ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ພົບປະໂອ້ລົມຫລານນ້ອຍເຍົາວະຊົນທັນວາ ໃນໂອກາດຮ່ວມງານຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ 6

Nov 12, 2025

ວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ໄດ້ພົບປະໂອ້ລົມຫລານນ້ອຍເຍົາວະຊົນທັນວາ ທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດຄັ້ງທີ 6 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 10-12 ພະຈິກ 2025 ທີ່ສະໜາມກິລາຫລັກ16 ນະຄອນຫລວງວຽງຈັນ.

May be an image of text May be an image of tree
ການລົງໄປພົບປະຄັ້ງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກປະທານສະພາປະຊາຊົນນະຄອນຫລວງວຽງຈັນ ສະຫາຍ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ບັນດາເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫລວງແລະແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈທີ່ເຫັນຫລານນ້ອຍເຍົາວະຊົນມີຄວາມຍິ້ມແຍ້ມແຈ່ມໃສເຫັນໄດ້ຜູ້ທີ່ເປັນອະນາຄົດທີ່ດີຂອງປະເທດຊາດພ້ອມທັງເນັ້ນໃຫ້ພວກຫລານເອົາໃຈໃສ່ຫລາຍບັນຫາ ທີ່ຝາກໄວ້ກັບເຍົາວະຊົນຄົນຮຸ່ນໃໝ່ເປັນຜູ້ສືບທອດພາລະກິດຂອງຊາດເປັນຕົ້ນ ໃຫ້ເອົາໃຈໃສ່ການສຶກສາຮໍ່າຮຽນໃຫ້ມີຄວາມຮູ້ຄວາມສາມາດ ແລະ ເປັນຄົນດີຂອງ ສັງຄົມ ແລະ ປະເທດຊາດ.

May be an image of clarinet and tree
ທີ່ມາ: ວຽງຈັນໃໝ່