ວັນທີ 15 ພະຈິກ 2025, ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຄະນະປະຈໍາຂອງເວທີເປິກສາຫາລືຂອງບັນດາຝ່າຍສະໜັບສະໜູນ ການຕໍ່ສູ້ຕ້ານການປະຕິບັດໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ “ເພື່ອເສລີພາບຂອງບັນດາຊາດ” ຄຽງຄູ່ກັບ ກອງປະຊຸມສຳມະນາສາກົນ ບຣິກ-ເອີຣົບ “BRICS-Europe” ຊຶ່ງຈັດຂຶ້ນ ທີ່ ເມືອງໂຊຈີ ສະຫະພັນຣັດເຊຍ ລະຫວ່າງວັນທີ 14-15 ພະຈິກ 2025 ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນ ຫຼາຍກວ່າ 50 ປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາຄັ້ງນີ້ ເປັນກອງປະຊຸມປະຈຳປີ 2025 ຊຶ່ງໄດ້ເປິກສາຫາລື ໂດຍມີຫົວຂໍ້ປິ່ນອ້ອມ ກ່ຽວກັບການຕອບໂຕ້ການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະຕະວັດທີ 21 ເຊັ່ນ: ບັນຫາການສວຍໃຊ້ການເລືອກຕັ້ງຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ພາລະກິດປັດຈຸບັນຂອງຂະບວນການເສລີພາບເພື່ອບັນດາປະຊາຊາດ ພາຍໃຕ້ສະພາບການຫັນເປັນໂລກຫຼາຍຂົ້ວ.

ໃນພິທີເປີດ, ທ່ານ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໄດ້ກ່າວເນັ້ນໜັກ ກ່ຽວກັບ ສະພາບການສາກົນໃນປັດຈຸບັນ, ບັນດາການເຄື່ອນໄຫວຜ່ານມາຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມືຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່; ຈາກນັ້ນ, ບັນດາຜູ້ແທນໄດ້ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ກອງປະຊຸມ ໂດຍໄດ້ແລກປ່ຽນບົດຮຽນຂອງຕົນ ຕໍ່ການເຄື່ອນໄຫວ ແລະ ຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່ ຢູ່ພາກພື້ນຕ່າງໆຂອງໂລກ ລວມທັງຜົນກະທົບຕໍ່ຈຸດຮ້ອນຕ່າງໆຂອງໂລກ ໃນປັດຈຸບັນ. ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນເຖິງ ບົດບາດຂອງພັກປະຊາຊົນປະຕິວັດລາວ ໃນການນຳພາປະຊາຊົນລາວ ຕໍ່ສູ້ຍາດເອົາໄຊຊະນະ ຈາກພວກລ່າເມືອງຂຶ້ນ ໃນເມື່ອກ່ອນ, ໄດ້ຕີລາຄາສູງຕໍ່ຜົນງານຂອງຂະບວນການໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນ ທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກປະຊາຊົນປະຕິວັດລາວ ໃນການເປິດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງເພື່ອນມິດ, ການປະຕິບັດພັນທະສາກົນຂອງຕົນ ກໍຄື ການສະໜັບສະໜູນຂະບວນການ “ເພື່ອເສລີພາບຂອງບັນດາຊາດ” ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ. ຕອນທ້າຍກອງປະຊຸມ ຍັງໄດ້ຕົກລົງເຫັນດີເປັນເອກະພາບ ກ່ຽວກັບທິດທາງການເຄື່ອນໄຫວໃນຕໍ່ໜ້າ ແລະ ແຜນການສຳລັບປີ 2026 ຂອງຄະນະປະຈໍາດັ່ງກ່າວ.

ການເຄື່ອນໄຫວຂອງຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ນອກຈາກເປັນການຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາປະຊາຊາດແລ້ວ ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ ເວົ້າສະເພາະ ກໍຄື ການຮັດແໜ້ນສາຍພົວພັນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກຣັດເຊຍເອກະພາບ ໃຫ້ກວ້າງຂວາງກວ່າເກົ່າ.


