ຖືເປັນຂ່າວດີທີ່ສຸດສໍາລັບຜູ້ປູກຖົ່ວລຽນຢູ່ລາວທີ່ຈະມີຕະຫຼາດຮອງຮັບຜົນຜະລິດຂະໜາດໃຫຍ່ລະດັບໂລກ ນັ້ນຄືຕະຫຼາດໃນປະເທດຈີນ ເພາະເມື່ອບໍ່ດົນມານີ້, ຄະນະຜູ້ແທນລາວ ເຊິ່ງນໍາໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຄັ້ງທີ 9 ທີ່ຈັດຂຶ້ນຢູ່ນະຄອນຊົງຊິງຂອງຈີນ. ໃນໂອ ກາດນີ້ ຄະນະດັ່ງກ່າວໄດ້ປຶກສາຫາລືກັບຝ່າຍຈີນກ່ຽວກັບການເປີດຕະຫຼາດການສົ່ງອອກສິນຄ້າກະສິກຳຈາກລາວໄປຈີນ ພາຍໃຕ້ສັນຍາດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ເຊິ່ງປັດຈຸບັນລາວໄດ້ສຳເລັດການເຈລະຈາ ເພື່ອເປີດຕະຫຼາດສົ່ງອອກສິນຄ້າກະ ສິກຳໄປຈີນ ໂດຍການເຊັນສັນຍາ SPS ສໍາເລັດແລ້ວ 39 ລາຍການ (ພືດ 35 ລາຍ ການ, ສັດ ແລະ ຜະລິດຕະພັນສັດ 4 ລາຍການ) ແລະ ກຳລັງສືບຕໍ່ເຈລະຈາເພື່ອສະເໜີໃຫ້ຝ່າຍຈີນສືບຕໍ່ພິຈາລະນາຕື່ມອີກຈຳນວນຫຼາຍລາຍການ.
ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບການເຊັນສັນຍາເປີດຕະຫຼາດສົ່ງອອກຜະລິດພັນຊີ້ນງົວໃນຮູບແບບຊີ້ນແຊ່ງແຂງ ແລະ ຊີ້ນສຸກໄປຈີນ ເຊິ່ງຝ່າຍຈີນເຫັນດີຮັບໄປພິຈາລະ ນາຕາມການສະເໜີຂອງຝ່າຍລາວ ແລະ ຄາດວ່າຈະສາມາດເຊັນສັນຍາເປີດຕະຫຼາດສິນ ຄ້າກະສິກຳຕື່ມອີກໃນໄວໆນີ້. ສິ່ງສໍາຄັນ, ຜ່ານການເຈລະຈາຄັ້ງນີ້ ລາວ ແລະ ຈີນ ໄດ້ລົງນາມຮ່ວມກັນເພື່ອເປີດຕະຫຼາດການສົ່ງອອກໝາກຖົ່ວລຽນຈາກລາວໄປຈີນ ພາຍໃຕ້ເງື່ອນ ໄຂທາງດ້ານສຸຂານາໄມ ແລະ ສຸຂານາໄມພືດ ເປັນລາຍການທີ 40. ເຮັດໃຫ້ຕໍ່ຈາກນີ້ການສົ່ງອອກຖົ່ວລຽນຈາກລາວໄປຈີນ ແມ່ນສາມາດດຳເນີນການໄດ້ ແຕ່ການຈັດຕັ້ງປະຕິບັດຕົວຈິງຜູ້ປະກອບການຂອງລາວຕ້ອງໄດ້ປະຕິບັດຕາມລະບຽບ ແລະ ຂັ້ນຕອນທີ່ລະບຸໄວ້ໃນສັນ ຍາດັງກ່າວຢ່າງເຂັ້ມງວດ ເຊິ່ງນີ້ຖືເປັນຂ່າວດີທີ່ຈະເຮັດໃຫ້ໝາກຖົ່ວລຽນຈາກລາວມີຕະຫຼາດຮອງຮັບຂະໜາດໃຫຍ່ທີ່ແນ່ນອນ ຂໍພຽງແຕ່ຜະລິດໄດ້ຕາມປະລິມານ ແລະ ຄຸນນະພາບທີ່ຝ່າຍຈີນກໍານົດໄວ້.

ກະສິກໍາ ແມ່ນສິນຄ້າຕົ້ນຕໍຂອງລາວທີ່ສົ່ງອອກຕ່າງປະເທດ ໂດຍສະເພາະແມ່ນຕະ ຫຼາດພາຍໃນປະເທດຈີນເຊິ່ງເປັນປະເທດຄູ່ຄ້າທີ່ໃຫຍ່ອັນດັບສອງຂອງລາວ ແລະ ເປັນປະ ເທດທີ່ເຂົ້າມາລົງທຶນຢູ່ລາວຫຼາຍເປັນອັນດັບໜຶ່ງ. ຂະນະທີ່ການປູກຖົ່ວລຽນຢູ່ລາວພວມເປັນຂະບວນກວ້າງຂວາງຢູ່ບັນດາແຂວງທີ່ມີເງື່ອນໄຂເໝາະສົມ.
ອີງຕາມຂໍ້ມູນທີ່ ທ່ານ ເອລາວັນ ລາດປາກດີ, ຕົວແທນກຸ່ມທຸລະກິດຖົ່ວລຽນລາວເປີດເຜີຍໃນກອງປະຊຸມສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກຳລາວ ເຊິ່ງຈັດຂຶ້ນຢູ່ສະ ພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ປັດຈຸບັນ ສະ ເພາະເນື້ອທີ່ປູກຖົ່ວລຽນທີ່ເປັນສະມາຊິກຂອງກຸ່ມ ລວມມີທັງໝົດ 269 ເຮັກຕາ, ມີຕົ້ນຖົ່ວ ລຽນທັງໝົດ 18,957 ຕົ້ນ ໃນນີ້ມີຕົ້ນຖົ່ວລຽນທີ່ໃຫ້ໝາກແລ້ວ 3,312 ຕົ້ນ ແລະ ຕົ້ນຖົ່ວ ລຽນທີ່ຍັງບໍ່ໃຫ້ໝາກ 15,645 ຕົ້ນ ແລະ ຄາດວ່າປີ 2026 ສະເພາະພາຍໃນກຸ່ມຈະສາ ມາດສົ່ງຜົນຜະລິດຖົ່ວລຽນທີ່ມີຄຸນນະພາບດີເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໄດ້ປະມານ 400 ໂຕນ.
ໃນໄລຍະຜ່ານມາ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນທຸລະກິດຂອງລາວຢ່າງຕໍ່ເນື່ອງ ໂດຍສະເພາະກັບສະມາຄົມທຸລະກິດ ກະ ສິກຳລາວເພື່ອປຶກສາຫາລືຊອກຫາຊ່ອງທາງຮ່ວມທຸລະກິດ ແລະ ສົ່ງອອກຖົ່ວລຽນໄປຈີນ, ລວມເຖິງການຝຶກອົບຮົມດ້ານວິຊາການປູກຖົ່ວລຽນ ແລະ ເຜີຍແຜ່ຂັ້ນຕອນ ແລະ ວິທີການຕ່າງໆ ກ່ຽວກັບມາດຕະຖານການສົ່ງອອກສິນຄ້າກະ ສິກຳຂອງລາວ ແລະ ເຜີຍ ແຜ່ດ້ານນິຕິກຳ, ຂໍ້ກຳນົດກົດລະບຽບ ແລະ ການປະກອບເອ ກະສານກ່ອນຈະສົ່ງຖົ່ວລຽນອອກໄປຕ່າງປະເທດ ເຊິ່ງນີ້ສະແດງໃຫ້ເຫັນວ່າຜູ້ປະກອບການກ່ຽວກັບຖົ່ວລຽນຂອງລາວມີການກຽມຄວາມພ້ອມເປັນຢ່າງດີ ເພື່ອສະໜອງຖົ່ວລຽນທີ່ມີຄຸນນະພາບສູງອອກສູ່ຕ່າງ ປະ ເທດ ໂດຍສະເພາະຕະຫຼາດໃນປະເທດຈີນ.

ໃນຊຸມປີ ຜ່ານມາ, ຖົ່ວລຽນ ທີ່ຖືກເອີ້ນວ່າເປັນ “ລາຊາແຫ່ງໝາກໄມ້” ໄດ້ຮັບ ຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຊາວຈີນ. ອີງຕາມຕົວເລກສະຖິຕິຈາກອົງການພາສີແຫ່ງຊາດຈີນ ໃຫ້ຮູ້ວ່າ: ປີ 2022 ຈີນນຳເຂົ້າຖົ່ວລຽນ 800.000 ໂຕນ, ປີ 2023 ນຳເຂົ້າ 1,3 ລ້ານໂຕນ, 6 ເດືອນຕົ້ນປິ 2024 ນຳເຂົ້າ 1,4 ລ້ານໂຕນ ແລະ ຄາດວ່າໝົດປີ 2024 ນໍາເຂົ້າປະມານ 2,3 ລ້ານໂຕນ ແລະ ການນໍາເຂົ້າຖົ່ວລຽນດັ່ງກ່າວຂອງຈີນສ່ວນຫຼວງຫຼາຍແມ່ນມາຈາກພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍສະເພາະແມ່ນໄທ ແລະ ຫວຽດນາມ. ຕົວເລກດັ່ງກ່າວ ສະແດງເຫັນໄດ້ວ່າຄວາມນິຍົມຊົມຊອບໃນການບໍລິໂພກຖົ່ວລຽນຂອງຄົນຈີນນັບມື້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ຈາກຄວາມຕ້ອງການຂອງຕະຫຼາດບໍລິໂພກຖົ່ວລຽນທີ່ນັບມື້ເພີ່ມຂຶ້ນໃນປະເທດຈີນ, ບວກກັບການປູກຖົ່ວລຽນທີ່ນັບມື້ເພີ່ມຂຶ້ນຢູ່ລາວ ແລະ ຈຸດໄດ້ປຽບຂອງລາວໃນການສົ່ງອອກສິນຄ້າໄປຈີນທີ່ມີລົດໄຟລາວ-ຈີນ ເປັນຕົວຂັບເຄື່ອນສໍາຄັນ, ລວມທັງນະໂຍບາຍຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢ່າງແຂງແຮງຂອງລັດຖະບານລາວ ຈຶ່ງເຮັດໃຫ້ ການລົງນາມຮ່ວມກັນເພື່ອເປີດຕະຫຼາດການສົ່ງອອກໝາກຖົ່ວລຽນຈາກລາວໄປຈີນ ພາຍໃຕ້ເງື່ອນໄຂທາງດ້ານສຸຂານາໄມ ແລະ ສຸຂານາໄມພືດ ເປັນລາຍການທີ 40 ໃນຄັ້ງນີ້ມີຄວາມໝາຍສໍາຄັນທີ່ສຸດ ເພາະຈະເຮັດໃຫ້ຖົ່ວລຽນຈາກລາວສາມາດເຂົ້າສູ່ປະເທດຈີນທີ່ມີຄວາມຕ້ອງການສິນຄ້າປະເພດນີ້ຢ່າງຫຼວງຫຼາຍ. ຂໍພຽງແຕ່ຜະລິດໄດ້ໃນປະລິມານ ແລະ ຄຸນນະພາບຕາມທີ່ຝ່າຍຈີນກໍານົດໄວ້ ຈະເຮັດໃຫ້ຜູ້ປະກອບການທີ່ກ່ຽວຂ້ອງຂອງລາວມີຕະຫຼາດຮອງຮັບຖົ່ວລຽນຂອງຕົນທີ່ໝັ້ນຄົງຕະຫຼອດໄປ.


