ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດ ແລະ ການນໍາຂັ້ນສູງຂອງພັກ-ລັດ

Nov 20, 2025

ວັນທີ 20 ພະຈິກ 2025, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ອະດີດການນຳ ແລະ ການນຳຂັ້ນສູງຂອງ ພັກ-ລັດ. ເພື່ອຫວນຄືນເຖິງ ວັນມະຫາໄຊຊະນະແຫ່ງການປະຕິວັດຊາດປະຊາທິປະໄຕ ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ, ປະທານສຸພານຸວົງ, ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດ ຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ສາມາດຍາດໄດ້ເອກະລາດແຫ່ງຊາດ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975.
May be an image of text that says 'ไต ปะกาธิมลาว ทีบอ ทับอ025 025 ហិ ವಿೀ 2025' May be an image of dais and text
ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 242/ປປທ, 243/ປປທ, 244/ປປທ, ລົງວັນທີ 17 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ອະດີດການນຳ ແລະ ການນຳຂັ້ນສູງພັກ-ລັດ ທີ່ມີຜົນງານ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ລວມມີ ທ່ານ ທອງລຸນ ສິສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອະດີດປະເທດ, ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອະດີດປະເທດ.
May be an image of text No photo description available.
ພ້ອມນີ້, ໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນ ກາງພັກ ຮອງປະທານປະເທດ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນການພັກ ຮອງນາຍົກລັດຖະມົນຕີ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ທ່ານ ທອງສິງ ທໍາມະວົງ ອະດີດກໍາມະການກົມການເມືອງສູນກາງພັກ, ທ່ານ ພັນຄໍາ ວິພາວັນ ອະດີດກໍາມະການກົມການເມືອງສູນກາງພັກ, ທ່ານ ອາຊາງ ລາວລີ ອະດີກໍາມະການກົມການເມືອງສູນກາງພັກ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ທ່ານ ຈັນສີ ໂພສີຄໍາ ອະດີດກໍາມະການກົມການເມືອງສູນກາງພັກ. ພ້ອມດຽວກັນນີ້, ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃຫ້ການນຳຂັ້ນຕ່າງໆ ຕື່ມອີກ 8 ສະຫາຍ ຄື: ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາຮົມສູນກາງພັກ, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ປະທານສະພານະຄອນຫຼວງວຽງຈັນ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ພົນໂທ ແສງນວນ ໄຊຍະລາດ ອະດີດເລຂາທິການສູນກາງພັກ ປະທານສະຫະພັນນັກຮົບເກົ່າແຫ່ງ ຊາດລາວ, ພົນຕີ ສົມແກ້ວ ສີລາວົງ ອະດີດເລຂາທິການສູນກາງພັກ ແລະ ສະຫາຍ ສົມບັດ ເຢຍລີເຮີ ອະດີດເລຂາທິການສູນກາງພັກ.
May be an image of text May be an image of text
May be an image of text