ເມືອງຊຽງສຶ ຕັ້ງຢູ່ແຄມຝັ່ງທະເລສາບຊຽງສຶ ໃນເຂດເຕັກໂນໂລຊີສູງຂອງເຂດປົກຄອງຕົວເອງເຜົ່າຈວ້ງກວາງຊີຂອງຈີນ, ກວມເອົາພື້ນທີ່ທັງໝົດປະມານ 30 ເຮັກຕາ, ປະກອບດ້ວຍຕຶກອາຄານນ້ອຍໃຫຍ່ທີ່ມີລັກສະນະຂອງຊົນເຜົ່າ 56 ຫຼັງ ຖືກອອກແບບໃຫ້ຄ້າຍຄືກຸ່ມບ້ານແຄມຝັ່ງທະເລສາບ ແລະ ອ້ອມຮອບໄປດ້ວຍຄອງນ້ຳ. ເມືອງແຫ່ງນີ້ມີຈຸດເດັ່ນດ້ານພູມສາດ ແລະ ສະພາບແວດລ້ອມທີ່ເປັນເອກະລັກຂອງນະຄອນຫຼວງໜານໜິງ. ໂຄງການນີ້ແບ່ງອອກເປັນ 3 ພາກສ່ວນຫຼັກ ຄື: ສູນວັດທະນະທຳ, ສູນການຄ້າ, ແລະ ສູນສິລະປະ, ຊຶ່ງຜັນຂະຫຍາຍຈາກການປະສົມປະສານລະຫວ່າງຄວາມຄິດສ້າງສັນດ້ານວັດທະນະທຳ, ການບັນເທີງ ແລະ ການຄ້າ, ການພັກຜ່ອນຢ່ອນອາລົມ ແລະ ທຳມະຊາດ ເພື່ອສ້າງເປັນເຂດທ່ອງທ່ຽວທາງວັດທະນະທຳແຫ່ງຊາດ.

ເມືອງແຫ່ງນີ້ ນຳໃຊ້ວັດທະນະທຳຂອງ 12 ຊົນເຜົ່າຂອງເຂດກວາງຊີຢູ່ເບື້ອງຫຼັງ ໂດຍເຫັນໄດ້ຈາກການສໍາຫຼວດອົງປະກອບຕ່າງໆ ເຊັ່ນ: ອັກສອນຊົນເຜົ່າ, ສັນຍະລັກ, ລວດລາຍ, ບຸນປະເພນີ, ປະເພນີ ແລະ ອາຫານ ເພື່ອສ້າງປະສົບການດ້ານວັດທະນະທຳຂອງ 12 ຊົນເຜົ່າ ໂດຍມີຈຸດມຸ່ງໝາຍໃນການສືບທອດ ແລະ ສົ່ງເສີມວັດທະນະທຳຊົນເຜົ່າຂອງກວາງຊີ, ສ້າງຍີ່ຫໍ້ “ຮູບແບບຊົນເຜົ່າ, ກວາງຊີສະໄໝໃໝ່” ໂດຍຕັ້ງເປົ້າໝາຍໃຫ້ກາຍເປັນເຂດປະສົບການດ້ານວັດທະນະທໍາຊົນເຜົ່າຢ່າງເລິກເຊິ່ງ, ເປັນເມືອງຖ່າຍຮູບທ່ອງທ່ຽວລະດັບຊາດ ແລະ ເປັນຈຸດທ່ອງທ່ຽວວັດທະນະທຳໃນເມືອງແບບຄົບວົງຈອນທີ່ລວມເອົາທຸກກິດຈະກຳ “ກິນ, ດື່ມ, ຫຼີ້ນ, ທ່ອງທ່ຽວ, ຮຽນຮູ້ ແລະ ຊື້ສິນຄ້າ”.

ເມືອງຊຽງສຶ ຍຶດຖືແນວຄິດການພັດທະນາວັດທະນະທຳ, ການຄ້າ ແລະ ການທ່ອງທ່ຽວແບບປະສົມປະສານ ໂດຍການນຳໃຊ້ຈຸດເດັ່ນຂອງຕຶກ 56 ຫຼັງແບບຊົນເຜົ່າ ແລະ ຈຸດເດັ່ນດ້ານລະບົບນິເວດຂອງທະເລສາບຊຽງສຶ, ພັດທະນາມາເປັນການທ່ອງທ່ຽວ “ວັດທະນະທຳ+” ແລະ “ສະພາບແວດລ້ອມ+” ໂດຍຄົ້ນຫາເນື້ອແທ້ຂອງວັດທະນະທໍາ 12 ຊົນເຜົ່າຂອງເຂດກວາງຊີຢ່າງເຕັມທີ່. ຜ່ານມາດຕະການຕ່າງໆ ເຊັ່ນ: ການວາງແຜນທຸລະກິດ, ການສ້າງບັນຍາກາດ ແລະ ສະພາບແວດລ້ອມ, ການສົ່ງເສີມກິດຈະກຳ, ຄວາມຄິດສ້າງສັນດ້ານວັດທະນະທຳ ແລະ ເສດຖະກິດຕອນກາງຄືນແຄມຝັ່ງທະເລສາບ ຊຶ່ງໄດ້ຮັບການພັດທະນາເປັນການທ່ອງທ່ຽວພັກຜ່ອນທີ່ມີບັນຍາກາດດີ ແລະ ການທ່ອງທ່ຽວສຳຜັດປະສົບການວັດທະນະທຳຊົນເຜົ່າຢ່າງຕັ້ງໜ້າ, ສ້າງຍີ່ຫໍ້ການທ່ອງທ່ຽວວັດທະນະທຳຄຸນນະພາບສູງທີ່ມີ “ເສດຖະກິດປະສົບການ” ເປັນໃຈກາງ. ການສໍາຜັດປະສົບການວັດທະນະທໍາຊົນເຜົ່າ ແລະ ການຖ່າຍຮູບໃນຊຸດຊົນເຜົ່າບວກກັບທິວທັດຕົວເມືອງຊຽງສຶ ສິ່ງນີ້ໄດ້ກາຍເປັນແນວທາງໃໝ່ສຳລັບນັກທ່ອງທ່ຽວ ແລະ ກາຍເປັນເສັ້ນທາງທ່ອງທ່ຽວວັດທະນະທຳພັກຜ່ອນທີ່ສໍາຜັດກັບວັດທະນະທໍາຊົນເຜົ່າທີ່ເປັນເອກະລັກຂອງນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ.




