ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ເພີ່ມໂອກາດໃຫ້ຜະລິດຕະພັນລາວເຂົ້າສູ່ຕະຫຼາດຈີນຫຼາຍຂຶ້ນ

Nov 12, 2025

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ ຄັ້ງ​ທີ 8 ຊຶ່ງເປັນເວທີສາກົນທີ່ສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງຈີນກັບຕະຫຼາດໂລກ ຈັດຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ ລະຫວ່າງວັນທີ 5-10 ພະຈິກ 2025 ຊຶ່ງປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່​ເປັນ​ຂໍ​ກຸນ​ແຈສໍາຄັນ ເພາະ​ເປັນ​ປີ​​ຈະສຳ​ເລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 14 ແລະ ກຽມກ້າວເຂົ້າສູ່ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 15 ຂອງຈີນ ເພື່ອແນໃສ່ພັດທະນາປະເທດຈີນໃຫ້ນັບມື້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງຕາມທິດສັງຄົມນິຍົມທັນສະໄໝທີ່ມີສີສັນພິເສດຂອງຈີນ ກໍຄື ບັນລຸເປົ້າໝາຍສູ້ຊົນ “100 ປີ ປະການທີ 2” ແລະ ຄວາມມຸ່ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.
May be an image of text May be an image of text
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ຄັ້ງນີ້ ໄດ້ຮັບໝາກຜົນອັນອຸດົມສົມບູນ ໂດຍມີເຖິງ 155 ປະ​ເທດ, ເຂດ​ແຄວ້ນ ແລະ ​ອົງ​ການ​​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ, ​ມີ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ 4.108 ແຫ່ງ​ເຂົ້າ​ຮ່ວມ​ວາງ​ສະ​ແດງ, ມີເນື້ອ​ທີ່​ວາງ​ສະ​ແດງຫຼາຍກວ່າ 430.000 ຕາ​ແມັດ ຊຶ່ງໄດ້​ສ້າ​ງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງໜຶ່ງ. ໃນ​ໄລ​ຍະ​ຈັດ​ງານ​​, ໄດ້​ຈັດ​ກິດ​ຈະ​ກຳ​ຍ່ອຍ​ຕ່າງໆ 100 ກວ່າ​ຄັ້ງ, ສ່ວນຜະລິດຕະພັນໃໝ່, ເຕັກໂນໂລຊີໃໝ່ ແລະ ການບໍລິການໃໝ່ໄດ້ນໍາມາວາງສະແດງຄັ້ງທໍາອິດເຖິງ 461 ລາຍການ, ໃນ​ນັ້ນ, ມີ 201 ​ລາຍ​ການແມ່ນ​ນຳ​ສະ​ເໜີ​ເປັນ​ຄັ້ງ​ທຳ​ອິດ​ຢູ່ໃນໂລກ, ກາ​ນ​ແລກ​ປ່ຽນ​ການຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ແລະ​ ລູກ​ຄ້າ​ມີ​ປະ​ສິ​ດ​ທິ​​ພາບ​ສູງ ເຮັດ​ໃຫ້​ມີ​ການເຊັນ​ສັນ​ຍາ​ຮ່ວມ​ມື​ຈຳ​ນວນຫຼວງຫຼາຍ. ພ້ອມນັ້ນ, ຍັງໄດ້ຈັດໃຫ້ເຂດວາງສະແດງສໍາຫຼັບປະເທດດ້ອຍພັດທະນາ ແລະ ເຂດບໍລິການການຄ້າເອເລັກໂຕຣນິກຂ້າມຊາດເປັນຄັ້ງທໍາອິດ. ທັງໝົດນີ້ໄດ້ເຮັດໃຫ້ຄວາມຕ້ອງການຂອງຈີນ ກັບຄວາມຄາດຫວັງຂອງໂລກເປັນໄປໃນຈັງຫວະດຽວກັນ.
ສໍາລັບປະເທດລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາ ຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດຂອງລາວ ໄດ້ເຂົ້າຮ່ວມງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ ຄັ້ງ​ທີ 8 ຊຶ່ງມີ 1 ຫ້ອງວາງສະແດງແຫ່ງຊາດ ແລະ 11 ບໍລິສັດ ເລວມມີສິນຄ້າກະສິກໍາແປຮູບ, ເຟີນິເຈີ່ ແລະອື່ນໆ.
May be an image of text that says 'አች UAST ORIG ORIGINAL' May be an image of tea maker and text
ທ່ານ ຈັນຕຸພົນ ນາຄະວິດ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ຜ່ານການເຂົ້າຮ່ວມງານວາງສະແດງສິນຄ້າທີ່ນະຄອນຊຽງໄຮ້ຂອງລາວຄັ້ງນີ້ ໄດ້ຮັບຜົນສໍາເລັດສົມຄວນ ເພາະໄດ້ຈັດການພົບປະແລກປ່ຽນຂອງການນຳສອງປະເທດລາວ-ຈີນ, ພ້ອມທັງໄດ້ເຂົ້າຮ່ວມພິທີເປີດງານ ແລະ ກອງປະຊຸມທີ່ປິ່ນອ້ອມຕ່າງໆ ເພື່ອສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍດ້ານການຂະຫຍາຍຕະຫຼາດ ແລະ ການຮ່ວມມືຂອງສອງຝ່າຍໃຫ້ນັບມື້ຫຼາຍຂື້ນ. ສຳຫຼັບພາກທຸລະກິດຂອງລາວທີ່ເຂົ້າຮ່ວມ ແມ່ນມີທ່າອ່ຽງເພີ່ມຂື້ນ ນອກຈາກເຈົ້າພາບໃຫ້ສິດທິພິເສດແກ່ 4 ບໍລິສັດທີ່ເຂົ້າຮ່ວມແລ້ວ, ຍັງມີ 7 ບໍລິສັດທີ່ສົນໃຈສະໝັກເຂົ້າຮ່ວມງານຜ່ານຊ່ອງທາງຕ່າງໆ ເພື່ອຂະຫຍາຍຕະຫຼາດຈຳໜ່າຍສິນຄ້າເຂົ້າສູ່ຕະຫຼາດຈີນ ເພາະງານດັ່ງກ່າວຖືເປັນໂອກາດດີສໍາລັບການພົບປະລະຫວ່າງທຸລະກິດກັບທຸລະກິດ, ລະຫວ່າງຜູ້ຜະລິດ, ຜູ້ຂົນສົ່ງ, ຜູ້ຈຳໜ່າຍ ແລະ ຜູ້ໂຄສະນາສິນຄ້າຜ່ານຊ່ອງທາງຕ່າງໆ ຊຶ່ງເປັນໂອກາດໃຫ້ມີການຂະຫຍາຍສິນຄ້າອອກສູ່ຕະຫລາດຈີນໄດ້ຫຼາຍຍິ່ງຂຶ້ນ.
May be an image of text May be an image of coffee cup, medicine, tea and text
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ ມີຄວາມໝາຍສຳຄັນເປັນຢ່າງຍິ່ງສຳຫຼັບການກຳນົດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດຂອງຈີນ ຕິດພັນກັບການສົ່ງເສີມການຄ້າ, ການຮ່ວມມື ແລະ ການດຳເນີນທຸລະກິດກັບຕ່າງປະເທດ ຕາມນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເພື່ອເປີດຕະຫຼາດພາຍໃນປະເທດຮັບເອົາສິນຄ້າທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານເຂົ້າສູ່ປະເທດຈີນ ທີ່ໄດ້ປັບປຸງດ້ານປະລິມານ ແລະ ຄຸນນະພາບໃຫ້ນັບມື້ສູງຍິ່ງຂຶ້ນ ໂດຍສະເພາະສິນຄ້າທີ່ເປັນນະວັດຕະກຳທັນສະ ໄໝ ກໍຄື ການປະດິດສ້າງໃໝ່, ຫຸ່ນຍົນປະດິດ ແລະ ສິນຄ້າອຸປະໂພກ-ບໍລິໂພກທີ່ເປັນມິດຕໍ່ສິ່ງແວດລ້ອມ ທັງຮັບປະກັນດ້ານສຸຂະອານາໄມ ເພື່ອປົກປ້ອງຜູ້ຊົມໃຊ້ພາຍໃນປະເທດ, ພ້ອມທັງຊ່ວຍໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງຕະຫຼາດທີ່ມີຄຸນນະພາບຫຼາຍຂື້ນ ເພື່ອສົ່ງເສີມໃຫ້ສິນຄ້າພາຍໃນໄດ້ຮັບການແຂ່ງຂັນ ແລະ ມີການຍົກລະດັບສູງຂຶ້ນ.
ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ສຳຫຼັບປະເທດລາວ ແມ່ນເຫັນໄດ້ຄວາມສຳຄັນຂອງງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ ຊຶ່ງຕິດພັນກັບແນວທາງນະໂຍບາຍຂອງລັດຖະບານ ເພື່ອສົ່ງເສີມພາກເອກະຊົນສາມາດຊອກຫາຕະຫຼາດຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫຼາຍຍິ່ງຂື້ນ. ສະນັ້ນ, ຈຶ່ງສົ່ງເສີມໃຫ້ພາກທຸລະກິດລາວເຂົ້າຮ່ວມງານດັ່ງກ່າວທຸກປີ.
May be an image of money and text May be an image of text
ໂດຍ: BT, ວສລ