ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໃຫ້ໂອກາດຫຍັງແດ່ແກ່ປະເທດເຂດໂລກໃຕ້

Nov 17, 2025

ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໃຫ້ໂອກາດຫຍັງແດ່ແກ່ປະເທດເຂດໂລກໃຕ້


ໃນຂະນະທີ່ປະເທດກຳລັງພັດທະນາທົ່ວອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ ກໍຄືປະເທດໃນເຂດໂລກໃຕ້ ກຳລັງຊອກຫາເສັ້ນທາງໃໝ່ເພື່ອການເຕີບໂຕທີ່ໃຫ້ຄວາມສຳ ຄັນກັບອຳນາດອະທິປະໄຕ, ຄວາມຍືນຍົງ ແລະ ການເພິ່ງພາຕົນເອງ. ຮູບແບບເກົ່າຂອງໂລກາພິວັດກຳລັງສູນເສຍຄວາມນິຍົມ, ປະເທດຕາເວັນຕົກທີ່ເຄີຍສັນຍາວ່າຈະນຳພາສ້າງຄວາມຈະເລີນຮຸ່ງເຮືອງຜ່ານການເປີດກວ້າງແບບເສລີ ແລະ ການຊ່ວຍເຫຼືອ ມັກປະໄວ້ແຕ່ບັນຫາດ້ານເສດຖະກິດທີ່ອ່ອນແອຍ້ອນພະຍາດໜີ້ສິນ, ການເພິ່ງພາ ແລະ ຜົນກະທົບຈາກພາຍນອກ. ໃນສະພາບການຂອງໂລກທີ່ກຳລັງປ່ຽນແປງນີ້, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ທີ່ກໍາລັງຈະມາເຖິງ ຈະກາຍເປັນທາງເລືອກໃໝ່ທີ່ສໍາຄັນເພື່ອສະໜອງໂອກາດການພັດທະນາທີ່ແຕກຕ່າງໃຫ້ເຂດໂລກໃຕ້.
ແຜນພັດທະນາດັ່ງກ່າວຂອງຈີນ ບໍ່ພຽງແຕ່ກໍານົດເປົ້າໝາຍດ້ານເສດຖະກິດ, ຍັງໄດ້ວາດແບບຢ່າງ “ການພັດທະນາທີ່ມີຄຸນນະພາບສູງ” ທີ່ສ້າງຂຶ້ນບົນພື້ນຖານການປະດິດສ້າງ ໃໝ່, ການປ່ຽນແປງສີຂຽວ ແລະ ການຮວມເອົາທາງສັງຄົມ. ສຳລັບປະເທດໃນເຂດໂລກໃຕ້ແລ້ວ, ວິໄສທັດນີ້ບໍ່ໄດ້ເປັນພຽງແຜນການພາຍໃນປະເທດເທົ່ານັ້ນ, ມັນຍັງເປັນສັນຍະ ລັກທີ່ບອກວ່າຈີນຕັ້ງໃຈທີ່ຈະກຳນົດຮູບແບບຂອງໂລກາພິວັດໃນໄລຍະໃໝ່ທີ່ໃຫ້ຄວາມສຳຄັນກັບການເຕີບໂຕຮ່ວມກັນ ແລະ ການຮ່ວມມືຫຼາຍຂົງເຂດ ແທນທີ່ຈະເປັນການເພິ່ງພາພຽງຢ່າງດຽວ. ແຜນພັດທະນາຂອງຈີນ ສະແດງໃຫ້ເຫັນເຖິງການປ່ຽນແປງສຳຄັນທີ່ສຸດຂອງຮູບແບບການພັດທະນາຂອງຕົນໃນໄລຍະຫຼາຍທົດສະວັດຜ່ານມາ. ຈຸດສຸມໄດ້ປ່ຽນຈາກການເຕີບໂຕທີ່ໃຊ້ແຮງງານຫຼາຍໄປສູ່ການຂັບເຄື່ອນໂດຍສິ່ງທີ່ຈີນເອີ້ນວ່າ “ກຳລັງຜະ ລິດຄຸນນະພາບໃໝ່” ໄດ້ແກ່ວິທະຍາສາດເຕັກໂນໂລຊີ ແລະ ຄວາມສາມາດຂອງບຸກຄະ ລາກອນ. ນີ້ຖືເປັນການເຄື່ອນໄຫວທີ່ຕັ້ງໃຈເພື່ອຮັກສາຄວາມເປັນຜູ້ນໍາແຕະລະດ້ານ ເຊັ່ນ: AI, ເຕັກໂນໂລຊີຊີວະພາບ, ພະລັງງານສະອາດ ແລະ ວັດສະດຸເຄື່ອງຕົວນໍາຂອງຈີນ.


ສິ່ງສຳຄັນ, ຄວາມພະຍາຍາມນີ້ ໄດ້ຮັບການສະໜັບສະໜູນຈາກຄວາມພະ ຍາຍາລະດັບຊາດໃນການສ້າງທີ່ນັກວາງແຜນຂອງຈີນອະທິບາຍວ່າ “ລະບົບການສຶກສາທີ່ເຂັ້ມ ແຂງ, ວິທະຍາສາດເຕັກໂນໂລຊີ ແລະ ພື້ນຖານຊັບພະຍາກອນມະນຸດທີ່ເຂັ້ມແຂງ”. ເຫດຜົນແມ່ນງ່າຍດາຍແຕ່ເລິກເຊິ່ງ ເພາະການປະດິດສ້າງໃໝ່ບໍ່ສາມາດນຳເຂົ້າໄດ້ແຕ່ຕ້ອງຖືກບົ່ມເພາະສ້າງ ແທນທີ່ຈະເພິ່ງພາການໂອນຖ່າຍເຕັກໂນໂລຊີຈາກພາຍນອກ, ຈີນກຳລັງລົງທຶນໄລຍະຍາວໃນການຄົ້ນຄວ້າ ແລະ ທຶນມະນຸດເພື່ອຮັກສາຄວາມຈະ ເລີນຮຸ່ງເຮືອງຂອງຕົນ.
ສຳລັບຫຼາຍປະເທດກຳລັງພັດທະນາ, ບົດຮຽນນັ້ນແມ່ນຊັດເຈນ. ຄວາມກ້າວໜ້າທີ່ຍືນຍົງບໍ່ໄດ້ມາຈາກການຊ່ວຍເຫຼືອຈາກພາຍນອກ ຫຼື ການສົ່ງອອກວັດຖຸດິບ ແຕ່ມາຈາກການສ້າງລະບົບນິເວດປັນຍາປະດິດແບບລວມສູນທີ່ປະສົມປະສານການສຶກສາ, ການຄົ້ນຄວ້າ ແລະ ອຸດສາຫະກໍາ. ວິວັດທະນາການຂອງຈີນ ຈາກ “ໂຮງງານຂອງໂລກ” ໄປສູ່ “ນັກອອກແບບປັນຍາປະດິດ” ໄດ້ນໍາສະເໜີແມ່ແບບສໍາລັບປະເທດທີ່ກຳລັງຊອກຫາທາງກ້າວຂຶ້ນສູ່ຕ່ອງໂສ້ຄຸນຄ່າຕາມເງື່ອນໄຂຂອງຕົນເອງ. ແນວທາງນີ້ເຊື່ອມໂຍງຢ່າງໃກ້ຊິດກັບຍຸດທະສາດການໝູນວຽນຄູ່ຂອງຈີນ ທີ່ມີການເສີມສ້າງຕະຫຼາດພາຍໃນເປັນຕົວຂັບເຄື່ອນການເຕີບໂຕໃນຂະນະທີ່ຍັງຮັກສາການເຊື່ອມໂຍງກັບຕະຫຼາດໂລກ. ສຳລັບປະເທດໃນເຂດໂລກໃຕ້, ແນວຄິດກ່ຽວກັບການສ້າງຄວາມສາມາດໃນການຟື້ນຕົວພາຍໃນປະເທດໃນຂະ ນະທີ່ຍັງເຊື່ອມໂຍງກັບເຄືອຂ່າຍການຄ້າໂລກນັ້ນ ມີຄວາມເລິກເຊິ່ງ ໂດຍສະເພາະໃນທ່າມກາງການເຕີບໂຕຂອງຊາດນິຍົມດ້ານເສດຖະກິດໃນຕາເວັນຕົກກຳລັງເພີ່ມຂຶ້ນ.
ການມີສ່ວນຮ່ວມຂອງຈີນໃນການພັດທະນາໂລກກຳລັງກໍ່ໃຫ້ເກີດກຳລັງປ່ຽນແປງໄປໃນທາງທີ່ດີຂຶ້ນ. ເປັນເວລາຫຼາຍປີແລ້ວ, ຈາກການເນັ້ນໄປທີ່ທ່າກໍາປັ່ນ, ທາງລົດໄຟ ແລະ ທາງດ່ວນ ເຊິ່ງເປັນສັນຍະລັກທີ່ເຫັນໄດ້ຊັດເຈນຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ. ປັດຈຸບັນ, ຮູບແບບການຮ່ວມມືທີ່ທັນສະໄໝກວ່າເກົ່າກຳລັງເກີດຂຶ້ນ ໂດຍໃຫ້ຄວາມສຳຄັນກັບເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດ. ທົ່ວອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ, ບໍລິສັດ ແລະ ມະຫາວິທະຍາໄລຂອງຈີນກຳລັງຮ່ວມມືກັນເພື່ອສ້າງພື້ນຖານດິຈິຕອນ ແລະ ທັກສະ. ໃນຂົງເຂດກະສິກໍາ, ຈີນ ກຳລັງແນະນໍາເຕັກໂນໂລຊີການຜະລິດແບບອັດສະລິຍະ ໂດຍໃຊ້ AI ແລະ ຂໍ້ມູນດາວທຽມ ເພື່ອຕິດຕາມສຸຂະພາບພືດ ແລະ ປັບປຸງຜົນຜະລິດໃນຫຼາຍປະເທດ ເຊັ່ນ: ບຣາຊິນ ແລະ ອາຟຣິກາຕາເວັນອອກ.


ສ່ວນຂົງເຂດພະລັງງານ, ບໍລິສັດຈີນກຳລັງຊ່ວຍໃຫ້ປະເທດຕ່າງໆ ກ້າວໄປສູ່ພະລັງ ງານໝູນວຽນໂດຍການຖ່າຍເຕັກໂນໂລຊີພະລັງງານແສງຕາເວັນ ແລະ ພະລັງງານລົມໃນລະດັບທີ່ບໍ່ມີໃຜທຽບໄດ້. ສ່ວນໃນຂົງເຂດການຜະລິດ, ວິສາຫະກິດຮ່ວມທຶນ ເຊັ່ນ: ເຂດການຄ້າເສລີ Lekki ໃນປະເທດນີເຊຣີ ແລະ ສວນອຸດສາຫະກໍາ Mbale ໃນອູກັນດາກຳລັງປະສົມປະສານຊ່ຽວຊານການຜະລິດຈີນເຂົ້າກັບອຸດສາຫະກໍາທ້ອງຖິ່ນ, ສ້າງສູນກາງການສົ່ງອອກ ແລະຄວາມສາມາດໃນການຜະລິດອຸດສາຫະກໍາໃໝ່.
ສິ່ງທີ່ກຳລັງເກີດຂຶ້ນໃໝ່ ແມ່ນຮູບແບບການເຮັດວຽກທີ່ເນັ້ນໃສ່ເຕັກໂນໂລຊີ ແລະ ການເພິ່ງພາຕົນເອງ ເຊິ່ງຈີນກໍາລັງສ້າງພາບລັກຂອງຕົນໃນຖານະຄູ່ຮ່ວມື ແຕ່ບໍ່ແມ່ນຜູ້ອຸ ປະຖໍາ ໂດຍການແບ່ງປັນຄວາມຮູ້ ແລະ ເຕັກໂນໂລຊີຫຼາຍກວ່າຮູບແບບດັ້ງເດີມ ເຮັດໃຫ້ອິດທິພົນຂອງຈີນໃນເຂດໂລກໃຕ້ນັບມື້ເພີ່ມຂຶ້ນ ແລະ ເລິກເຊິ່ງກວ່າເກົ່າ ເຊິ່ງມັນຖືກສ້າງຂຶ້ນຜ່ານສະຖາບັນ ແລະ ເລື່ອງເລົ່າທີ່ເນັ້ນໃຫ້ຄວາມສຳຄັນກັບຄວາມເປັນຈິດໜຶ່ງໃຈດຽວກັນລະຫວ່າງປະເທດກຳລັງພັດທະນາ. ກອງທຶນພັດທະນາໃຕ້-ໃຕ້ ຈີນ-ສປຊ ທີ່ຫາກໍ່ເປີດຕົວໃໝ່ ເມື່ອບໍ່ດົນມານີ້ ຖືເປັນຕົວຢ່າງທີ່ສໍາຄັນຂອງແນວທາງນີ້. ກອງທຶນດັ່ງກ່າວທີ່ສ້າງຕັ້ງຂຶ້ນດ້ວຍຄຳໝັ້ນສັນຍາເບື້ອງຕົ້ນ 10 ລ້ານໂດລາ ແລະ ເຮັດວຽກຮ່ວມກັບສຳນັກ ງານ ສປຊ ສໍາລັບການຮ່ວມມືໃຕ້-ໃຕ້ ໂດຍໄດ້ໃຫ້ເງິນຊ່ວຍເຫຼືອແກ່ໂຄງການຕ່າງໆ ໃນການພັດທະນາແບບສີຂຽວ, ການປ່ຽນແປງສູ່ດິຈິຕອນ ແລະ ການຫັນເປັນອຸດສາຫະກໍາ.
ຄຽງຄູ່ກັນນີ້, ບັນດາຂໍ້ລິເລີ່ມ ໂດຍສະເພາະຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ຂໍ້ລິເລີ່ມການພັດທະນາທົ່ວໂລກ ຕ່າງໄດ້ເສີມສ້າງແນວຄິດຂອງ “ຊຸມຊົນທີ່ມີອະນາຄົດຮ່ວມກັນ”. ຖ້ອຍຄຳທີ່ສວຍງາມຂອງຈີນໄດ້ຖືກຈັບຄູ່ກັບໂຄງການທີ່ຈັບຕ້ອງໄດ້, ການແລກປ່ຽນການຝຶກອົບຮົມ ແລະ ພື້ນຖານພື້ນຖານທີ່ສະໜອງແກ່ຫຼາຍປະເທດກຳລັງພັດທະນາມີອຳ ນາດຕໍ່ລອງໃໝ່ໃນພາລະກິດສາກົນ. ດ້ວຍການແບ່ງປັນຄວາມຮູ້ ແລະ ເຕັກໂນໂລຊີ, ຈີນກຳລັງສ້າງພາບພົດຂອງຕົນເອງໃນຖານະເປັນຄູ່ຮ່ວມມື ແທນທີ່ຈະເປັນຜູ້ອຸປະຖໍາ.
ຈີນ ແມ່ນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ ແລະ ເປັນສະມາຊິກສົມບູນຂອງ “ເຂດໂລກໃຕ້” ທີ່ໄດ້ຍຶດໝັ້ນສະໜັບສະໜູນການຮ່ວມມືໃຕ້-ໃຕ້ຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ດັ່ງນັ້ນ, ແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນ ຈຶ່ງບໍ່ໄດ້ເປັນພຽງແຜນພັດທະນາລະດັບຊາດ, ຍັງເປັນພື້ນຖານສຳລັບແນວຄິດໃໝ່ໃນການພັດທະນາເຂດໂລກໃຕ້ ທີ່ໄດ້ວາງເອົາປັນຍາປະດິດ, ຄວາມເທົ່າທຽມ ແລະ ຄວາມຍືນຍົງເປັນແກນກາງ. ນີ້ແມ່ນໄລຍະເວລາແຫ່ງທາງເລືອກສໍາລັບປະເທດໃນເຂດໂລກໃຕ້, ຖືເປັນໂອກາດທີ່ຈະນຳໃຊ້ແຮງຂັບເຄື່ອນດ້ານເຕັກໂນໂລຊີ ແລະ ການເງິນຂອງຈີນ ເພື່ອສ້າງຄວາມສາມາດ ແລະ ຄວາມທົນທານທີ່ຍືນຍົງ. ປະເທດທີ່ຮ່ວມມືກັບຈີນທີ່ມີຍຸດທະສາດຊັດເຈນ ແລະ ຮັກສາອຳ ນາດອະທິປະໄຕໄວ້ໄດ້ ອາດຈະຊ່ວຍກຳນົດຍຸກສະໄໝໃໝ່ຂອງໂລກາພິວັດ ເຊິ່ງເປັນຍຸກທີ່ຕັ້ງຢູ່ບົນພື້ນຖານມາຈາກການເສີມສ້າງອຳນາດເຊິ່ງກັນ ແລະ ກັນ ຫຼາຍກວ່າການເພິ່ງພາອາໄສກັນ