ງານພົບປະ-ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຄັ້ງທີ 6 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນແລງວັນທີ 11 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດຫຼັກ16 ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫຼານນ້ອຍອະນຸຊົນ, ເຍົາວະຊົນທັນວາໃນທົ່ວປະເທດ ແລະ ແຂກຮັບເຊີນ.
ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ໃນນາມເຈົ້າພາບລາຍງານໃຫ້ຮູ້ວ່າ:
ຕະຫຼອດໄລຍະເວລາ 2 ວັນ ຂອງການຈັດງານ, ຄະນະຊາວໜຸ່ມ 18 ແຂວງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆ ໂດຍໄດ້ນໍາພາຄະນະຊາວໜຸ່ມ 18 ແຂວງ ແລະ ເຍົາວະຊົນ ວາງກະຕ່າດອກໄມ້ຢູ່ 3ຈຸດຄື: ຫໍພິພິທະພັນ, ອະນຸສອນສະຖານປະທານໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານສຸພານຸວົງ. ໄດ້ຈັດກິດຈະກໍາວາງສະແດງຜະລິດຕະພັນປະຈຳແຂວງ, ກິດຈະກຳນໍາສະເໜີຜົນຮ້າຍ ແລະ ການຕ້ານສະກັດກັ້ນບັນຫາສິ່ງເສບຕິດ, ການປົກປັກຮັກສາສິ່ງແວກລ້ອມ, ການຂັບຂີ່ປອດໄພ, ການນໍາໃຊ້ເຕັກໂນໂລຊີ ແລະ ເອໄອ. ພ້ອມນີ້, ຍັງຈັດຂັນແຕ້ມຮູບພາຍໃຕ້ຫົວຂໍ້: ການຮັກສາສິ່ງແວດລ້ອມ, ການສົ່ງເສີມການສຶກສາ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ທັດສະນະສຶກສາເຂດເສດຖະກິດພິເສດໄຊເສດຖາ, ອະນຸສອນສະຖານປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ແລະ ພະທາດຫຼວງວຽງຈັນ, ການແຂ່ງຂັນຕີກອງດຸລິຍາງແປຕົວອັກສອນ, ພິທີຊຸມນຸມໄຟ ແລະອື່ນໆ.

ໃນໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: ຜົນສຳເລັດຂອງງານພົບປະຄັ້ງນີ້ ໄດ້ຢັ້ງຢືນເຖິງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງແມ່ນໝາກຜົນລວມຍອດແຫ່ງການສ້າງສາພັດທະນາເດັກນ້ອຍລາວ ໃຫ້ມີຄວາມຮູ້, ຄວາມສາມາດມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ທີ່ຖືກມອບໝາຍ, ສະແດງໃຫ້ເຫັນເຖິງການສ້າງເຍົາວະຊົນ ທີ່ເປັນຄົນຮຸ່ນສຶບທອດພາລະກິດຂອງພັກ, ເປັນຜູ້ທີ່ພັກໄວ້ເນື້ອເຊື່ອໃຈ ແລະ ຝາກອະນາຄົດກໍຄືໂຊກຊະຕາຂອງປະເທດຊາດໄວ້ນຳເຂົາເຈົ້າ. ນອກຈາກນີ້, ຍັງຢັ້ງຢືນເຖິງຄວາມຕັດສິນໃຈສູງຂອງຄະນະພັກຄະນະນໍາໃນການອຳນວຍຄວາມສະດວກ ແລະ ອະນຸມັດງົບປະມານ, ສະແດງເຖິງຄວາມຕັດສິນໃຈສູງຂອງບັນດາຄະນະຮັບຜິດຊອບທັງໝົດ ແລະ ຫຼານນ້ອຍເຍົາວະຊົນທີ່ໄດ້ເອົາໃຈໃສ່ ຕັດສິນໃຈສູງຢ່າງເປັນເຈົ້າການຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍສົມກັບເປັນຕົວແທນຂອງເຍົາວະຊົນທັນວາ. ແຕ່ພວກເຮົາຍັງມີພາລະໜ້າທີ່ສຳຄັນຫຼາຍຢ່າງ ຈະຕ້ອງໄດ້ພ້ອມກັນປະຕິບັດ ໂດຍສະເພາະການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ເຍົາວະຊົນ-ອະນຸຊົນດ້ວຍຫຼາຍຮູບ, ຫຼາຍແບບ, ຫຼາຍວິທີ ແລະ ຫຼາຍກິດຈະກຳ ເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມພວກເຮົາໃຫ້ຫຼຸດໜ້ອຍຖອຍລົງ ແລະ ເຍົາວະຊົນເອງ ຍັງຕ້ອງໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມກ້າຫານ ແລະ ມີຄຸນສົມບັດສິນທຳປະຕິວັດຢ່າງແທ້ຈິງ, ຝຶກຝົນຕົນເອງໃຫ້ກາຍເປັນລູກຮັກ, ຫຼານປະເສີດຂອງພໍ່ແມ່ຄູອາຈານ ແລະ ເປັນຜູ້ສຶບທອດທີ່ດີຂອງພັກ, ເປັນລູກຮັກ, ຫຼານປະເສີດທີ່ປະຕິບັດໄດ້ຄຳສອນ 6 ຮັກ 3 ຊັງຂອງທ່ານຜູ້ນຳ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ.

ໃນງານຄັ້ງນີ້, ຍັງໄດ້ມອບລາງວັນຊະນະເລີດການນໍາສະເໜີຈາກແຂວງຊຽງຂວາງ, ການແຕ້ມຮູບຈາກແຂວງຄໍາມ່ວນ, ການແຂ່ງຂັນຕີກອງດຸລິຍາງແປຕົວອັກສອນຈາກນະຄອນຫຼວງວຽງຈັນ ໃຫ້ກຽດມອບລາງວັນໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ສໍາລ”ຫຼັບຮອງຊະນະເລີດການນໍາສະເໜີຈາກນະຄອນຫຼວງວຽງຈັນ, ແຕ້ມຮູບຈາກແຂວງສາລະວັນ, ການແຂ່ງຂັນຕີກອງດຸລິຍາງແປຕົວອັກສອນ ຈາກແຂວງສາລະວັນ ໃຫ້ກຽດມອບລາງວັນໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ອັນດັບ3 ການນໍາສະເໜີ ຈາກແຂວງສະຫວັນນະເຂດ, ແຕ້ມຮູບຈາກນະຄອນຫຼວງວຽງຈັນ, ການແຂ່ງຂັນຕີກອງດຸລິຍາງແປຕົວອັກສອນ ຈາກແຂວງບໍລິຄຳໄຊ ໃຫ້ກຽດມອບລາງວັນ ໂດຍທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພານະຄອນຫຼວງວຽງຈັນ, ຜູ້ຊີ້ນໍາວຽກງານເຍົາວະຊົນ, ພ້ອມນັ້ນຍັງມີລາງວັນຊົມເຊີຍ 3 ກິດຈະກຳໃຫ້ 18 ແຂວງ ມອບໂດຍທ່ານນາງ ປານີ ຜູ້ຊີ້ນໍາວຽກງານເຍົາວະຊົນຕື່ມອີກ.




