ໃນວັນທີ 12 ພະຈິກ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຮ່ ດຶກ ເຝິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພະຈິກ 2025.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຄັ້ງນີ້, ຊຶ່ງມີຄວາມສໍາຄັນແນໃສ່ຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ ພ້ອມທັງເປັນການກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ເຂົ້າຮ່ວມການພົບປະສອງກົມການເມືອງ ລາວ-ຫວຽດນາມ ກໍຄື ການກະກຽມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ທີ່ຈະມີຂຶ້ນຢູ່ ສປປ ລາວ ໃນທ້າຍປີ 2025 ນີ້ ກໍຄື ການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງພັກສອງລັດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ເຖິງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ, ສະຫາຍ ປະທານປະເທດ ເລືອງ ເກືອງ ແລະ ບັນດາການນໍາຂັ້ນສູງຂອງພັກ-ລັດ ສສ ຫວຽດນາມ ພ້ອມທັງໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ່ງ ຕໍ່ຜົນກະທົບຈາກ ພາຍຸ ແລະ ໄພພິບັດນໍ້າຖ້ວມ ຢູ່ ສສ ຫວຽດນາມ ໃນໄລຍະຜ່ານມາ.
ພ້ອມນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ກໍຄື ແຜນການໃນຕໍ່ໜ້າ, ຊຶ່ງເຫັນວ່າສອງຝ່າຍສືບຕໍ່ມີການພົບປະ ແລະ ແລກປ່ຽນຂອງຄະນະຜູ້ແທນຂັ້ນຕ່າງໆ ຢ່າງເປັນປົກກະຕິ; ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໄດ້ສໍາເລັດຫລາຍໂຄງການ; ສືບຕໍ່ເພີ່ມທະວີຮັດແໜ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່, ຊຸກຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງດ້ານຄົມມະນາຄົມ ພ້ອມທັງສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ ມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະ ຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດຂອງສອງປະເທດ.
ໃນຂະນະດຽວກັນ, ທ່ານ ໂຮ່ ດຶກ ເຝິກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະສອງຝ່າຍກັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາສອງປະເທດໄດ້ຕົກລົງເຫັນດີຮ່ວມກັນ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ປະກົດຜົນເປັນຮູບປະທໍາ ຕາມຄາດໝາຍທີ່ວາງໄວ້.
ພາບ: ຂັນໄຊ


