ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານວາງສະແດງຮູບພາບມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ

Nov 26, 2025

ເປີດງານວາງສະແດງຮູບພາບມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ
ວັນທີ 26 ພະຈິກ 2025 ຢູ່ຫໍພິພິທະພັນປະຫວັດສາດກອງທັບ ກະຊວງປ້ອງກັນປະເທດ ໄດ້ເປີດງານວາງສະແດງຮູບພາບ ມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍການເປັນປະທານຂອງ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ງຍຄະນະນໍາຫ້ອງວ່າການສູນກາງພັກ, ຄະນະພັກ-ຄະນະບັນຊາບັນດາກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານການກະກຽມວາງສະແດງຮູບພາບວ່າ: ພາຍຫຼັງໄດ້ຮັບຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ກ່ຽວກັບການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ແລະ ທິດຊີ້ນໍາຂອງກະຊວງປ້ອງກັນປະເທດ ກໍຄື ກົມໃຫຍ່ການເມືອງກອງທັບ ມອບໃຫ້ກົມໂຄສະນາອົບຮົມ ສົມທົບກັບ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ກະກຽມຈັດວາງສະແດງຮູບພາບມູນເຊື້ອ 3 ວັນປະຫວັດສາດ ເພື່ອຫວນຄືນມູນເຊື້ອການກໍ່ຕັ້ງ, ການນໍາພາ-ຊີ້ນໍາ ໃນທຸກຂົງເຂດວຽກງານຂອງພັກປະຊາຊົນປະຕິວັດລາວ ໄລຍະ 70 ປີ, ການພັດທະນາ ແລະ ການເຕີບໃຫຍ່ຂະຫຍາຍຕົວຮອບດ້ານຂອງ ສປປ ລາວ ໄລຍະ 50 ປີ ແລະ ຜົນງານການເຄື່ອນໄຫວໃນພາລະກິດປະຕິວັດ, ການນໍາພາ-ຊີ້ນໍາເດັດຂາດໂດຍກົງຕໍ່ທຸກຂົງເຂດວຽກງານຂອງພັກ, ລັດ ແລະ ກຳລັງປະກອບອາວຸດຢ່າງຫ້າວຫັນ, ບໍ່ຮູ້ອິດຮູ້ເມື່ອຍ ຕະຫຼອດໄລຍະຊີວິດຂອງປະທານ ໄກສອນ ພົມວິຫານ ເພື່ອສະຫຼອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ໃນການຈັດຕັ້ງປະຕິບັດຕົວຈິງ, ບັນດາເນື້ອໃນ ແລະ ຮູບພາບຕ່າງໆ ທີ່ນໍາມາວາງສະແດງນັ້ນ ຄະນະຮັບຜິດຊອບ ແລະ ວິຊາການກ່ຽວຂ້ອງ ໄດ້ເຄື່ອນໄຫວຊອກຄົ້ນຮູບພາບ ແລະ ຂໍ້ມູນຕ່າງຈາກບັນດາປຶ້ມວາລະສານ, ໜັງສືພິມ, ຫໍສະໝຸດກອງທັບ, ຫໍພິພິທະພັນປະຫວັດສາດ ແລະ ບັນດາເອກະສານ ຈາກພາຍໃນ ແລະ ນອກກອງທັບ, ກະກຽມແຜນຜັງ ຫຼື ຮູບແບບການວາງສະແດງ, ຈັດແບ່ງຫົວຂໍ້ ແລະ ບັນຈຸເຂົ້າປາໂນວາງສະແດງ ໂດຍຜ່ານການກວດກາ, ຊີ້ນຳ ແລະ ຄວາມເປັນເອກະພາບຂອງອະນຸກຳມະການເນື້ອໃນແຕ່ລະໄລຍະ; ຮູບພາບທີ່ນໍາມາວາງສະແດງໃນຄັ້ງນີ້ ມີຈຳນວນ 516 ຮູບ, ບັນຈຸເຂົ້າລວມ 51 ປາໂນ, ຈັດແບ່ງເປັນ 3 ຫົວຂໍ້ໃຫຍ່ຄື: ພາກທີ I: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ, ລວມມີ 17 ປາໂນ ແລະ 1 ແຜ່ນທີ່, ພາກທີ II: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ລວມມີ 27 ປາໂນ ແລະ ພາກທີ III: ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ລວມມີ 6 ປາໂນ, 13 ບົດຄວາມ, 22 ຫົວຂໍ້ຍ່ອຍ, 4 ປ້າຍຄໍາຂວັນ ແລະ ຜ້າສາກໃຫຍ່ 5 ແຜ່ນ; ໄດ້ຈັດຕັ້ງພະນັກງານບັນຍາຍນໍາທ່ຽວຊົມຮູບພາບ ຈາກຫໍພິພິທະພັນປະຫວັດສາດກອງທັບ, ສາມາດບັນຍາຍນໍາທ່ຽວໄດ້ທັງພາສາລາວ, ພາສາຫວຽດນາມ ແລະ ພາສາອັງກິດ, ຂອບເຂດເນື້ອທີ່ການຈັດວາງສະແດງຮູບພາບຄັ້ງນີ້ ແບ່ງອອກເປັນ 2 ເຂດ ຄື : ເຂດທີ 1 ຈັດວາງຢູ່ດ້ານໃນ ແລະ ເຂດທີ 2 ຈັດວາງສະແດງຢູ່ດ້ານໜ້າ ຫໍພິພິທະພັນ; ການຈັດວາງສະແດງຮູບພາບ ຈະດໍາເນີນໄປເປັນເວລາ 25 ວັນ, ນັບທັງວັນເສົາ-ວັນອາທິດ ຊຶ່ງເລີ່ມຕົ້ນແຕ່ມື້ເປີດ ວັນທີ 26 ພະຈິກ 2025 ຈະດໍາເນີນໄປຈົນຮອດ ວັນທີ 20 ທັນວາ 2025 ຈຶ່ງຈະປິດການວາງສະແດງຢ່າງເປັນທາງການ.
ການວາງສະແດງຮູບພາບຄັ້ງນີ້ ເພື່ອເປີດກວ້າງ ບໍ່ໄດ້ຈໍາກັດຜູ້ເຂົ້າຊົມ, ຂໍເຊີນຊວນຄະນະນໍາບັນດາສໍານັກງານ, ອົງການຈັດຕັ້ງພັກ-ລັດ ແລະ ບັນດາກະຊວງ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນທຸກຊັ້ນຄົນ ຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຕະຫຼອດຮອດ ນັກທ່ອງທ່ຽວຊາວລາວ ແລະ ຕ່າງປະເທດເຂົ້າຮ່ວມຊົມ.
ຂ່າວ,ພາບ: ຄໍາປ໋ອກ