ຕອນເຊົ້າວັນທີ 20 ພະຈິກ 2025 ທີ່ຫ້ອງປະຊຸມສະໜາມກິລາແຫ່ງຊາດ ຊັດສະນັນ ໂບນເກຍ ປະເທດບູໄນ ດາລູຊາລາມ ໄດ້ຈັດກອງປະຊຸມສະພາກິລານັກຮຽນອາຊຽນ ຄັ້ງທີ 58 (58 th ASSC) ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຂອງລາວ, ປະທານຄະນະບໍລິຫານງານສະຫະພັນກິລານັກຮຽນລາວ ທັງເປັນປະທານສະພາກິລານັກຮຽນອາຊຽນ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ ພະລະ ແລະ ສີລະປະສຶກສາ ທັງເປັນຮອງປະທານ ແລະ ເລຂາທິການຄະນະບໍລິຫານງານສະຫະພັນກິລານັກຮຽນລາວ ພ້ອມດ້ວຍຄະນະນຳ, ກອງເລຂາ ຂອງບັນດາປະເທດສະມາຊິກສະພາກິລານັກຮຽນອາຊຽນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ມີຄຳເຫັນວ່າ: ໃນນາມສະພາກິລານັກຮຽນອາຊຽນ ຂໍສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ກະຊວງສຶກສາທິການຂອງບຣູໄນດາລູຊາລາມ ໃນການຫ້າງຫາກະກຽມ ລວມເຖິງການວາງແຜນ ແລະ ການບໍລິຫານທຸກຂັ້ນຕອນຂອງການແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 14.

ໄລຍະຫຼາຍປີຜ່ານມາ ສະພາກິລານັກຮຽນອາຊຽນ (ASSC) ໄດ້ຈັດຕັ້ງການແຂ່ງຂັນກິລາ, ຈັດກອງປະຊຸມ ແລະ ຝຶກອົບຮົມຄູຝຶກຈຳນວນຫຼາຍ ໄດ້ຢ່າງສຳເລັດຜົນ. ກິດຈະກຳເຫຼົ່ານີ້ ໄດ້ມີບົດບາດສຳຄັນໃນການສົ່ງເສີມກິລານັກຮຽນ ແລະ ເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ດ້ວຍການມີສ່ວນຮ່ວມອັນມີຄ່າຈາກສະມາຊິກແຕ່ລະປະເທດ, ASSC ໄດ້ສ້າງເວທີສຳຄັນໃຫ້ນັກຮຽນໄດ້ເປັນຕົວແທນປະເທດ ແລະ ໄດ້ຮັບປະສົບການອັນມີຄ່າຈາກການແຂ່ງຂັນລະດັບສາກົນ. ປະສົບການເຫຼົ່ານີ້ ແມ່ນມີຄວາມຈຳເປັນຢ່າງຍິ່ງໃນການສ້າງຄວາມໝັ້ນໃຈ, ສົ່ງເສີມການເຮັດວຽກເປັນທີມ ແລະ ພັດທະນານັກກິລາເຍົາວະຊົນ. ກິລາບໍ່ແມ່ນພຽງແຕ່ເປັນການເຄື່ອນໄຫວທາງຮ່າງກາຍເທົ່ານັ້ນ ຫາກຍັງແມ່ນເຄື່ອງມືອັນຊົງອຳນາດໃນການເຊື່ອມໂຍງເຂົ້າຫາກັນ, ສ້າງຄວາມເຄົາລົບເຊິ່ງກັນແລະກັນ ແລະ ສົ່ງເສີມຄວາມເຂົ້າໃຈລະຫວ່າງປະເທດຕ່າງໆ. ຜ່ານກິລາ ນັກຮຽນ ໄດ້ຮຽນຮູ້ຄຸນຄ່າຂອງວິໄນ, ຄວາມພາກພຽນພະຍາຍາມ ຄຸນຄ່າເຫຼົ່ານີ້ບໍ່ພຽງແຕ່ຈຳເປັນໃນການແຂ່ງຂັນເທົ່ານັ້ນ ຫາກຍັງຈຳເປັນຕໍ່ການດຳລົງຊີວິດ. ໃນຂະນະທີ່ພວກເຮົາສືບຕໍ່ການຮ່ວມມືພາຍໃຕ້ສະພາກິລານັກຮຽນອາຊຽນ, ຂໍໃຫ້ພວກເຮົາຢືນຢັນອີກຄັ້ງໜຶ່ງເຖິງຄວາມມຸ່ງຫມັ້ນຮ່ວມກັນໃນການສົ່ງເສີມຈິດວິນຍານກິລາ, ການມີສ່ວນຮ່ວມຢ່າງທົ່ວເຖິງ, ຂໍໃຫ້ພວກເຮົາສຳຫຼວດແນວທາງໃໝ່ໆ ແລະ ນະວັດຕະກຳໃນການເສີມສ້າງການຮ່ວມມື ເຊັ່ນ:ຜ່ານແພລດຟອມການຮຽນອອນໄລ, ການແລກປ່ຽນວິທະຍາສາດການກິລາ ແລະ ການພັດທະນາກິລາທີ່ຍືນຍົງ ເພື່ອສົ່ງແຮງບັນດານໃຈໃຫ້ນັກກິລາຮຸ່ນໃໝ່ຂອງອາຊຽນ.

ໃນກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນ ແລະ ຮັບຮອງເອົາຜົນກອງປະຊຸມ ຄັ້ງທີ 57 ທີ່ຈັດຂຶ້ນຢູ່ນະຄອນດາໜັງ ຂອງຫວຽດນາມ ໃນປີ 2024. ປະເທດບຣູໄນ ເຈົ້າພາບ ຢືນຢືນຄວາມພ້ອມໃນຈັດການແຂ່ງຂັນ, ລາຍງານແຜນງົບປະມານການເງິນຂອງສະພາກິລານັກຮຽນອາຊຽນ ແລະ ວຽກອື່ນໆ ທີ່ປິ່ນອ້ອມຕື່ມອີກ.
ຂ່າວ-ພາບ: ຫຼ້າ ສາຍນ້ຳພຽງ


