ຜູ້ບໍລິໂພກໃນອາເມຣິກາ ຕ້ອງໃຊ້ຈ່າຍເພີ່ມຂຶ້ນຍ້ອນຜົນກະທົບຈາກນະໂຍບາຍເພີ່ມພາສີ

ນັບແຕ່ດໍາເນີນມາດຕະການເພີ່ມພາສີນໍາເຂົ້າສິນຄ້າ ທີ່ເອີ້ນວ່າ: ພາສີເທົ່າທຽມກັນ ໄດ້ເຮັດໃຫ້ລາຄາສິນຄ້າພາຍໃນປະເທດອາເມຣິກາເພີ່ມສູງຂຶ້ນ ແລະ ສົ່ງຜົນກະທົບຕໍ່ຜູ້ບໍລິໂພກຢ່າງຫຫຼີກລ່ຽງບໍ່ໄດ້. ອີກບໍ່ດົນອາເມຣິກາກຳລັງຈະເຂົ້າສູ່ລະດູການຊື້ເຄື່ອງທີ່ສຳຄັນໃນທ້າຍເດືອນພະຈິກນີ້ ແຕ່ເນື່ອງຈາກນະໂຍບາຍພາສີ ເຮັດໃຫ້ຄ່າໃຊ້ຈ່າຍໃນການຊື້ເຄື່ອງສຳ ລັບຜູ້ບໍລິໂພກໃນປີນີ້ອາດຈະເພີ່ມສູງຂຶ້ນຢ່າງຫຼວງຫຼາຍ.
ແພລດຟອມການຂໍຢືມເງິນອອນໄລນ໌ Lending Tree ຄາດຄະເນວ່າ ນະໂຍບາຍພາສີຂອງອາເມຣິກາ ຈະເພີ່ມຄ່າໃຊ້ຈ່າຍລວມສຳລັບຜູ້ບໍລິໂພກ ແລະ ຜູ້ຄ້າຂາຍຍ່ອຍປະ ມານ 40,6 ຕື້ໂດລາ. ໃນຈໍານວນນີ້, ຜູ້ບໍລິໂພກຊາວອາເມລິກາຖືກຄາດຄະເນວ່າຈະແບກຫາບຄ່າພາສີເພີ່ມຕື່ມ 28,6 ຕື້ໂດລາ. ຂະນະທີ່ຜູ້ຄ້າຂາຍຍ່ອຍຄາດວ່າຈະແບກຫາບສ່ວນທີ່ເຫຼືອ 12 ຕື້ໂດລາ, ເຊິ່ງນີ້ກໍ່ຍັງໝາຍຄວາມວ່າ ຜູ້ບໍລິໂພກໃນອາເມລິກາທຸກຄົນຈະຕ້ອງໃຊ້ຈ່າຍເພີ່ມຕື່ມ 132 ໂດລາ ແລະ ອີງຕາມການປະເມີນຂອງ Lending Tree, ຜູ້ບໍລິ ໂພກສິນຄ້າເອເລັກໂຕຣນິກຈະໄດ້ຮັບຜົນກະທົບຈາກພາສີຫຼາຍທີ່ສຸດ ໂດຍມີຄ່າໃຊ້ຈ່າຍເພີ່ມຕື່ມສະເລ່ຍ 186 ໂດລາຕໍ່ຄົນ, ຕາມມາດ້ວຍສິນຄ້າປະເພດເສື້ອຜ້າ ແລະ ເຄື່ອງປະ ດັບທີ່ມີຄ່າໃຊ້ຈ່າຍເພີ່ມຕື່ມ ສະເລ່ຍ 82 ໂດລາຕໍ່ຄົນ.

(ການສໍາຫຼວດຄວາມຄິດເຫັນຂອງThe Washington Post-ABC News-Ipsos poll [ຮູບພາບ/The Washington Post]
ນັກເສດຖະສາດ ເຕືອນວ່າ ຜົນກະທົບເຕັມທີ່ຂອງນະໂຍບາຍພາສີອາດຈະໃຊ້ເວລາຫຼາຍເດືອນຈຶ່ງຈະປາກົດອອກມາຢ່າງຊັດເຈນ ເຮັດໃຫ້ທັງຜູ້ປະກອບການ ແລະ ຄົວເຮືອນຫຼາຍແຫ່ງຮູ້ສຶກບໍ່ສະບາຍໃຈ. ຜົນການສໍາຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ເກືອບ 60% ຂອງຊາວອາເມລິກາເຊື່ອວ່າ ພາສີຈະເຮັດໃຫ້ເງິນເຟີ້ເພີ່ມສູງຂຶ້ນ ແລະ ເກືອບ 60% ເຊື່ອວ່າພາສີໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດອາເມຣິກາ. ນອກຈາກນີ້, ຄວາມບໍ່ແນ່ນອນທີ່ເປັນເອກະພາບກັນກ່ຽວກັບນະໂຍບາຍການຄ້າຂອງອາເມຣິກາ ໄດ້ກາຍເປັນປັດໃຈຫຼັກທີ່ສົ່ງຜົນຕໍ່ຄວາມເຊື່ອໝັ້ນໃນການດຳເນີນທຸລະກິດ. ຄວາມເຊື່ອໝັ້ນດ້ານທຸລະກິດໃນບັນດາຜູ້ຜະລິດສິນຄ້າບໍລິໂພກໄດ້ຫຼຸດລົງສູ່ຈຸດຕໍ່າສຸດໃນສອງປີ ເນື່ອງຈາກບໍລິສັດຕ່າງໆ ກຳລັງກັງວົນເພີ່ມຂຶ້ນກ່ຽວກັບການຫຼຸດລົງຂອງການໃຊ້ຈ່າຍໃນຄົວເຮືອນພາຍໃນປະ ເທດ ແລະ ການຂາຍໃຫ້ຜູ້ບໍລິໂພກໃນຕະຫຼາດສົ່ງອອກ.
ທ່ານ ນາງ ຊູຊານ ສະເປັນ ຈາກຄະນະກໍາມະການສໍາຫຼວດທຸລະກິດການຜະລິດຂອງສະຖາບັນສະຖິຕິຄະນິດສາດ ກ່າວວ່າ: ອຸດສາຫະກໍາການຜະລິດຂອງປະເທດທີ່ພາສີຂອງອາເມຣິກາມີຈຸດປະສົງຢາກສົ່ງເສີມໄດ້ຫຼຸດລົງໃນເດືອນຕຸລາຜ່ານມາ ເຊິ່ງເປັນເດືອນທີ 8 ຕິດຕໍ່ກັນ, ສະຖາບັນຄຸ້ມຄອງການສະໜອງອາເມຣິກາ ລາຍງານວ່າ ດັດຊະນີຜູ້ຈັດຊື້ທີ່ຖືກຕິດຕາມຢ່າງໃກ້ຊິດຢູ່ທີ່ 48,7%; ຄ່າທີ່ຕໍ່າກວ່າ 50% ຊີ້ບອກເຖິງການຫຼຸດລົງທາງດ້ານເສດຖະກິດ. ການຫຼຸດລົງຢ່າງຕໍ່ເນື່ອງຂອງອຸດສາຫະກໍາການຜະລິດໃນເດືອນຕຸລາ ສະທ້ອນໃຫ້ເຫັນຄວາມບໍ່ແນ່ນອນທາງເສດຖະກິດທີ່ຍັງຄົງມີຢູ່.
ເມື່ອບໍ່ດົນມານີ້ ສານສູງຂອງອາເມຣິກາ ໄດ້ສະແດງຄວາມສົງໄສກ່ຽວກັບຄວາມຖືກຕ້ອງຂອງກົດໝາຍວ່າດ້ວຍພາສີທີ່ອາເມຣິກາກຳໜົດໃຊ້ຕໍ່ປະເທດສ່ວນໃຫຍ່ໃນໂລກປັດຈຸບັນ. ຜູ້ພິພາກສາສ່ວນໃຫຍ່ຕ່າງສະແດງຄວາມສົງໄສຕໍ່ເຫດຜົນທີ່ທໍານຽບຂາວໃນການກຳໜົດພາສີນໍາເຂົ້າເຊິ່ງຖືກວິພາກວິຈານວ່າເຮັດໃຫ້ເກີດຄວາມເສຍຫາຍທີ່ບໍ່ສາມາດຟື້ນຟູໄດ້ຕໍ່ທຸລະກິດທັງຂະໜາດໃຫຍ່ ແລະ ຂະໜາດນ້ອຍທົ່ວໄປປະເທດ, ທັງຊີ້ໃຫ້ເຫັນເຖິງຜົນກະທົບດ້ານເສດຖະກິດອັນໃຫຍ່ຫຼວງທີ່ເກີດຈາກນະໂຍບາຍເພີ່ມພາສີໃນຄັ້ງນີ້.
ການຮ້ອງຟ້ອງນີ້ກ່ຽວຂ້ອງກັບກົດໝາຍປີ 1977, ກົດໝາຍວ່າດ້ວຍອຳນາດເສດຖະກິດໃນສະພາບສຸກເສີນສາກົນ ເຊິ່ງໃຫ້ອຳນາດແກ່ປະທານາທິບໍດີໃນການຄຸ້ມຄອງການຄ້າເພື່ອຕອບສະໜອງຕໍ່ສະພາບສຸກເສີນ. ທ່ານ ໂດນັນ ທຣໍາ ໄດ້ນໍາໃຊ້ກົດໝາຍດັ່ງກ່າວ ເທື່ອທຳອິດໃນເດືອນກຸມພາປີນີ້ ເພື່ອກຳໜົດພາສີສຳລັບສິນຄ້າຈາກຈີນ, ແມັກຊິກ ແລະ ການາດາ. ຈາກນັ້ນ ໄດ້ສືບຕໍ່ໃຊ້ມັນອີກໃນເດືອນເມສາ ໂດຍໄດ້ສັ່ງກຳໜົດພາສີແຕ່ 10% ຫາ 50% ສໍາລັບສິນຄ້າຈາກເກືອບທຸກປະເທດໃນໂລກ.
ການຮ້ອງຟ້ອງນີ້ເປັນຂໍ້ຂັດແຍ້ງທີ່ສຳຄັນເທົ່າທີ່ເຄີຍມີມາກ່ຽວກັບນະໂຍບາຍຂອງປະທານາທິບໍດີອາເມຣິກາທີ່ຖືກນຳສະເໜີຕໍ່ສານສູງ ແລະ ເປັນການຮ້ອງຟ້ອງທຳອິດທີ່ຜູ້ພິພາກສາສານອາດຈະຖືກຮຽກຮ້ອງໃຫ້ຕັດສິນຂັ້ນສຸດທ້າຍ ເຊິ່ງກ່ຽວຂ້ອງກັບຜົນປະໂຫຍດທີ່ສຳຄັນຢ່າງຊັດເຈນ, ແຕ່ພາຍໃຕ້ລັດຖະທຳມະນູນ ເຊິ່ງເປັນກົດໝາຍສູງສຸດຂອງອາເມລິກາ, ອໍານາດໃນການເກັບພາສີຂອງລັດຖະສະພາບໍ່ແມ່ນປະທານາທິບໍດີ ແລະ ສານໄດ້ກຳໜົດພາສີດັ້ງເດີມໄວ້ວ່າ ລັດຖະສະພາໄດ້ມອບອໍານາດນັ້ນໃຫ້ຜູ້ອື່ນໄດ້ຫຼາຍເທົ່າໃດ.
ອີງຕາມການວິເຄາະຂອງ Wells Fargo, ການຮ້ອງຟ້ອງນີ້ກ່ຽວຂ້ອງກັບພາສີນໍາເຂົ້າປະມານ 90 ຕື້ໂດລາທີ່ໄດ້ຈ່າຍໄປແລ້ວ ເຊິ່ງຄິດໄລ່ເປັນປະມານເຄິ່ງຫນຶ່ງຂອງລາຍຮັບຈາກພາສີນໍາເຂົ້າຂອງອາເມຣິກາຈົນເຖິງເດືອນກັນຍາປີນີ້. ເຈົ້າໜ້າທີ່ຂອງລັດຖະບານອາເມຣິກາໄດ້ເຕືອນວ່າ ເງິນຈຳນວນນີ້ອາດຈະເພີ່ມສູງຂຶ້ນເປັນ 1,000 ຕື້ໂດລາ ຖ້າຫາກສານສູງເລື່ອນການຕັດສິນອອກໄປຈົນເຖິງເດືອນມິຖຸນາປີໜ້າ.
ທ່ານ ອາເລັກຊານເດີ ລາຊິກ ປະທານຜູ້ບໍລິຫານ ບໍລິສັດເຄື່ອງປະດັບ Pandora ຂອງດານມາກ ກ່າວວ່າ ຕົນເອງກຳລັງຕິດຕາມການພິຈາລະນາບັນຫານີ້ຢ່າງໃກ້ຊິດ ເນື່ອງຈາກພາສີເປັນປັດໃຈທີ່ກໍາລັງລົບກວນການດໍາເນີນທຸລະກິດຂອງຕົນ. ເຄື່ອງປະດັບຂອງ Pandora ຜະລິດຢູ່ໃນປະເທດໄທ ເຮັດໃຫ້ສິນຄ້າຕ້ອງຈ່າຍພາສີ 19%.
ຍັງມີຄວາມບໍ່ແນ່ນອນຫຼາຍຢ່າງກ່ຽວກັບນະໂຍບາຍພາສີຂອງອາເມຣິກາ. ປະການທຳອິດແມ່ນຄວາມຖືກຕ້ອງຕາມກົດໝາຍຂອງນະໂຍບາຍພາສີໃນປັດຈຸບັນກຳລັງລໍຖ້າການຕັດສິນສຸດທ້າຍຈາກສານສູງ. ຕໍ່ມາ, ແມ່ນຂໍ້ຕົກລົງການຄ້າສ່ວນໃຫຍ່ທີ່ໄດ້ຕົກລົງກັບຄູ່ການຄ້າຫຼັກບໍ່ໄດ້ຖືກເຜີຍແຜ່ໃນຮູບແບບຂອງຄໍາສັ່ງຝ່າຍບໍລິຫານ, ເຊິ່ງລາຍລະອຽດຂອງເງື່ອນໄຂຍັງຄົງເປັນທີ່ຖົກຖຽງກັນ. ຖ້າຫາກພາສີເຟັນຕານີວ ແລະ ພາສີເທົ່າທຽມກັນ ຖືກຕັດສິນວ່າບໍ່ຖືກຕ້ອງຕາມກົດໝາຍ ແລະ ຖືກຍົກເລີກ, ການຫຼຸດລົງຢ່າງຫຼວງຫຼາຍຂອງພາ ສີອາເມຣິກາຈະເປັນຜົນດີຕໍ່ກິດຈະກຳການຄ້າໂລກ ແລະ ມີການຄາດຄະເນວ່າ ສານສູງອາເມຣິກາ ຕ້ອງໃຊ້ເວລາຢ່າງໜ້ອຍຫຼາຍອາທິດ ຫຼື ເຖິງວ່າແມ່ນຫຼາຍເດືອນຈຶ່ງຈະສາມາດຕັດສິນສຸດທ້າຍໄດ້. ນັກວິເຄາະຊີ້ໃຫ້ເຫັນວ່າ ເຖິງແມ່ນວ່າລັດຖະບານອາເມຣິກາ ຈະບໍ່ຊະນະກໍຕາມ, ແຕ່ອາດນໍາໃຊ້ກົດໝາຍອື່ນໆ ເພື່ອປະຕິບັດນະໂຍບາຍພາສີຕໍ່ໄປ ແຕ່ຄວາມໄວ ແລະ ຂອບເຂດຂອງການຈັດຕັ້ງປະຕິບັດເຫຼົ່ານີ້ຈະຖືກຈຳກັດ.

