ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກກິລາດຶງເຊືອກກະຊວງປ້ອງກັນປະເທດໄດ້ 4 ຫຼຽນຄໍາ ຈາກ 5 ປະເພດແຂ່ງຂັນ.

Nov 25, 2025

ວັນທີ 23 ພະຈິກ 2025 ທີ່ເດີ່ນໂຮງຮຽນມັດທະຍົມສົມບູນວຽງຈັນ ໄດ້ສໍາເລັດການແຂ່ງຂັນ ແລະ ມອບຫຼຽນລາງວັນໃຫ້ນັກກິລາດຶງເຊືອກ ທີ່ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ໃຫ້ກຽດເຂົ້າຮ່ວມມອບຫຼຽນລາງວັນໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກິລາດຶງເຊືອກອາຊຽນ ທັງເປັນປະທານກິລາດຶງເຊືອກແຫ່ງຊາດລາວ, ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
May be an image of text
ການມອບຫຼຽນຄັ້ງນີ້ ລວມມີ 5 ປະເພດ ໃນນັ້ນ, ປະເພດທີມຊາຍ 4 ຄົນ (ນໍ້າໜັກລວມບໍ່ເກີນ 300 ກິໂລກຣາມ) ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນປະເທດ, ຫຼຽນທອງ ແຂວງອັດຕະປື ; ປະເພດທີມຍິງ 4 ຄົນ (ນໍ້າໜັກລວມບໍ່ເກີນ 250 ກິໂລກຣາມ) ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື; ປະເພດທີມຊາຍ 8 ຄົນ (ນໍ້າໜັກລວມບໍ່ເກີນ 600 ກິໂລກຣາມ) ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື; ປະເພດທີມຍິງ 8 ຄົນ (ນໍ້າໜັກລວມບໍ່ເກີນ 500 ກິໂລກຣາມ) ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຫຼວງນ້ຳທາ ; ປະເພດທີມປະສົມ (ຊາຍ 4 – ຍິງ 4 ນ້ຳໜັກລວມບໍ່ເກີນ 650 ກິໂລກຣາມ) ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງອັດຕະປື.
ຂໍ້ມູນ: ສູນຂ່າວ