ລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17 ຫາລື ວິໄສທັດການສ້າງກຸ່ມປະເທດ CLMV

ໃນອາທິດຜ່ານມາ ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17 (17th CLMV Economic Minister’s Meeting) ທີ່ ຢັ້ງກຸ້ງ, ສສ.ມຽນມາ ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ດຣ. ວາ ວາ ມ່ອງ (Dr. Wah Wah Maung), ລັດຖະມົນຕີກະຊວງລົງທຶນ ແລະ ພົວພັນເສດຖະກິດຕ່າງປະເທດ ແຫ່ງ ສສ. ມຽນມາ ໂດຍມີບັນດາລັດຖະມົນຕີເສດຖະກິດຂອງ ປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV), ຮອງກອງເລຂາອາຊຽນ ພ້ອມດ້ວຍ ຄະນະຜູ້ແທນຈາກກະຊວງກ່ຽວຂ້ອງຂອງສີ່ປະເທດດັ່ງກ່າວເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນ ແລະ ຕີລາຄາຄືນການຕິດຕາມການຈັດຕັ້ງປະຕິບັດແຜນປະຕິບັດງານ ປີ 2023-2024 ທີ່ຜ່ານມາ ແລະ ເອກະພາບກັນ ກ່ຽວກັບ ທິດທາງແຜນການປະຕິບັດງານໃນສົກປີ 2025-2026; ໄດ້ຮັບຮອງເອົາຮ່າງບົດແນະນໍາກົນໄກການປະສານງານແຜນການຈັດຕັ້ງປະຕິບັດສຳລັບຂອບວຽກການພັດທະນາກຸ່ມປະເທດ ກຳປູເຈຍ-ສປປ ລາວ-ມຽນມາ ແລະ ຫວຽດນາມ ທີ່ໄດ້ຄົ້ນຄວ້າ ໂດຍສະຖາບັນລຸ່ມແມ່ນໍ້າຂອງ ເພື່ອເລັ່ງລັດໃຫ້ມີການຈັດຕັ້ງປະຕິບັດໃນເວລາອັນຄວນ, ພ້ອມນີ້ ກອງປະຊຸມຍັງໄດ້ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ວິໄສທັດການສ້າງກຸ່ມປະເທດ CLMV ໃຫ້ເປັນສູນກາງການຜະລິດສະບຽງອາຫານ ເພື່ອສົ່ງອອກໃຫ້ແກ່ຕະຫຼາດໂລກໃນອານາຄົດ ແລະ ປຶກສາຫາລືກ່ຽວ ກັບບັນຫາອື່ນໆທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.
ທີ່ມາ: ກະຊວງການຕ່າງປະເທດ


