ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີ​ນ​ຍິນ​ດີ​ຮ່ວມ​ກັນ​ແບ່ງ​ປັນ​ໂອ​ກາດ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ໃນໂລກ

Nov 8, 2025

ຈີ​ນ​ຍິນ​ດີ​ຮ່ວມ​ກັນ​ແບ່ງ​ປັນ​ໂອ​ກາດ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ໃນໂລກ

“ຮ່ວມ​ມື​ກັບ​ຈີນ​ກໍ​ແມ່ນ​ຮ່ວມ​ແບ່ງ​ປັນ​ໂອ​ກາດ, ເຊື່ອ​ໝັ້ນ​ໃນ​ຈີນ ກໍ​ແມ່ນ​ເຊື່ອ​ໝັ້ນ​ໃນ​ອະ​ນາ​ຄົດ, ລົງ​ທຶນ​ຢູ່​ຈີນ​ກໍ​ແມ່ນ​ລົງ​ທຶນ​ເພື່ອ​ອະ​ນາ​ຄົດ.”

ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​​ເສດ​ຖະ​ກິດອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ຄັ້ງ​ທີ 32 ຢູ່ ​ນະ​ຄອນ​ຈອງ​ຈູ ສ ເກົາຫຼີ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຊີ້​ແຈງ​ຕໍ່​ທົ່ວ​ໂລກ​ ກ່ຽວ​ກັບ​ຈີນ​ຈະ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ​ຕື່ມ​ອີກ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສະ​ໜອງ​ໂອ​ກາດ​ໃໝ່​ໃຫ້​ແກ່​ອາ​ຊີ​​ປາ​ຊີ​ຟິກ​ກໍ​ຄື​ທົ່ວ​ໂລກ​ ດ້ວຍ​ຜົນ​ສຳ​ເລັດ​ໃໝ່​ແຫ່ງ​ການ​​ສ້າງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ ລະ​ຫວ່າງວັນ​ທີ 5-10 ພະ​ຈິກ​​2025ນີ້. ຕະ​ຫຼອດໄລ​ຍະ 8 ປີ​ມາ​ນີ້, ພາຍ​ໃຕ້​ການ​ວາງ​ແຜນ​ ແລະ​ ຊຸກ​ຍູ້​ຈາກ​ທ່ານ ສີ​ຈິ້ນ​ຜິງ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ​ໄດ້​ກາຍ​ເປັນ​ປ່ອງ​ຢ້ຽມ​ແຫ່ງ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ແບບ​ໃໝ່, ເປັນ​ເວ​ທີ​ແຫ່ງ​ການ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຂອງ​ຈີນ ກໍ​ຄື​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສາ​ກົນ​ທີ່​ທົ່ວ​ໂລກ​ຊົມ​ໃຊ້ຮ່​ວມ​ກັນ.

1, ​​ຕະ​ຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ຂອງ​ຈີນ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ

ຈີນ​ເປັນ​ຕະ​ຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ, ຍົກ​ຕົວ​ຢ່າງ: ມີປະ​ຊາ​ກອນ​ຫຼາຍກວ່າ 1,4 ຕື້​ຄົນ​, ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ຫຼາຍກວ່າ 400 ລ້ານ​ຄົນ, ມູນ​ຄ່າ​ການ​ບໍ​ລິ​ໂພກ​ມີ​ເກືອບ 50.000 ຕື້ຢວນຕໍ່​ປີ, ມູນ​ຄ່າ​ການ​ນຳ​ເຂົ້າ ໃນປີ 2025 ບັນ​ລຸ​ຫຼາຍກວ່າ 20.000 ຕື້ຢວນແລະ​ອື່ນໆ. ທັງ​ໝົດ​ເຫຼົ່າ​ນີ້​ໄດ້ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ບໍ່​ຢຸດ​ຢັ້ງ, ອັນ​ໄດ້​ເພີ່ມ​ຄວາມ​ແນ່ນອນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ປີ​ນີ້,  ມີວິສາຫະກິດທີ່​ຖືກ​ຈັດ​ໃນ 500 ​ບໍ​ລິ​ສັດຊັ້ນ​ນຳ​ຂອງໂລກ ແລະ ວິ​ສາ​ຫະ​ກິດ​ແຖວ​ໜ້າໃນ​ຂະ​ແໜງ​ການ​ຕ່າງໆ​ຂອງ​ໂລກ​ລວມ​ທັງ​ໝົດ 290 ແຫ່ງ​ເຂົ້າ​ຮ່ວມ​, ທຽບ​ໃສ່​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 600 ກວ່າ​ແຫ່ງ.  ນັບ​ລວມ​ແລ້ວ, ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ 7 ຄັ້ງ​ຜ່ານ​ມາ ໄດ້​ວາງ​ສະ​ແດງ​ຜະ​ລິ​ດ​ຕະ​ພັນ​ໃໝ່, ເຕັກ​ໂນ​ໂລ​ຊີ​ໃໝ່, ການ​ບໍ​ລິ​ການ​ໃໝ່​ປະ​ມານ 3000 ຢ່າງ, ຍອດມູນ​ຄ່າທີ່​ມີ​ເຈດ​ຈຳ​ນົງຈະ​ເຊັນ​ສັນ​ຍາ​ຊື້​ຂາຍ​ກັນບັນ​ລຸ​​ຫຼາຍກວ່າ 500 ຕື້​ໂດ​ລາ, ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດມາ​ເຂົ້າ​ຮ່ວມ​ງານ​ເຖິງ 23.000 ແຫ່ງ​ເທື່ອ.

ຈາກ​ການ​ສ້າງ​ຕັ້ງ​ເວ​ທີ​ໃໝ່​ຕ່າງໆ​ເຊັ່ນ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂ​ົ້າ​ສາ​ກົນ​ຈີນ, ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກສາ​ກົນ​ຈີນ, ງານຕະ​ຫຼາດ​ນັດການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນເປັນ​ຕົ້ນ, ຮອດ​ການ​ຂະ​ຫຍາຍ​ເຂດ​ການ​ຄ້າ​ເສ​ລີ, ທ່າການຄ້າເສລີໄຫຫຼຳ ເປີດດ່ານພາສີອິດສະຫຼະທົ່ວເກາະ, ຈົນ​ຮອດການ​ປັບຫຼຸດ​ບັນ​ຊີ​ດ້ານ​ລົບ​ຂອງ​ມາດຕະການຄຸ້ມຄອງພິເສດກ່ຽວກັບການເຂົ້າເຖິງຕະຫຼາດຈີນສຳລັບນັກລົງທຶນຕ່າງປະເທດ​ຢ່າງ​ບໍ່​ຢຸດ​ຢັ້ງ, ເປີດກວ້າງ​ຂອບ​ເຂດ​ປະ​ເທດ​ທີ່​ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ແຕ່​ຝ່າຍ​ດຽວ ແລະ​ອື່ນໆ. ຈີນ​ໄດ້​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ ແລະ ​ເປັນ​ເຈົ້າ​ການ​ເປີດ​ຕະ​ຫຼາດ​ສູ່​ທົ່ວ​ໂລກ.

2, ສະ​ໜອງ​ເວ​ທີກວ້າງ​ຂວາງ​ອັນ​ໃໝ່​ສຳ​ລັບ​ການ​ປະ​ດິດ​ສ້າງ

ຈີນ​ທີ່​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ໄດ້​ຍຶດ​ໝັ້ນ​​ການ​ຫັນ​ປ່ຽນ​ຕາມ​ທິດ​ສີ​ຂຽວ, ດິ​ຈີ​ຕອນ ແລະ​ ອັດ​ສະ​ລິ​ຍະ, ເຊິ່ງ​ໄດ້ເປີດ​ຊ່ອງ​ທາງ​ອັນ​ກວ້າງ​ຂວາງ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃນ​ທົ່ວ​ໂລກ. ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14(2021-2025),ຈີນ​ໄດ້​ມີ​ຖັນ​ແຖວ​ພະ​ນັກ​ງານ​ຄົນ​ຄວ້າ​ພັດ​ທະ​ນາ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ, ໃນກຸ່ມ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີຊັ້ນ​ນຳ 100 ແຫ່ງ​ຂອງ​ໂລກ, ຈີນ​ມີ​ເຖິງ 26 ແຫ່ງ, ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ອີງ​ຕາມ​ບົດ​ລາຍ​ງານ​ດັດຊະນີການ​ປະ​ດິດ​ສ້າງໂລກ 2025 ທີ່​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປີດ​ເຜີຍ​ໃນ​ເດືອນ​ກັນ​ຍາ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້ຖືກ​ຈັດ​ອັນ​ດັບ​ຍົກ​ສູງ​ຂຶ້ນ​ເປັນ​ອັນ​ດັບ​ທີ10ຂອງ​ໂລກ.

​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້, ​ຜະ​ລິ​ດ​ຕະ​ພັນ​ໃໝ່, ເຕັກ​ໂນ​ໂລ​ຊີ​ໃໝ່, ການ​ບໍ​ລິ​ການ​ໃໝ່ 461 ຢ່າງ ​ໄດ້​ຖືກ​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​, ຂະ​ນະ​ທີ່​ວິ​ສາ​ຫະ​ກິດ​ນຳ​ໜ້າ​ທົ່ວ​ໂລກ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ແລະ ​ປັນ​ຍາ​ປະ​ດິດ​ລຸ້ນ​ໃໝ່, ​ເຕັກ​ນິກ​ສີ​ຂຽວ​ ແລະ ​ກາ​ກບອນ​ຕ່ຳ​ເປັນ​ຕົ້ນ ​ກໍ​ໄດ້​ນຳ​ເອົາ​ໝາກ​ຜົນ​ຫຼ້າ​ສຸດ​ມາ​ວາງ​ສະ​ແດງ​ໃນ​ງານ​ເຊັ່ນ​ກັນ.

3, ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ ​ແລະ ​ຊົມ​ໃຊ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ນັບ​ແຕ່​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ ໄດ້​ຕັ້ງ​ໜ້າ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ເທດ​ດ້ວຍ​ພັດ​ທະ​ນາ​ທີ່​ສຸດ​ເຂົ້າ​ຮ່ວມ​ງານ​ມາ​ໂດຍ​ຕະ​ຫຼອດ.

ສຳ​ລັບ​ງານ​ວາງ​ສະ​ແດງ​ປີ​ນີ້ ແມ່ນ​ໄດ້​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ ​ແລະ ​ຜະ​ລິ​ດ​ຕະ​ພັນ​ຂອງທຸກປະ​ເທດ​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ​ ທີ່ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ລວມ​ເຖິງ 53 ປະ​ເທດ​ໃນ​ອາ​ຟ​ຣິ​ກາ ​ໃຫ້​ໄດ້​ຮັບ​ສິດ​ທິ​ພິ​ເສດ​ຈາກ​ນະ​ໂຍ​ບາຍ​ “​ພາ​ສີ​ເປັນ​ສູນ” ​ຢ່າງ​ເຕັມ​ສ່ວນ, ວິ​ສາ​ຫະ​ກິດ​ຈາກ​ປະ​ເທດ​ດ້ອຍ​ພັ​ດ​ທະ​ນາ​ທີ່​ສຸ​ດ ທີ່​ເຂົ້າ​ຮ່ວມ​ງານຄັ້ງ​ນີ້​ໄດ້​ເພີ່ມ​ຂຶ້ນ 23,5% ເມື່ອ​ທຽບ​ໃສ່​ຄັ້ງ​ຜ່ານ​ມາ.

ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ APEC ຄັ້ງ​ທີ 32 ຢູ່ ສ ເກົາຫຼີ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ໜັກ​ຫຼາຍ​ເທື່ອ​ເຖິງ​ຄຳ​ວ່າ “ຮ່ວມ​ກັນ”: “ຈໍ່​ຕົວ​ເປັນ​ສະ​ພາບ​ການ​ຮ່ວມ​ມື​ແບບ​ປະ​ເທດ​ຕ່າງໆ​ ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ ແລະ ພັດ​ທະ​ນາ​ຮ່ວມ​ກັນ”, “ສຸມ​ໃສ່​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຮ່ວມ​ກັນ, ຊົມ​ໃຊ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.” “ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ແບບ​ຍືນ​ຍົງ”…

ຊຸມ​ປີ​ຜ່ານ​ມາ​ນີ້, ຈີນ​ໄດ້​ຮ່ວມ​ກັບ​ທົ່ວ​ໂລກ​ ແບ່ງ​ປັນ​ໂອ​ກາດ​ຈາກ​ຕະ​ຫຼາດ​ໃຫຍ່​ຂອງ​ຈີນ, ໃຫ້​ສິດ​ທິ​ພິ​ເສດ “ພາ​ສີ​ເປັນ​ສູນ” ຕໍ່​ຜະ​ລິດ​ຕະ​ພັນທັງ​ໝົດ​ຂອງ​​ທຸກປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ​ທີ່​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ຢ່າງ​ຕໍ່​ເນື່ອງ; ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ເວ​ທີ​ການ​ຮ່ວມ​ມື​ສ​າ​ກົນ​ທີ່​ມີ​ຂອບ​ເຂດກວ້າງ​ຂວາງ​ທີ່​ສຸດ​ແລະ​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​ປັດ​ຈຸ​ບັນ; ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ, ທ່າ​ກຳ​ປັ່ນ​ຈັນ​ໄກ, ທາງ​ລົດ​ໄຟ​ມົມ​ບາ​ຊາ-ໄນ​ໂຣ​ບີ​ ແລະ ​ໂຄງ​ການ​ອື່ນໆ​ໄດ້​ຊຸກ​ຍູ້​ການ​ສ້າງ​ສະ​ພາ​ບ​ການ​ໃໝ່​ ແຫ່ງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫຼາຍໆ​​ໂຄງ​ການ​ເພື່ອ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ທີ່​ລົງ​ທຶນ​ໜ້ອຍ​ແຕ່​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຫຼາຍ ​ກຳ​ລັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ປະ​ເທດ​ຕ່າງໆ​ຢ່າງ​ເປັນ​ຮູບ​ປະ​ທຳ ເຊິ່ງ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຢ່າງ​ມີ​ປະ​ສິດ​ທິ​ຜົນ​…

ໃນ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ຣິ​ກາ ​ຢູ່ ​ສ ເກົາຫຼີ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ຊີ້​ແຈງ​ເຄັດ​ລັບ​ແຫ່ງ​ການ​ປະ​ສົບ​ຜົນ​ສຳ​ເລັດ​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງວ່າ: “ພວກ​ເຮົາ​ຍຶດ​ໝັ້ນ​ວາງ​ແຜນ​ພັດ​ທະ​ນາແລ້ວ​ກໍ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຖິງ​ທີ່​ສຸດ ໂດຍ​ບໍ່​ເຄີຍ​ຄິດ​ທີ່ຈະ​ທ້າ​ທາຍ​ໃຜ ​ແລະ ​ເຂົ້າ​ແທນ​ໃຜ, ແຕ່​ແມ່ນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຕົນ​ໃຫ້​ດີ ແລະ ພັດ​ທະ​ນາ​ໃຫ້​ດີກວ່າ​ເກົ່າ ເພື່ອ​ຮ່ວມ​​ກັນ​ແບ່ງ​ປັນ​ໂອ​ກາດ​ການ​ພັດ​ທະ​ນາກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ”