ວັນທີ 12 ພະຈິກ 2025, ຢູ່ທີ່ສະໜາມຫຼວງ (ເດີ່ນທາດຫຼວງ) ໄດ້ມີພິທີສະແດງທົດລອງສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3, ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາຄະນະນຳກະຊວງ, ຄະນະນຳກົມໃຫຍ່, ຫ້ອງວ່າການ ປກຊ-ປກສ, ບັນດາຄະນະນຳລວມ,ບັນດາອານຸກໍາມະການຮັບປະກັນ,ກ້ອນກໍາລັງສວນສະໜາມ ກຳລັງປກຊ-ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາກະຊວງ, ກະຊວງປ້ອງກັນຄວາມສະຫງົບ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງແຜນການ ຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການປົກປັກຮັກສາ ແລະ ສ້າງວາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ຫຼັງຈາກສໍາເລັດການສະແດງ, ບັນດາການນຳ ໄດ້ສະແດງຄວາມຊົມເຊີຍ ເຖິງຄວາມອົດທົນພະຍາຍາມຂອງທຸກສະຫາຍ ທີ່ພະຍາຍາມປັບປຸງບ່ອນທີ່ຍັງຄົງຄ້າງ, ພ້ອມທັງເນັ້ນໜັກ ໃຫ້ບັນດາຄະນະຮັບຜິດຊອບແຕ່ລະກ້ອນກໍາລັງ ສືບຕໍ່ເອົາໃຈໃສ່ຫຼາຍຢ່າງ ໂດຍສະເພາະ ຈັງຫວະທ່າທີຕ່າງໆ, ໄລຍະຫ່າງແຕ່ລະກ້ອນ, ລະດັບການຍົກແຂນຂາ ຕ້ອງສູງຕໍ່າສະເໝີກັນ, ສຽງເສບກັບສຽງພາກ ຕ້ອງໃຫ້ເຂົ້າກັນ, ກໍານົດຈຸດແຕ່ລະໜ້າວຽກ ໃຫ້ລະອຽດຊັດເຈນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ງົດງາມ ພ້ອມທັງຮັບປະກັນບໍໃຫ້ມີຄວາມຜິດພາດ, ສາມາດສະແດງອອກມາໄດ້ສົມບູນທີ່ສຸດ ໃນມື້ສະເຫຼີມສະຫຼອງແທ້.
ຂ່າວ: ແສງເດືອນ ແລະ ຈອນນີ້, ພາບ: ພູເງິນ ບົວທອງ


