ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນຳສະເໜີປຶ້ມການຂະຫຍາຍຕົວຂອງລັດລາວ

Nov 25, 2025

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈັດພິທີນຳສະເໜີປື້ມ “ການຂະຫຍາຍຕົວຂອງລັດລາວ”ຂຽນໂດຍ ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໃນວັນທີ 24 ພະຈິກ 2025 ທີ່ສະຖາບັນດັ່ງກ່າວ. ມີທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານພາຍໃນ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດ ແລະ ຄະນະສະໂມສອນ ນັກການທູດເຂົ້າຮ່ວມ.
ການນຳສະເໜີປື້ມໃນຄັ້ງນີ້, ເພື່ອປະກອບສ່ວນເຂົ້າໃນກິດຈະກຳສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງ ສປປ ລາວ ຫຼື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ. ປຶ້ມ “ການຂະຫຍາຍຕົວຂອງລັດລາວ”ໄດ້ຈັດພິມ ຄັ້ງທໍາອິດໃນປີ 1996, ຄັ້ງທີ II ໃນປີ 2003 ແລະ ໄດ້ຮັບການແປເປັນພາສາອັງກິດ ໃນປີ 2015. ມາຮອດປີ 2025, ທ່ານ ພົງສະຫວັດ ບຸນຜາ ໄດ້ຕັ້ງໜ້າທຸ້ມເທເຮື່ອແຮງ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປັບປຸງ ເນື້ອໃນປຶ້ມດັ່ງກ່າວໃຫ້ຄົບຖ້ວນສົມບູນຂຶ້ນກວ່າເກົ່າ ແລະ ໄດ້ຈັດພິມຄັ້ງທີ III ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ແລະ ຊາວຕ່າງປະເທດ, ລວມທັງນັກວິຊາການ, ຜູ້ວາງນະໂຍບາຍ ໄດ້ສຶກສາຄົ້ນຄວ້າ ແລະ ມີຄວາມເຂົ້າໃຈອັນຖືກຕ້ອງ ກ່ຽວກັບປະຫວັດຄວາມເປັນມາ, ການເມືອງ, ກົດໝາຍ-ການປົກຄອງ, ການເຕີບໃຫຍ່ຂະຫຍາຍຕົວ, ວິວັດທະນາການຂອງເຊື້ອຊາດລາວ-ລັດລາວ ແລະອື່ນໆ.
May be an image of one or more people, people studying and suit May be an image of text