ໃນຕອນເຊົ້າຂອງ ວັນທີ 20 ພະຈິກ 2025, ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ເຂົ້າຮ່ວມ ຈຳນວນ 41 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍຊີ້ໃຫ້ເຫັນເຖິງບົດບາດ, ຄວາມໝາຍ, ຄວາມສຳຄັນໃນວຽກງານນຳພາ ແລະ ການຄຸ້ມຄອງພະນັກງານ ດ້ວຍນິຕິກຳ ແລະ ເປັນທັນສະໄໝ ຂອງກະຊວງການຕ່າງປະເທດ, ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບ, ຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງຕໍ່ບັນດາເນື້້ອໃນຂອງກອງປະຊຸມ ເພື່ອປັບປຸງ ແລະ ກຳນົດທິດທາງໃນຕໍ່ໜ້າ, ເຮັດໃຫ້ວຽກງານຄຸ້ມຄອງພະນັກງານຂອງກະຊວງການຕ່າງປະເທດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອດຄ່ອງກັບຂະບວນວິວັດແຫ່ງການພັດທະນາ-ເປັນທັນສະໄໝ ແລະ ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ ລວມທັງການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ ທີ່ກໍານົດໄວ້ໃນແຜນພັດທະນາກະຊວງການຕ່າງປະເທດ 2026-2030 ແລະ ມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ, ຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ-ການຕ່າງປະເທດ. ພ້ອມດຽວກັນນີ້, ກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາຕໍ່ເນື້ອໃນ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ຮຽກກັບສະມາຊິກສຳນັກງານຜູ້ຕາງໜ້າ ລວມທັງນິຕິກຳອຶ່ນໆທີ່ຕິດພັນກັບວຽກງານຄຸ້ມຄອງພະນັກງານ ໂດຍຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ປິດລົງໃນຕອນແລງຂອງວັນດຽວກັນດ້ວຍຜົນສຳເລັດຢ່າງຈົບງາມ.


