ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງປ້ອງກັນປະເທດ ລົງຕິດຕາມການຫັດແອບ ບັນດາກ້ອນກໍາລັງສວນສະໜາມ

Nov 9, 2025

ວັນທີ 7 ພະຈິກ 2025, ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການຫັດແອບ ຂອງບັນດາກ້ອນກໍາລັງຢູ່ສະໜາມຫັດແອບຫຼັກ 27 ໃນນີ້, ມີບັນດາກ້ອນກຳລັງປ້ອງກັນຊາດ, ກ້ອນກຳລັງຫ້ອງວ່າການສູນກາງພັກ, ກ້ອນກຳລັງກະຊວງຍຸຕິທໍາ, ກ້ອນກຳລັງນະຄອນຫຼວງວຽງຈັນ, ກ້ອນກຳລັງສູນກາງຊາວໜຸ່ມ, ກ້ອນກຳລັງເຍົາວະຊົນ ແລະ ກ້ອນກຳລັງສະຫະພັນແມ່ຍິງລາວ.
May be an image of one or more people No photo description available.
ໃນໂອກາດນີ້, ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພາກສ່ວນ ແລະ ພະນັກງານຫັດແອບ ສວນສະໜາມທຸກຄົນ ທີ່ມີຄວາມບຸກບືນຫ້າວຫັນ, ມີຄວາມພະຍາຍາມ ສາມາດຜ່ານຜ່າອຸປະສັກນາໆປະການ, ຫັດແອບໄດ້ຕາມແຜນການ, ຕາມຄໍາສັ່ງຂອງຜູ້ບັນຊາ, ພ້ອມທັງສະແດງຄວາມຊົມເຊີຍບັນດາຄະນະນໍາທີ່ໄດ້ເອົາໃຈໃສ່ປັບປຸງບັນດາຂໍ້ຄົງຄ້າງຕາມທີ່ຂັ້ນເທິງແນະນໍາ ເປັນຕົ້ນ: ຈັງຫວະບາດກ້າວຂາ-ແຂນ, ເຕັກນິກ ແລະອື່ນໆ. ຜ່ານການສະແດງທົດລອງມາຫຼາຍຄັ້ງ ເຫັນວ່າມີຄວາມເປັນເອກະພາບກັນຫຼາຍແລ້ວ ແຕ່ຢາກໃຫ້ດີຂຶ້ນຫຼາຍກວ່າເກົ່ານັ້ນ, ຄະນະຊີ້ນໍາທຸກພາກສ່ວນ, ຜູ້ບັນຊາແຕ່ລະກ້ອນ ໃຫ້ສືບຕໍ່ບຸກບືນ, ປັບປຸງຂໍ້ຄົງຄ້າງ ເພື່ອໃຫ້ມີຄວາມງົດງາມ, ເປັນເອກະພາບ, ເຂັ້ມແຂງ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກອງທັບ, ເຫັນໄດ້ເຖິງຄວາມມີລະບຽບວິໄນຂອງກອງທັບ, ຂໍໃຫ້ທຸກຄົນຕັ້ງໃຈ, ອົດທົນ, ສູ້ຊົນ, ສືບຕໍ່ປັບປຸງບ່ອນໃດທີ່ຕົນເອງຮູ້ສຶກວ່າຍັງບໍ່ທັນເຮັດໄດ້ດີ, ຍັງບໍ່ທັນມີຄວາມເຂັ້ມແຂງໃຫ້ດີກວ່າເກົ່າ ເພື່ອຮັບປະກັນໃຫ້ມື້ສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຫຼື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ມີຜົນສໍາເລັດຢ່າງຈົບງາມ ສົມກັບພັກ-ລັດ ແລະ ປະຊາຊົນບັນດາເຜົ່າເຊື່ອໝັ້ນ ແລະ ລໍຄອຍ
May be an image of one or more people and text May be an image of text
ຂ່າວ,ພາບ: ຄຳໄຕ ຈັນນະຄອນ