດດຶງດູດນັກທ່ອງທ່ຽວດ້ວຍທິວທັດທໍາມະຊາດທີ່ສວຍງາມ ແລະ ວັດທະນະທໍາທີ່ເປັນເອກະລັກເທົ່ານັ້ນ, ຍັງສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດດ້ວຍອາຫານທີ່ເປັນເອກະລັກທີ່ຫາຍາກຈະໄດ້ລອງຊີມລົດຊາດ ເພາະເຕັມໄປດ້ວບກິ່ນອາຍຂອງອາຫານແບບດັ້ງເດີມ ມີລົດຊາດສະໄໝໃໝ່ທີ່ແຊບຊ້ອຍ.
ໜຶ່ງໃນຫຼາຍລາຍການອາຫານທີ່ຂຶ້ນຊື່ລືຊາຢູ່ນະຄອນຫຼິວໂຈ່ວ ແມ່ນເຝີຫອຍຂອງ ບໍລິສັດ Guangxi Luobawang Food Co., Ltd. ທີ່ຫຼາຍຄົນໄດ້ລອງຊີມແລ້ວຕ້ອງອຸທານອອກມາວ່າ: ແຊບຫຼາຍ ແລະ ບໍ່ລືມທີ່ຈະຊື້ຕິດມືກັບໄປຝາກຄອບຄົວ, ໝູ່ເພື່ອນ ແລະ ຍາດພີ່ນ້ອງຢູ່ທາງບ້ານ.
ວັນທີ 5 ພະຈິກ 2025, ຄະນະສື່ມວນຊົນຈີນ ແລະ ອາຊຽນທີ່ເຂົ້າຮ່ວມສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຮ່ວມກັນເປັນເຈົ້າພາບຈັດຂຶ້ນຢູ່ເຂດກວາງຊີ ໄດ້ໄປຢ້ຽມຢາມ Guangxi Luobawang Food Co., Ltd. ບໍລິສັດດັ່ງກ່າວ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 2015, ມີສໍານັກງານໃຫຍ່ຕັ້ງຢູ່ເມືອງ Liuzhou, Guangxi, ເປັນວິສາຫະກິດຜະລິດອາຫານຫຸ້ມຫໍ່ທີ່ມີການຄົ້ນຄວ້າ, ການພັດທະນາ, ການຜະລິດ ແລະ ການຂາຍ.
ມາຮອດປີ 2016, ໄດ້ກາຍເປັນບໍລິສັດເຝີຫອຍແຫ່ງທໍາອິດຂອງຈີນທີ່ໄດ້ຮັບສິດສົ່ງອອກໄປຂາຍຢູ່ຕ່າງປະເທດ. Luobawang ໄດ້ສ້າງເຄືອຂ່າຍການຂາຍທີ່ກວມເອົາຫຼາຍກວ່າ 70 ປະເທດ ມີອັດຕາການເພີ່ມຂຶ້ນສະເລ່ຍ 40% ຕໍ່ປີ, ໄດ້ເປັນອັນດັບໜຶ່ງໃນການຂາຍເຝີຫອຍແບບຫຸ້ມຫໍ່ offline ໃນທົ່ວປະເທດເປັນເວລາ 5 ປີຕິດຕໍ່ກັນ. ປີ 2024, ຄວາມສາມາດຜະລິດປະຈໍາວັນຂອງ Luobawang ໄດ້ເກີນ 1,5 ລ້ານຫໍ່.
ເຝີຫອຍ ບໍ່ພຽງແຕ່ມີສະເໜ່ດຶງດູດໃຈດ້ວຍນໍ້າຊຸບທີ່ເຂັ້ມຂຸ້ນ, ເຜັດເລັກນ້ອຍ ແລະ ມີກິ່ນສົ້ມທີ່ເປັນເອກະລັກເທົ່ານັ້ນ, ຫາກຍັງມີສ່ວນປະສົມຢ່າງລົງຕົວລະຫວ່າງເສັ້ນເຝີທີ່ໜຽວນຸ້ມ ແລະ ສະໝຸນໄພສົດ ຍັງຮັກສາເອກະລັກຂອງວັດທະນະທໍາອາຫານໜານໜິງໄວ້ໄດ້ ເຮັດໃຫ້ຜູ້ທີ່ໄດ້ກິນແລ້ວຍາກທີ່ຈະລືມລົດຊາດດັ່ງກ່າວໄດ້.






