ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9 ໄຂຂຶ້ນຢ່າງເປັນທາງການ

Nov 10, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 9 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 10 ຕຸລາ 2025 ຢູ່ຫ້ອງປະຊຸມໃຫຍ່ ຫໍສະພາແຫ່ງຊາດ ນະຄອນຫຼວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ.
May be an image of text May be an image of the Oval Office, dais and text
ທ່ານ ໄຊສົມພອນ ພົມວິຫານ ກ່າວສູນທອນພົດໄຂກອງປະຊຸມ ມີບາງຕອນທ່ານກ່າວວ່າ: ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກອງທັບ, ທົ່ວກໍາລັງປະກອບອາວຸດ ເເລະ ທົ່ວປວງຊົນລາວທັງຊາດກໍາລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກີດ-ສັງຄົມເເຫ່ງຊາດ 5 ປີ ຄັ້ງທີ 9 ຂອງລັດຖະບານໃນໄລຍະທ້າຍສະໄໝ, ສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ. ກອງປະຊຸມຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆຂອງສະພາແຫ່ງຊາດ ແລະ ລັດຖະບານ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກເປັນອັນລະອຽດເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ ມີຄວາມເລິກເຊິ່ງ, ສອດຄ່ອງກັບສະພາບຕົວຈິງຫຼາຍຂຶ້ນ, ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ມີຄວາມສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ບັນດາມະຕິກອງປະຊຸມສະພາແຫ່ງຊາດ ໄດ້ເປັນນິຕິກໍາສໍາຄັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ນັບມື້ມີຄວາມສັກສິດ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ; ການຕິດຕາມກວດກາຂອງສະພາແຫ່ງຊາດ ໄດ້ສ້າງສະຕິເຄົາລົບກົດໝາຍໃຫ້ອົງການລັດຂັ້ນຕ່າງໆມີຄວາມເຂັ້ມງວດ, ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ, ໜັກແໜ້ນ ແລະ ມີປະສິດທິຜົນ.
May be an image of dais and text May be an image of one or more people and text
ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ປະຈຳປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈຳປີ 2025 ລວມທັງແຜນເງິນຕາປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ແລະ ປະຈຳປີ 2026 ລວມທັງຮ່າງແຜນເງິນຕາ ປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ສະເໜີໂດຍ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຊື່ງການຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດ-ສັງຄົມ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 12 ວຽກຈຸດສຸມທາງດ້ານເສດຖະກິດ ຕາມທິດຊີ້ນຳທີ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ວາງອອກ ໄປຄຽງຄູ່ກັບການປະຕິບັດມະຕິຂອງສະພາແຫ່ງຊາດ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ແຜນການປີ 2025 ແລະ ບັນດາວຽກຈຸດສຸມໃນການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງຄະນະສະເພາະກິດ 19 ເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ ຕາມແຜນການ 5 ປີ ທີ່ກໍານົດໄວ້ ຢູ່ໃນລະດັບ 4.24% ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2.9%, ກວມເອົາ 19.4% ຂອງ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 4.7%, ກວມເອົາ 32.5% ຂອງ GDP ເເລະອື່ນໆ.
May be an image of text May be an image of text
ຈາກນັ້ນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ໂດຍໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດເເຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນໄລຍະຜ່ານມາເຫັນວ່າຫຼາຍໜ້າວຽກມີຜົນສໍາເລັດໂດຍພື້ນຖານ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເຖີງວ່າຈະພົບຄວາມຫຍຸ້ງຍາກຫຼາຍດ້ານກໍ່ຕາມ, ເເຕ່ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມບາງບັນຫາທີ່ເຫັນວ່າຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ໂດຍສະເພາະການປັບປຸງດັດສະນີເງິນເດືອນ, ເງິນນະໂຍບາຍ, ເງິນອຸດໜູນໃຫ້ພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດຫຼວດ, ຄູ, ພະນັກງານບໍານານ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນມັງກອນ 2026. ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
ຂ່າວ: ເດດອາລຸນ