ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະຫາລືການພົວພັນຮ່ວມມືສອງຝ່າຍ

Nov 12, 2025

ໃນວັນທີ 12 ພະຈິກ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ທ່ານ ໂຮ່ ດຶກ ເຝິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພະຈິກ 2025.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກັນຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ; ການນຳຂັ້ນສູງ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ມີການແລກປ່ຽນຢ້ຽມຢາມໄປມາຫາສູ່ກັນຢ່າງເປັນປົກປະຕິ, ສອງຝ່າຍໄດ້ເປັນເຈົ້າການປະສານສົມທົບກັນຢ່າງໃກ້ຊິດ ແລະ ຕັ້ງໜ້າຈັດຕັັ້ງຜັນຂະຫຍາຍ ຜົນການພົບປະສອງກົມການເມືອງ ກໍຄື ຂໍ້ຕົກລົງວ່າດ້ວຍການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2025 ຊຶ່ງໄດ້ຮັບໝາກຜົນ ແລະ ມີຄວາມຄືບໜ້າ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ເສດຖະກິດ-ການຄ້າ-ການລົງທຶນ ແລະ ອື່ນໆ.


ພ້ອມກັນນີ້, ສອງຝ່າຍໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ ແລະ ຫວຽດນາມ, ສອງຝ່າຍເຫັນດີເປັນເອກະພາບ ໃນການຊຸກຍູ້ຕິດຕາມບັນດາກະຊວງ, ຂະແໜງການຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການພົບປະຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດຂອງສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທໍາຍິ່ງໆຂຶ້ນ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການທ່າເຮືອຫວຸງອາງ 1, 2,​3, ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ໂຄງການອື່ນໆ. ພິເສດ ສອງຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຮ່ວມກັນໂຄງການທີ່ຍັງຄົງຄ້າງ ເປັນຕົ້ນໂຄງການບໍ່ເກືອກາລີ ຢູ່ແຂວງຄຳມ່ວນ ແລະ ການປູກຢາງພາລາຂອງກຸ່ມບໍລິສັດຢາງພາລາຫວຽດນາມ. ນອກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມທັງເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ການເຂົ້າຮ່ວມການພົບປະ ລະຫວ່າງສອງກົມການເມືອງ; ການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຈະມີຂຶ້ນ ຢູ່ ສປປ ລາວ ໃນທ້າຍປີ 2025 ນີ້.


ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ໂຮ່ ດຶກ ເຝິກ ພ້ອມດ້ວຍຄະນະ ຍັງຈະໄດ້ໄປຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ, ຊຶ່ງເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເພີ່ມພູນຄູນສ້າງຂຶ້້ນຢ່າງບໍ່ຢຸດຢັ້ງ.

ພາບ:ຂັນໄຊ