ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຕູສູ່ພາຍນອກລະດັບສູງຂອງຈີນ: ປະຕູໃໝ່ທີ່ສໍາຄັນສໍາລັບຄວາມກ້າວໜ້າຮ່ວມກັນ

Nov 14, 2025

ປະຕູສູ່ພາຍນອກລະດັບສູງຂອງຈີນ: ປະຕູໃໝ່ທີ່ສໍາຄັນສໍາລັບຄວາມກ້າວໜ້າຮ່ວມກັນ

(ເຮືອຂ້າມຟາກຢູ່ທ່າເຮືອຊຽວອິງ, ນະຄອນໄຫໂຂວ, ແຂວງໄຫຫຼໍາ. 22/07/2025/. Xinhua)

ໃນຫຼາຍທົດສະວັດຜ່ານມານີ້, ຈີນ ໄດ້ກາຍເປັນກໍາລັງສໍາຄັນໃນການຂັບເຄື່ອນເສດຖະກິດ, ເຕັກໂນໂລຊີ ແລະ ສັງຄົມຂອງໂລກ. ວິວັດທະນາການນີ້ບໍ່ໄດ້ເປັນພຽງເລື່ອງຂອງຕົວເລກສະຖິຕິ ເທົ່ານັ້ນ, ຍັງສະທ້ອນໃຫ້ເຫັນຫຼັກປັດຊະຍາທີ່ສ້າງຂຶ້ນຈາກການພັດທະນາຊີວິດການເປັນຢູ່ທີ່ດີຂອງປະຊາຊົນ, ການເຕີບໂຕທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ແນວຄິດຄວາມທັນສະໄໝແບບຈີນໄດ້ຮັບແຮງບັນດານໃຈມາຈາກຄວາມເປັນຈິງທີ່ເປັນເອກະລັກຂອງປະເທດ, ປະສົບການທາງປະຫວັດສາດ ແລະ ຈິດໃຈຊາດຂອງຕົນ, ການພັດທະນາດັ່ງກ່າວໄດ້ກາຍເປັນແບບຢ່າງທີ່ດີໃຫ້ຫຼາຍປະເທດໃນໂລກ.

ຄວາມທັນສະໄໝແບບຈີນແຕກຕ່າງຈາກຄວາມທັນສະໄໝແບບຕາເວັນຕົກຢ່າງສິ້ນເຊີງ ເພາະເປັນເສັ້ນທາງການພັດທະນາທີ່ມີລັກສະນະສະເພາະຂອງຈີນ ແລະ ເປັນຄວາມທັນສະໄໝທີ່ບໍ່ພຽງແຕ່ໝາຍເຖິງຄວາມກ້າວໜ້າທາງດ້ານອຸດສາຫະກໍາ ຫຼື ເຕັກໂນໂລຊີເທົ່ານັ້ນ, ຍັງລວມເຖິງຄວາມຍຸຕິທຳທາງສັງຄົມ, ຄວາມສົມດຸນດ້ານສິ່ງແວດລ້ອມ ແລະ ຄວາມຈະເລີນຮຸ່ງເຮືອງທີ່ຖືເອົາປະຊາຊົນເປັນໃຈກາງ. ອົງປະກອບທີ່ສໍາຄັນຂອງແນວທາງນີ້ແມ່ນຄວາມມຸ່ງໝັ້ນຂອງຈີນໃນການພັດທະນາເຕັກໂນໂລຊີສີຂຽວ ແລະ ການຫຼຸດຜ່ອນການປ່ອຍກາກບອນ.

ຕົວຢ່າງທີ່ເຫັນໄດ້ຢ່າງຊັດເຈນຂອງແນວຄິດນີ້ ແມ່ນທ່າເຮືອທຽນສິນເຊິ່ງເປັນທ່າ ເຮືອທຳອິດຂອງໂລກທີ່ປ່ອຍກາກບອນເປັນສູນ ແລະ ຂັບເຄື່ອນດ້ວຍປັນຍາປະດິດ (AI). ທຸກດ້ານຂອງການດຳເນີນງານ, ຕັ້ງແຕ່ການຂົນຖ່າຍຕູ້ສິນຄ້າເຖິງການຂົນສົ່ງພາຍໃນ ແມ່ນເຮັດວຽກໂດຍອັດຕະໂນມັດຜ່ານລະບົບອັດສະລິຍະ, ສະແດງໃຫ້ເຫັນເຖິງປະສິດທິພາບ, ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ. ໂຄງການແບບນີ້ສະແດງໃຫ້ເຫັນວ່າ ຄວາມທັນສະໄໝແບບຈີນບໍ່ໄດ້ຈຳກັດຢູ່ພຽງທິດສະດີເທົ່ານັ້ນ, ຍັງເປັນຄວາມຈິງທີ່ມີຊີວິດຊີວາທີ່ກໍານົດມາດຕະຖານໃໝ່ສໍາລັບການພັດທະນາແບບຍືນຍົງ ແລະ ການປະດິດສ້າງລະດັບໂລກ.

ການເສີມສ້າງຄວາມທັນສະໄໝນີ້ ຄືຄວາມມຸ່ງໝັ້ນຂອງຈີນໃນການເປີດກວ້າງການເປີດປະຕູສູ່ພາຍນອກຂອງຈີນໃນລະດັບສູງ ເຊິ່ງໄດ້ກາຍເປັນມາດຖານທີ່ສໍາຄັນຂອງຍຸດທະສາດການພັດທະນາຂອງຕົນ. ໃນຍຸກແຫ່ງຄວາມບໍ່ແນ່ນອນທາງເສດຖະກິດໂລກຄືທຸກມື້ນີ້, ການເປີດປະຕູສູ່ພາຍນອກຂອງຈີນແມ່ນມີທັງຈຸດປະສົງທີ່ຊັດເຈນ ແລະ ມີການປ່ຽນ ແປງຢ່າງແທ້ຈິງ ເຊິ່ງບໍ່ໄດ້ຈໍາກັດຢູ່ພຽງແຕ່ການເຂົ້າເຖິງຕະຫຼາດ, ແຕ່ຍັງເປັນຕົວແທນຂອງການປະຕິຮູບສະຖາບັນຢ່າງຮອບດ້ານ. ໃນໄລຍະສາມທົດສະວັດຜ່ານມາ, ດັດຊະນີການເປີດປະຕູສູ່ພາຍນອກຂອງຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມພະ ຍາຍາມໃນການປັບປຸງລະບົບພາຍໃນປະເທດໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ສ້າງສະພາບແວດລ້ອມໃນການດໍາເນີນທຸລະກິດທີ່ມີຄວາມໂປ່ງໃສ, ໝັ້ນຄົງ ແລະ ສາມາດຄາດຄະເນໄດ້.

ໃນທາງຈັດຕັ້ງປະຕິບັດຕົວຈິງ, ນີ້ໝາຍຄວາມວ່າ: ເຂດທົດລອງການຄ້າເສລີ ໄດ້ກາຍເປັນເຄື່ອງມືໃນການປະຕິຮູບ, ເຊິ່ງບັນຊີລາຍການດ້ານລົບສຳລັບການລົງທຶນຕ່າງປະເທດໄດ້ຫຼຸດລົງຈາກ 190 ລາຍການໃນປີ 2013 ເຫຼືອພຽງ 27 ລາຍການ, ໂດຍໄດ້ຍົກ ເລີກຂໍ້ຈຳກັດທັງໝົດໃນການຜະລິດ. ຈີນ ຍັງໄດ້ຂະຫຍາຍການປະຕິບັດການຍົກເວັ້ນພາສີໃຫ້ກັບປະເທດດ້ອຍພັດທະນາທັງໝົດທີ່ມີສາຍພົວພັນທາງການທູດກັບຈີນ, ໃນນັ້ນລວມທັງ 33 ປະເທດໃນທະວີບອາຟຣິກາ ເຊິ່ງສະແດງໃຫ້ເຫັນວ່າການເປີດປະຕູສູ່ພາຍນອກຂອງຈີນເຮັດໃຫ້ປະເທດອື່ນໄດ້ຮັບຜົນປະໂຫຍດເທົ່າທຽມກັບຕົນເອງ. ພ້ອມນີ້, ຈີນໄດ້ດໍາເນີນການເປີດເສລີທາງການເງິນ, ຜ່ອນຜັນການໄຫຼວຽນຂອງທຶນຂ້າມຊາດ  ແລະ ສົ່ງເສີມການນຳໃຊ້ເງິນຢວນລະຫວ່າງປະເທດ, ໃນຂະນະທີ່ຍັງຮັກສາຄວາມສົມດຸນລະຫວ່າງການເປີດປະຕູ ແລະ ຄວາມປອດໄພຜ່ານກົນໄກການຄຸ້ມຄອງ, ລວມເຖິງການປ້ອງກັນຄວາມສ່ຽງທີ່ດີຂຶ້ນ. ການປະສົມປະສານທີ່ເປັນເອກະລັກລະຫວ່າງຄວາມໂປ່ງໃສ ແລະ ການຄວບຄຸມທີ່ບໍ່ຄືໃຜເຮັດໃຫ້ການພັດທະນາຂອງຈີນມີຄວາມໝັ້ນຄົງໃນໄລຍະຍາວ.

(ດ່ານເກັບພາສີທີ່ທ່າເຮືອ Yangpu ຢູ່ເມືອງ Danzhou, ແຂວງໄຫຫຼໍາ.27/05/2025/. Xinhua)

ຫຼັກປັດຊະຍາເບື້ອງຫຼັງຂອງການເປີດປະຕູສູ່ພາຍນອກໃນລະດັບສູງ ຍັງເປັນແຮງຂັບເຄື່ອນທີ່ສໍາຄັນຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI), ເຊິ່ງເປັນການເຮັດວຽກທີ່ຖືກອອກແບບມາເພື່ອຂະຫຍາຍການເຊື່ອມຕໍ່, ການຄ້າ ແລະ ການລົງທຶນທົ່ວທະວີບອາຊີ, ອາຟຣິກາ ແລະ ເອີຣົບ. ເຊິ່ງບໍ່ພຽງແຕ່ສົ່ງເສີມການໄຫຼວຽນຂອງສິນຄ້າ ແລະ ທຶນ ເທົ່ານັ້ນ, ຍັງສົ່ງເສີມການແລກປ່ຽນຄວາມຮູ້, ເຕັກໂນໂລຊີ ແລະ ທັກສະ. ກິດຈະກໍາຕ່າງໆ ໂດຍສະເພາະງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ໄດ້ຊ່ວຍບູລະນະການເຊື່ອມໂຍງເສດຖະກິດຂອງປະເທດກຳລັງພັດທະນາເຂົ້າກັບຕະຫຼາດໂລກ, ເຮັດໃຫ້ປະເທດເຫຼົ່ານີ້ສາມາດແບ່ງປັນຜົນປະໂຫຍດຈາກການເຕີບໂຕຂອງຈີນ.

ເມື່ອຜະເຊີນກັບລັດທິກີດກັ້ນທົ່ວໂລກ ແລະ ອຸປະສັກທາງດ້ານພູມສາດການເມືອງ, ຄວາມມຸ່ງໝັ້ນຢ່າງໝັ້ນຄົງຂອງຈີນໃນການເປີດປະຕູສູ່ພາຍນອກໄດ້ກາຍເປັນການສະເໝີແຫຼ່ງຄວາມໝັ້ນຄົງ. ຕະຫຼາດທີ່ກວ້າງໃຫຍ່ຂອງຈີນເຊິ່ງມີປະຊາກອນ 1,4 ຕື້ຄົນ, ລວມທັງກຸ່ມຜູ້ມີລາຍຮັບປານກາງຫຼາຍກວ່າ 400 ລ້ານຄົນ ໄດ້ມອບໂອກາດທີ່ບໍ່ມີບ່ອນໃດທຽບໄດ້ສໍາລັບການຮ່ວມມືລະຫວ່າງປະເທດ ຫຼື ການຮ່ວມມືສາກົນ. ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງຈີນທີ່ຈະມາເຖິງນີ້ ຈະສືບຕໍ່ໃຫ້ຄວາມສຳຄັນກັບການເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ ໂດຍຈະສຸມໃສ່ໃນດ້ານການຄ້າທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ການລົງທຶນສອງທິດທາງ ແລະ ການຮ່ວມມືໃນຂອບ BRI ທີ່ມີຄຸນນະພາບສູງ.

ປະສົບການຂອງຈີນ ສະແດງໃຫ້ເຫັນວ່າ: ຄວາມກ້າວໜ້າໃນໄລຍະຍາວບໍ່ໄດ້ເປັນພຽງຜົນທີ່ມາຈາກນະໂຍບາຍ ຫຼື ເງິນທຶນ ເທົ່ານັ້ນ, ຫາກເກີດມາຈາກວິໄສທັດ, ການຮ່ວມມື ແລະ ສັນຕິພາບທີ່ຍືນຍົງ. ປັດຊະຍາຮ່ວມແຫ່ງການເປີດປະຕູສູ່ພາຍນອກ ແລະ ຄວາມທັນສະໄໝຂອງຈີນ ໄດ້ເປີດປະຕູສູ່ບົດໃໝ່ຂອງການຮ່ວມມືລະດັບພາກພື້ນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ເຊິ່ງສະແດງໃຫ້ເຫັນວ່າ ມັນເຖິງເວລາແລ້ວທີ່ປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກຈະກ້າວໄປຂ້າງໜ້າຮ່ວມກັນບົນພື້ນຖານຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ, ການພັດທະນາຮ່ວມກັນ ແລະ ມີຊະຕາກຳຮ່ວມກັນ. ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ສະທ້ອນໃຫ້ເຫັນເຖິງຄວາມໝັ້ນໃຈດ້ານຍຸດທະສາດ ແລະ ຄວາມມຸ່ງໝັ້ນຕໍ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ເສັ້ນທາງນີ້ບໍ່ແມ່ນເພື່ອປະເທດຈີນພຽງຢ່າງດຽວ, ແຕ່ເປັນຂອງທຸກປະເທດທີ່ສະແຫວງຫາສັຍຕິພາບ, ສະຖຽນລະພາບ ແລະ ການເຕີບໂຕທີ່ຍືນຍົງ.

ຈາກການທີ່ຈີນຈະເອົາໃຈໃສ່ຂະຫຍາຍການເປີດກວ້າງການເປີດປະຕູສູ່ພາຍນອກໃນໄລຍະ 5 ປີຕໍ່ໜ້າ ກໍຄື ທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງຈີນ, ຍິ່ງຈະຖືເປັນປະຕູໃໝ່ທີ່ສໍາຄັນສໍາລັບຄວາມກ້າວໜ້າຮ່ວມກັນຂອງຈີນ ແລະ ບັນດາປະເທດໃນໂລກທີ່ສະແຫວງຫາຄວາມຈະເລີນກ້າວໜ້າ ແລະ ຄວາມຍືນຍົງໃນການພັດທະນາປະເທດຂອງຕົນ ເພາະການຮ່ວມ​ມື​ກັບ​ຈີນແມ່ນ​ຮ່ວມ​ແບ່ງ​ປັນ​ໂອ​ກາດ, ເຊື່ອ​ໝັ້ນ​ຕໍ່​ຈີນ​ແມ່ນ​ເຊື່ອ​ໝັ້ນ​ໃນ​ອະ​ນາ​ຄົດ, ລົງ​ທຶນ​ຢູ່​ຈີນ​​ແມ່ນ​ລົງ​ທຶນ​ເພື່ອ​ອະ​ນາ​ຄົດ.