ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຄງການປັບປຸງກໍ່ສ້າງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 2 W ສັນຍາ 3 ນັບແຕ່ກິໂລແມັດ 121+000 ຫາ ກິໂລແມັດ 136+033 ແຂວງອຸດົມໄຊ ພາຍໃຕ້ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສຽງໃຕ້ ເພື່ອການ ເຊື່ອມຈອດ-ເຊື່ອມໂຍງ ລະຫວ່າງ ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດຈຽງຊີ ຮ່ວມມືເສດຖະກິດ ແລະ ເຕັກນິກ ສາກົນ ແລະ ຜູ້ຮັບເໝົາຍ່ອຍ ບໍລິສັດກວດສອບເສັ້ນທາງຂົວລົດໄຟແຫ່ງປະເທດຈີນ ແລະ ສະຖາບັນອອກແບບ ຈັດຂື້ນໃນຕອນຄໍ່າ ວັນທີ 11 ພະຈິກ 2025 ທີ່ໂຮງແຮມແລນມາກແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ສຸລິທາ ຕັນຍາແກ້ວ ຫົວໜ້າໂຄງການ ກໍ່ສ້າງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 2W ສັນຍາ 3 ແລະ ດ່ານສາກົນ ລາຍງານ ໃຫ້ຮູ້ວ່າ: ການກໍ່ສ້າງ ແລະ ສ້ອມແປງທາງ 2W ລວມມູນຄ່າຫຼາຍກວ່າ 10 ລ້ານໂດລາ ປະຈຸບັນ ປະກອບມີ 3 ໄລຍະ 3 ສັນຍາ ມີລວງຍາວທັງໝົດ 15 ກິໂລແມັດ ໄລຍະທີ1 ແຕ່ເມືອງໄຊ ຫາ ຊາຍແດນ ເມືອງແບງ ແລະ ເມືອງຮຸນ, ໄລຍະທີ2 ແຕ່ຊາຍແດນເມືອງແບງ ແລະ ເມືອງຮຸນ ຫາ ຊາຍແດນ ເມືອງຮຸນ ແລະ ເມືອງປາກແບງ ແລະ ໄລຍະທີ3 ແຕ່ຊາຍແດນ ເມືອງຮຸນ ແລະ ປາກແບງ ຫາ ສາມແຍກລົງທ່າເຮືອປາກແບງ ແຂວງອຸດົມໄຊ,
ມາດຕະຖານເຕັກນິກການອອກແບບຕາມ ມາດຕະຖານທາງອາຊຽນຊັ້ນ III, ໜ້າທາງປູອັດສະຟານ, ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7 ຫາ 9 ແມັດ, ປະກອບມີຂົວ 4 ແຫ່ງ, ພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງດ້ານຄົມມະນາຄົມ ເປັນຕົ້ນ: ການຂົນສົ່ງທາງບົກ, ການບໍລິການໂລຈິດສະຕິກ, ທ່າບົກ, ບັນດາສູນກະຈາຍ ແລະ ເຕົ້າໂຮມສິນຄ້າ. ໂຄງການນີ້ ຍັງປະກອບດ້ວຍພາກສ່ວນກ່ຽວຂ້ອງຈາກຂະແໜງການຕ່າງໆທີ່ມີສ່ວນຮ່ວມຈັດຕັ້ງປະຕິບັດເພື່ອປັບປຸງການເຊື່ອມຈອດ-ເຊື່ອມໂຍງດ້ານການຄ້າ ແລະ ການຂົນສົ່ງໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດຕາມ ແລວທາງເສດຖະກິດ ຢູ່ພາກພື້ນຕາເວັນ ອອກ-ຕາເວັນຕົກ ໃນຂົງເຂດອາຊີຕາເວັນ ອອກສຽງໃຕ້, ເພື່ອສະໜອງ ວິທີການຮອງຮັບໃຫ້ທັນການ ແລະ ມີປະສິດທິພາບໃນກໍລະນີມີວິກິດການ ຫຼື ສະຖານະການສຸກເສີນເກີດຂຶ້ນ.
ຕອນທ້າຍ, ທ່ານ ສຸລິທາ ຕັນຍາແກ້ວ ຫົວໜ້າ ໂຄງການກໍ່ສ້າງ ແລະ ສ້ອມແປງທາງຫຼວງ ແຫ່ງຊາດ 2W ສັນຍາ 3 ແລະ ດ່ານສາກົນ, ພາຍໃຕ້ໂຄງການພັດທະນາຕາມແລວທາງ ເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ ແລະ ທ່ານ ສິ່ວສື ເພີ່ງ ຕາງໜ້າປະທານບໍລິສັດ ໄຊນາ ຈ່ຽງຊີ ໄດ້ ລົງນາມສັນຍາ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຮ່ວມເປັນສັກຂີພິຍານ.
ຂ່າວ : ບັນລັງທອງ


