ວັນທີ 14 ພະຈິກ 2025 ໄດ້ມີພິທີຂໍໄຟສັກສິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ພະທາດຫຼວງວຽງຈັນ ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ພ້ອມດ້ວຍການນໍາ-ພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຊາວເມືອງໄຊເສດຖາ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ຈາກນັ້ນໄດ້ເລີ່ມແລ່ນທວນໄຟສັກສິດ ໂດຍແມ່ນທ່ານ ທອງສະລິດ ມັງໜໍ່ເມກ ນໍາພາຂະບວນແຫ່-ແລ່ນທວນໄຟ ຈາກຈຸດທີ 1 ແລ້ວມອບທວນໄຟໃຫ້ ທ່ານ ອານຸພາບ ຕຸນາລົມ ນໍາພາຂະບວນສືບຕໍ່ ຈາກຈຸດທີ 2 ແລ້ວມອບຕໍ່ໃຫ້ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ນໍາພາຂະບວນສືບຕໍ່ ຈາກຈຸດທີ 3 ແລະ ມອບທວນໄຟໃຫ້ຂະບວນນັກກິລາສືບຕໍ່ແລ່ນໄແຕາມເສັ້ນທາງທີ່ໄດ້ກຳນົດໄວ້.

ຂະບວນນັກກິລາສືບຕໍ່ແລ່ນໄປຕາມເສັ້ນທາງຖະໜົນກຳແພງເມືອງ, ຖະໜົນ 13 ໃຕ້ ເຂົ້າສູ່ສະໜາມກິລາຫຼັກ 16 ແລ້ວສົ່ງມອບທວນໄຟໃຫ້ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອນໍາທວນໄຟໄປໄວ້ຫ້ອງເກັບຮັກສາຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ເພື່ອນຳໄປຈູດຢູ່ອ່າງໄຟໃນມື້ເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນຕອນແລງວັນທີ 15 ພະຈິກ 2025.


