ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 11 ພະຈິກ 2025 ຢູ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ຄົ້ນຄວ້າປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ປະຈຳປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ(2021-2025) ແລະ ປະຈຳປີ 2025 ລວມທັງແຜນເງິນຕາປະຈຳປີ 2025; ຮ່າງແຜນພັດທະນາ “ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030) ແລະ ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ(2026-2030) ແລະ ປະຈຳປີ 2026 ລວມທັງຮ່າງແຜນເງິນຕາປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024 ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອຮັບປະກັບເຮັດໃຫ້ບົດລາຍງານສະບັບນີ້ມີເນື້ອໃນຄົບຖ້ວນສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ເເລະ ປະສິດທິຜົນຫຼາຍຂື້ນກວ່າເກົ່າ. ການປະກອບຄໍາເຫັນສ່ວນໃຫຍ່ເເມ່ນເປັນໄປຕາມຄຳເຫັນເຈາະຈີ້ມຂອງປະທານກອງປະຊຸມ, ລວມເຖີງບັນດາຄໍາສະເໜີຂອງປະຊາຊົນທີ່ສາມາດຮວບຮວມໄດ້ ໂດຍສະເພາະການເເກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ, ການຄຸ້ມຄອງເເຮ່ທາດ, ການພັດທະນາຊັບພະຍາກອນມະນຸດ, ການກໍ່ສ້າງສ້ອມເເປງເສັ້ນທາງ, ການກໍານົດຄໍາຂວັນຕ່າງໆ ເເລະ ວຽກງານສໍາຄັນຈໍານວນໜຶ່ງ.
ທ່ານ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ສະແດງຄວາມເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດໂດຍພຶ້ນຖານ ແຕ່ສະເໜີໃຫ້ລັດຖະບານຄົ້ນຄວ້າພິຈາລະນາເບິ່ງຄືນກ່ຽວກັບບັນຫາຕ່າງໆທີ່ຍັງຄົງຄ້າງໃນການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດ ເນື່ອງຈາກບັນຫາເຫຼົ່ານີ້ ໄດ້ສ້າງຜົນເສຍຫາຍຫຼາຍກວ່າຜົນໄດ້ຮັບ ໂດຍສະເພາະຜົນກະທົບຕໍ່ສະພາບແວດລ້ອມ, ຖະໜົນຫົນທາງເປ່ເພ ແລະອື່ນໆ.

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສະເໜີໃຫ້ລັດຖະບານເອົາໃຈໃສ່ຢ່າງແຂງແຮງການຄຸ້ມຄອງງົບປະມານການລົງທຶນຂອງລັດ ເພື່ອຮັບປະກັນເຮັດໃຫ້ບັນດາວຽກງານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຕາມລະດັບຄາດໝາຍ, ປ້ອງກັນການຮົ່ວໄຫຼຂອງງົບປະມານທີ່ອາດເກີດຈາກການຈັດຊື້-ຈັດຈ້າງ ແລະອື່ນໆ.
ທ່ານ ນິສິດ ເເກ້ວປັນຍາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ4 ແຂວງອຸດົມໄຊສະເໜີໃຫ້ລັດຖະບານປັບປຸງບາງເນື້ອໃນຂອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໂດຍສະເພາະເນື້ອໃນທີ່ເວົ້າເຖີງການຍົກລະດັບໂຄງລ່າງພື້ນຖານຄົມມະນາຄົມຢູ່ລາວ ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບເງື່ອໄຂຕົວຈີງເທົ່າທີ່ຄວນ.
ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ15 ແຂວງຈໍາປາສັກສະເໜີໃຫ້ລັດຖະບານເອົາໃຈໃສ່ຢ່າງແຂງແຮງ ແລະ ພິຈາລະນາຢ່າງຖີ່ຖ້ວນຮອບຄອບກ່ອນອະນຸມັດໃຫ້ມີການຂຸດຄົ້ນເເຮ່ທາດໃຫ້ບັນດາບໍລິສັດ ເນື່ອງຈາກໄລຍະຜ່ານມາໄດ້ສ້າງຜົນກະທົບຫຼາຍດ້ານຕໍ່ສີ່ງເເວດລ້ອມເປັນບໍລິເວນກວ້າງ.

ທ່ານ ນາງມະນີວັນ ເຍຍປາວເຮີ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ6 ແຂວງຫຼວງພະບາງສະເໜີໃຫ້ລັດຖະບານກໍານົດເເຜນພັດທະນາວຽກງານການສຶກສາຕິດພັນກັບເເຜນພັດທະນາປົກປ້ອງສັງຄົມເເຫ່ງຊາດໃຫ້ເປັນອັນລະອຽດຈະເເຈ້ງໃນປີຕໍ່ໆໄປ ໂດຍສະເພາະການບັນຈຸຫຼັກສູດການຮຽນການສອນໃຫ້ຄົນພິການ ພ້ອມທັງເອົາໃຈໃສ່ພັດທະນາສີມືເເຮງງານໃຫ້ເຂົາເຈົ້າໄປນໍາ ເພື່ອເຮັດໃຫ້ເຂົາເຈົ້າສາມາດສ້າງອາຊີບມີລາຍຮັບລ້ຽງຕົນເອງໄດ້.
ສໍາລັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາແຫ່ງຊາດຊຸດທີ9 ໃນວັນທີ 12 ພະຈິກ 2025 ຕາມວາລະເເລ້ວ, ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ຈະໄດ້ພ້ອມກັນຮັບຟັງ ເເລະ ຄົ້ນຄວ້າປະກອບຄໍາເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນໄລຍະ 5 ປີ (2021-2025) ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ລວມທັງທິດທາງຕໍ່ໜ້າຂອງທັງສອງວາລະແຫ່ງຊາດ.
ຂ່າວ: ເດດອາລຸນ , ພາບ: ນສພ ປະຊາຊົນ


