ກົມລ້ຽງສັດ ແລະ ການປະມົງ ຮ່ວມກັບ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ເປີດຂະບວນການສັກຢາກັນພະຍາດສັດ ປະຈຳປີ 2025 ໃນວັນທີ 11 ພະຈິກ 2025 ທີ່ບ້ານໃໝ່ໜອງຄວາຍ ເມືອງວຽງຄໍາ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີຫ້ອງການ, ກົມ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ພະນັກງານສັດຕະວະແພດ ພ້ອມດ້ວຍປະຊາຊົນພາຍໃນບ້ານໃໝ່ໜອງຄວາຍ ເຂົ້າຮ່ວມ.
ການເປີດຂະບວນການດັ່ງກ່າວ, ເປັນການເພີ່ມທະວີ ການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງ ບໍ່ໃຫ້ສັດລ້ຽງເປັນພະຍາດ ທັງເປັນການສືບຕໍ່ຍູ້ແຮງ ວຽກງານກັນພະຍາດສັດ ໃຫ້ແຂງແຮງກວ່າເກົ່າ ແນໃສ່ຫລຸດຜ່ອນຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນກັບສັດລ້ຽງ ທັງເປັນການສະເຫລີມສະຫລອງວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ. ພ້ອມນີ້, ຍັງເປັນການປຸກລະດົມສ້າງຈິດສໍານຶກ ແລະ ກໍາລັງແຮງທົ່ວປວງຊົນ ເພື່ອປ້ອງກັນ ແລະ ເຝົ້າລະວັງ ບໍ່ໃຫ້ເກີດພະຍາດສັດ ໃນຝຸງສັດລ້ຽງ ຕິດພັນກັບການຍົກສູງສະຕິເປັນເຈົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບສັດລ້ຽງ ໂດຍຖືເອົາການປ້ອງກັນເປັນຕົ້ນຕໍ ແລະ ເອົາການປິ່ນປົວເປັນສໍາຄັນ.

ພ້ອມນັ້ນ, ຍັງເປັນການນໍາເອົາຄວາມຮູ້ພື້ນຖານ ກ່ຽວກັບການລ້ຽງສັດ ແລະ ການປ້ອງກັນພະຍາດສັດລ້ຽງ ມາເຜີຍແຜ່ ແນະນໍາ ໃຫ້ປະຊາຊົນ ແລະ ກະສິກອນຜູ້ລ້ຽງສັດ ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງ ຕາມຄວາມຮັບຜິດຊອບທີ່ວ່າ ການກັນພະຍາດສັດ ເປັນໜ້າທີ່ຂອງທົ່ວປວງຊົນ.
ທີ່ມາ: ຂ່າວສານກະສິກຳ


