ວັນທີ 20 ພະຈິກ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ເພື່ອລາຍງານຜົນສຳເລັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025, ພາຍໃຕ້ການນຳພາຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ.

ໃນການຢ້ຽມຂໍ່ານັບຄັ້ງນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຜົນສຳເລັດຂອງກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງມີ 4 ຫົວຂໍ້ຫຼັກ ຄື: ກອງປະຊຸມໂຕະມົນ ໄດ້ເປັນເອກະພາບກັນຮັບຮອງ ແລະ ລົງນາມຖະແຫຼງການວຽງຈັນ ສະບັບທີ III (2026-2035); ກອງປະຊຸມ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ( 2020-2025 ) ແລະ ນໍາສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ພ້ອມທັງເປັນເອກະພາບສູງ ໃນການເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍສຸມໃສ່ກໍານົດມາດຕະການ ແລະ ນະໂຍບາຍຢ່າງລະອຽດຈະແຈ້ງ ເພື່ອແນໃສ່ບັນລຸ 6 ເປົ້າໝາຍ ຂອງແຜນດັ່ງກ່າວ; ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ການກະກຽມຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນດຳເນີນງານໂດຮາ ສຳລັບປະເທດດ້ອຍພັດທະນາ ຂອງລາວ, ເພື່ອຮັບປະກັນອະນາຄົດຂອງທຸກຄົນ ດ້ວຍການຊຸກຍູ້ການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດການສະໜອງທຶນ,ການຄຸ້ມຄອງໜີ້ສິນທີ່ຮັດກຸມເພື່ອຄຸ້ມຄອງ-ບໍລິຫານໜີ້ສິນແບບຍືນຍົງ ແລະ ສາມາດສະໜອງງົບປະມານ ໃຫ້ແກ່ຂະແໜງການ ທີ່ສຳຄັນ ເຊັ່ນ: ຂະແໜງການສຶກສາ ແລະ ສາທາລະນະສຸກ ອັນເປັນພື້ນຖານສໍາຄັນໃນການຫຼຸດພົ້ນອອກຈາກສະຖານນະພາບປະເທດດ້ອຍພັດທະນາຂອງ ສປປ ລາວ; ກອງປະຊຸມ ໄດ້ຮັບຟັງບົດສະເໜີຜົນການເປິກສາຫາລື ໃນເວທີສົນທະນາລະດັບສູງ ພາຍໃຕ້ຫົວຂໍ້: “ພາຍຫຼັງອອກຈາກສະຖານະພາບດ້ອຍພັດທະນາ, ເປີດປະຕູສູ່ແນວທາງໃໝ່ໃນການພັດທະນາ-ການເຕີບໂຕ, ສົ່ງເສີມການມີວຽກເຮັດງານທຳ ແລະ ເຕັກໂນໂລຊີ” ໂດຍການລົງເລິກການເຂົ້າເຖິງເຕັກໂນໂລຊີ ແລະ ການຖ່າຍໂອນຄວາມຮູ້, ການຫັນເປັນສີຂຽວ, ປັນຍາປະດິດ ກາຍເປັນເຄື່ອງທັນສະໄໝ ແລະ ສຳຄັນ ແລະ ການຄຸ້ມຄອງບໍລິຫານລັດ ແລະ ການເງິນ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.ພ້ອມນີ້, ທ່ານຍັງໃຫ້ທິດຊີ້ນຳໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດໄປສູ່ປະຊາຊົນ ຢ່າງແທ້ຈິງ.
ຂ່າວ: ກິດຕາ; ພາບ: ຂັນໄຊ


