ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

Nov 13, 2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫລີ ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ ໃນວັນທີ 28 ຕຸລາ 1965 ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ-ສປປ ເກົາຫລີ (24 ມິຖຸນາ 1974-24 ມິຖຸນາ 2024).


ໃນວັນທີ 12 ພະຈິກ 2025 ທີ່ສະພາມັນຊຸແດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ, ຊຶ່ງເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມ ແລະ ມີຜົນສໍາເລັດສູງ. ໃນການພົບປະຄັ້ງນີ້, ສະຫາຍ ນາງ ແຈ ຊອນ ຮຸຍ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ ຂອງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ຄະນະຜູ້ແທນ ສປປ ລາວ, ອັນໄດ້ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫລີ ແລະ ສປປ ລາວ ໃຫ້ສືບຕໍ່ພັດທະນາຂຶ້ນສູ່ບາດກ້າວໃໝ່. ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຄູ່ຮ່ວມຕໍາແໜ່ງ ຝ່າຍ ສປປ ເກົາຫລີ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ການເສຍຊີວິດຂອງ ສະຫາຍ ກິມ ຢົງ ນາມ ອະດີດກຳມະການປະຈໍາກົມການເມືອງສູນກາງພັກ ແຮງງານເກົາຫລີ, ອະດີດປະທານຄະນະກຳມະການປະຈຳສະພາປະຊາຊົນສູງສຸດ ສປປ ເກົາຫລີ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 3 ພະຈິກ 2025 ຜ່ານມາ, ຊຶ່ງເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນເກົາຫລີອ້າຍນ້ອງ ແລະ ຂໍແບ່ງເບົາຄວາມທຸກໂສກໄປຍັງຄອບຄົວຂອງ ສະຫາຍ ກິມ ຢົງ ນາມ ອີກດ້ວຍ.


ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີ ເປັນເອກະພາບສູງ ໃນການຜັນຂະຫຍາຍຜົນການພົບປະຄັ້ງປະຫວັດສາດ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫລີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ຜ່ານມາ ໃຫ້ເປັນຮູບປະທໍາໂດຍໄວ ເປັນຕົ້ນ ການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ ແລະ ກິລາ, ທ່ອງທ່ຽວ, ການຮ່ວມມືໃນວຽກງານກໍ່ສ້າງພັກ-ພະນັກງານ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວ ລວມທັງການຈັດກອງປະຊຸມຮ່ວມມືສອງຝ່າຍ ຕາມກົນໄກທີ່ໄດ້ປະຕິບັດຜ່ານມາໃນອະນາຄົດ. ນອກນັ້ນ, ສອງຝ່າຍ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດ ແລະ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ການຮ່ວມມືໃນຂອບອາຊຽນ ແລະ ສປຊ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.


ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຊື້ອເຊີນ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ ເພື່ອຮັດແໜ້ນ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄື ສອງກະຊວງການຕ່າງປະເທດ ໃຫ້ຂະຫຍາຍຕົວ, ຊຶ່ງສະຫາຍ ນາງ ແຈ ຊອນ ຮຸຍ ກໍສະແດງຄວາມຍິນດີ ແລະ ຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ. ໃນມື້ດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ຢ້ຽມຢາມ ອະນຸສາວະລີແນວຄິດຈຸເຊ, ລົດໄຟໃຕ້ດິນພຽງຢາງ ແລະ ຢ້ຽມຢາມປະຕູໄຊ, ພ້ອມທັງເຂົ້າຮ່ວມງານລ້ຽງຕ້ອນຮັບ ທີ່ເຮືອນພັກກໍບັງຊັນ ເປັນກຽດຈັດໂດຍ ສະຫາຍ ນາງ ແຈ ຊອນ ຮຸຍ. ພ້ອມນີ້, ຍັງມີແຜນໄປຢ້ຽມຢາມ ແລະ ທັດສະນະສຶກສາ ສະຖານທີ່ສໍາຄັນທາງປະຫວັດສາດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ເກົາຫລີ ຈໍານວນໜຶ່ງອີກດ້ວຍ.