ການແຂ່ງຂັນກິລາເຕັ້ນ ຮອບຊີງຫຼຽນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ຈັດຂຶ້ນໃນວັນທີ 20 ພະຈິກ 2025 ທີ່ສູນການຄ້າວຽງຈັນເຊັນເຕີ.
ການແຂ່ງຂັນກິລາເຕັ້ນ ແມ່ນເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດ ທີ່ຖືກບັນຈຸ ເຂົ້າໃນງານມະຫະກິລາແຫ່ງຊາດ ໂດຍມີການຊີງໄຊກັນທັງໝົດ 3 ຫຼຽນຄໍາ, 3 ຫຼຽນເງິນ ແລະ 6 ຫຼຽນທອງ ໃນ 3 ລາຍການແຂ່ງຂັນຄື: ປະເພດດ່ຽວຊາຍ ແບຣກກິ້ງ 1ຕໍ່1, ປະເພດຄູ່ປະສົມ ຍິງ-ຊາຍ ຮິບຮອບ ດັບເບີ້ ແລະ ປະເພດທີມປະສົມ ຍິງ 4 ຊາຍ 3 ຮິບຮອບທີມ ມີ 5 ພາກເຂົ້າຮ່ວມຄື: ແຂວງວຽງຈັນ, ແຂວງບໍ່ແກ້ວ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ການແຂ່ງຂັນຈັດຂຶ້ນລະຫວ່າງວັນທີ 19-20 ພະຈິກ 2025, ຜົນການແຂ່ງຂັນ ລາຍການດ່ຽວຊາຍ ແບຣກກິ້ງ 1ຕໍ່1 ຫຼຽນຄໍາ ທ້າວ ພຸດທະເສນ ຜົນດີ ຈາກແຂວງສະຫວັນນະເຂດ, ຫຼຽນເງິນ ທ້າວ ເພັດນິລັນ ແກ້ວວົງສີ ເຈົ້າພາບນະຄອນຫຼວງວຽງຈັນ, ຫຼຽນທອງຮ່ວມ ທ້າວ ທະວີສຸກ ຊຸມພົນພັກດີ ຈາດແຂວງສະຫວັນນະເຂດ ແລະ ທ້າວ ພົງສະຫວັນ ແກ້ວນາວົງ ຈາກແຂວງຄໍາມ່ວນ, ລາຍການຄູ່ປະສົມ ຍິງ-ຊາຍ ຮິບຮອບ ດັບເບິ້ ຫຼຽນຄໍາ ເຈົ້າພາບນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງວຽງຈັນ ແລະ ຫຼຽນທອງຮ່ວມ ແຂວງສະຫວັນນະເຂດ ແລະ ແຂວງບໍ່ແກ້ວ; ລາຍການແຂ່ງຂັນປະເພດທີມປະສົມ ຍິງ 4 ຊາຍ 3 ຮິບຮອບທີມ ຫຼຽນຄໍາ ເຈົ້າພາບນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງຮ່ວມ ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ.



