ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

SAIC-GM-Wuling ບໍລິສັດຜະລິດລົດໄຟຟ້າທີ່ມີຊື່ສຽງລະດັບໂລກຂອງຈີນ

Nov 9, 2025

ວັນທີ 6 ພະຈິກ 2025, ຄະນະສື່ມວນຊົນຈີນ ແລະ ອາຊຽນທີ່ເຂົ້າຮ່ວມສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຮ່ວມກັນເປັນເຈົ້າພາບຈັດຂຶ້ນຢູ່ເຂດກວາງຊີ ໄດ້ໄປຢ້ຽມຢາມໂຮງງານປະກອບລົດໄຟຟ້າດ້ວຍລະບົບປັນຍາປະດິດຂອງບໍລິສັດ SAIC-GM-Wuling
ຊຶ່ງແມ່ນລະບົບການຜະລິດທີ່ຄົ້ນຄວ້າສ້າງຂຶ້ນດ້ວຍຕົນເອງ, ສາມາດປັບສາຍການຜະລິດຄືນໃໝ່ໄດ້ຢ່າງວ່ອງໄວ, ສາມາດຄວບຄຸມ 280 ກວ່າຫຸ່ນຍົນອຸດສາຫະກຳ ແລະ ລົດຂົນສົ່ງບໍ່ມີຄົນຂັບເພື່ອປະກອບລົດຢ່າງແມ່ນຢຳ. ລົດທີ່ປະກອບຢູ່ໂຮງງານນີ້, ສາມາດຕິດຕາມຂໍ້ມູນຮອບວຽນ 100% ໃນທົ່ວຂະບວນການນໍາໃຊ້. ໂຮງງານດັ່ງກ່າວ ໄດ້ນໍາໃຊ້ຄວາມໄດ້ປຽບທາງດ້ານພູມສາດຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເພື່ອສົ່ງອອກມາດຕະຖານການຜະລິດຂອງຕົນໄປ 104 ປະເທດແລະ ເຂດແຄວ້ນໃນໂລກ.
May be an image of motorcycle, lighting and text May be an image of car
SAIC-GM-Wuling ມີສໍານັກງານຕັ້ງຢູ່ນະຄອນຫຼິວໂຈ່ວ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ສ້າງຕັ້ງຂຶ້ນໃນປີ 2002 ໂດຍຜະລິດລົດໄຟຟ້າຫຼາຍລຸ້ນພາຍໃຕ້ຍີ່ຫໍ້ Wuling ແລະ Baojun. ມາຮອດປີ 2024, ຍອດຂາຍສະສົມລົດໄຟຟ້າຂອງ SAIC-GM-Wuling ບັນລຸ 2,4 ລ້ານຄັນ ສາມາດຄອງອັນດັບການຈໍາໜ່າຍລົດອັນດັບຕົ້ນໆ ຂອງໂລກໄວ້ໄດ້ຢ່າງໝັ້ນຄົງ.
ເມື່ອບໍ່ດົນມານີ້, ຜູ້ຈັດການທົ່ວໄປຂອງ SAIC-GM-Wuling ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເນື່ອງຈາກ SAIC-GM-Wuling ກໍາລັງປະເຊີນກັບຍຸກທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍມີມາກ່ອນໃນອຸດສະຫະກໍາລົດຍົນຂອງຈີນ. Wuling ຈະສືບຕໍ່ຍຶດໝັ້ນຫຼັກການທີ່ວ່າ: “ປະຊາຊົນຕ້ອງການຫຍັງ Wuling ຈະສ້າງສິ່ງນັ້ນ” ໂດຍໃຊ້ໂອກາດທີ່ລົດໄຟຟ້າທີ່ຜະລິດໄດ້ຄັນທີ 800.000 ຂອງປີ 2024 ເປັນຈຸດເລີ່ມຕົ້ນເພື່ອເຂົ້າສູ່ຍຸກຂອງການຜະລິດລົດໄຟຟ້າທີ່ສະຫຼາດ. ດ້ວຍຄວາມກ້າຫານທີ່ຈະກ້າວໄປຂ້າງໜ້າ. ຄວາມພະຍາຍາມທີ່ບໍ່ລົດລະ ແລະ ຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວຄອນແຄນ ໂດຍຈະອຸທິດຈິດໃຈທັງໝົດ ຕໍ່ທ່າອ່ຽງຂອງຍຸກສະໄໝ. ການໃຊ້ການປະດິດສ້າງໃໝ່ ເພື່ອປຸກຄວາມຝັນຂອງຍຸກສະໄໝ, ໃຊ້ຜະລິດຕະພັນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ໃຊ້ການພັດທະນາໃໝ່ເພື່ອຮັບຜິດຊອບການສ້າງປະເທດທີ່ເຂັ້ມແຂງ, ເພື່ອປະກອບສ່ວນໃຫ້ແກ່ອຸດສາຫະກໍາລົດຂອງຈີນດ້ວຍພະລັງແຮງຂອງ Wuling.
May be an image of text May be an image of text