ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ເລັ່ງ​ບົ່ມ​ເພາະ​ກຳ​ລັງ​ການ​ຜະ​ລິດ​ສີ​ຂຽວ

Nov 27, 2025

 

ທ່ານ​ ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນເຄີຍ​ກ່າວ​ວ່າ: “ການ​ພັດ​ທະ​ນາ​ສີ​ຂຽວ​ເປັນ​ສີ​ສັນ​ທາດ​ແທ້​ແຫ່ງ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ກໍ​ແມ່ນ​ກຳ​ລັງ​ການ​ຜະ​ລິດ​ສີ​ຂຽວ.”

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ໄດ້​ກ່າວ​ເນັ້ນໜັກມາ​ຫຼາຍ​ເທື່ອ​ໃຫ້​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ ​ແລະ​ກາກບອນ​ຕ່ຳ ທັງຮຽກ​ຮ້ອງ​ໃຫ້​ເລັ່​ງ​ບົ່ມ​ເພາະ​ ແລະ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ສີ​ຂຽວ​ ແລະ​ກາກບອນ​ຕ່ຳ​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ຕັ້ງ​ໜ້າ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ສີ​ຂຽວ, ຜະ​ລິດ​ຕະ​ພັນ​ສີ​ຂຽວ, ຍົກ​ສູງ​ລະ​ດັບ​ການ​ຫັນ​ປ່ຽນ​ສູ່​ເສດ​ຖະ​ກິດ​ສີ​ຂຽວ, ​ເສີມ​ສ້າງ​ທ່າ​ແຮງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ.

ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 (2021-2025), ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ການ​ປະ​ກອບ​ສ່ວນ​ຢ່າງ​ເປັນ​ເຈົ້າ​ການ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຮອດ ປີ 2030 ກ່ອນ​ກຳ​ນົດ​ເວ​ລາໃນ​ດ້ານ​​ຍອດ​ປະ​ລິ​ມານກຳ​ລັງ​ຕິດ​ຕັ້ງໄຟ​ຟ້າ​ພະ​ລັງ​ງານ​ລົມ ​ແລະ ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ, ໄດ້​ສຳ​ເລັດ​ການ​ສ້າງ​ ແລະ ​ປັບ​ປຸງ​ມາດ​ຕະ​ຖານ​ລະ​ບາຍ​ມົນ​ລະ​ພິດ 32 ປະ​ການ, ​ໄດ້​ບັນ​ລຸ​ການ​ຄຸ້ມ​ຄອງ​ ແລະ​ ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕໍ່​ປະ​ລິ​ມານ​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ​​ຫຼາຍກວ່າ 60%ຂອງ​ທົ່ວ​ປະ​ເທດ…ຂໍ້​ມູນ​ຕົວ​ເລກ​ລະ​ອຽດ​ເຫຼົ່າ​ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ຈີນ​ກຳ​ລັງ​ຖື​ເອົາ​ການ​ປະ​ຕິ​ຮູບ ​ແລະ​ປະ​ດິດ​ສ້າງ​ເປັນ​ແຮງ​ຂັບ​ເຄື່ອນ, ​ຕໍ່​ຍອດການ​ພັດ​ທະ​ນາ​ທີ່​ມີ​ຄູນ​ນະ​ພາບ​ສູງ​ໃຫ້​ມີ​ລັກ​ສະ​ນະ​ແບບ​ສີ​ຂຽວ​ຫຼາຍກວ່າ​ເກົ່າ.

ວັນ​ທີ 31 ມັງ​ກອນ 2024, ​ເວ​ລາ​ກ່າວ​ຄຳ​ປາ​ໄສໃນ​ການ​ຮ່ຳ​ຮຽນ​ລວມ​ໝູ່​ຄັ້ງ​ທີ 11 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​​ໄໝ​ທີ 20, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ວ່າ: “ຕ້ອງປູກ​ຈິດ​ສຳ​ນຶກ​ໃຫ້​ໜັກ​ແໜ້ນ ແລະ ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ແນວ​ຄິດ​ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ, ເດັດ​ດ່ຽວ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເປັນ​ບູ​ລິ​ມະ​ສິດ ແລະ ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ.”

ປີ 2024, ການ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ໜ່ວຍ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໄດ້​ຫຼຸດ​ລົງ 11,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ​ 5 ປີ​ຄັ້ງ​ທີ 13(2016-2020), ໝາຍ​ຄວາມ​ວ່າ ການ​ສິ້​ນ​ເປືອງ​ພະ​ລັງານ​ໃນ​ການ​ສ້າງ GDP ແຕ່​ລະ 100 ຢວນ​ແມ່ນ​ໄດ້ຫຼຸດ​ລົງ 11,6% ຫຼື​ເທົ່າ​ກັບການຫຼຸດ​ຜ່ອນ​ການ​ລະ​ບາຍ​ກາກບອນ​​ດີ​ອົກ​ຊິດ 1,1 ຕື້​ໂຕນ.

​    ເດືອນ​ພຶດ​ສະ​ພາ​ປີ 2024, ໃນ​ເວ​ລາ​ລົງ​ເຄື່ອນ​ໄຫ​ວ​ຢ້ຽມ​ຢາມ ​ແລ​ະ​ເຮັດ​ວຽກ​ຢູ່​ແຂວງ​ຊ່ານ​ຕົ່ງ, ທ່ານ ສີ​ຈິນ​ຜິງ ໄດ້​ຊີ້​​ນຳວ່າ: “ຕ້ອງ​ອອກ​ແຮງ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ ແລະ​ກາກບອນ​ຕ່ຳ, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ ​ແລະ ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳສີ​ຂຽວ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.”

ນັບ​ມາ​ຮອດ​ທ້າຍ​ປີ2024, ທົ່ວ​ປະ​ເທດ​ຈີນ​ ​​ໄດ້ບົ່ມ​ເພາະ​ໂຮງ​ງານ​ສີ​ຂຽວ​ລະ​ດັບ​ຊາດ 6.430 ແຫ່ງ, ເຂດ​ນິ​ຄົ​ມ​ອຸດ​ສາ​ຫະ​ກຳ​ສີ​ຂ​ຽວ 491 ແຫ່ງ, ໃນ​ນີ້, ມູນ​ຄ່າ​ການ​ຜະ​ລິດ​ຂອງ​ໂຮງ​ງານ​ສີ​ຂຽວ​ລະ​ດັບ​ຊາດ​ໄດ້​ກວມ​ອັດ​ຕາ​ສ່ວນ​ຫຼາຍກວ່າ 20%.

ວັນ​ທີ 31 ມັງ​ກອນ 2024, ​ເວ​ລາ​ກ່າວ​ຄຳ​ປາ​ໄສໃນ​ການ​ຮ່ຳ​ຮຽນ​ລວມ​ໝູ່​ຄັ້ງ​ທີ 11 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະໄໝ​ທີ 20, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວເນັ້ນ​ໜັກ​ວ່າ: “ຕ້ອງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ສີ​ຂ​ຽວ​ໃຫ້​ເຂັ້ມ​ແຂງ, ພັດ​ທະ​ນາ​ຂະ​ແໜງ​ບໍ​ລິ​ການ​ສີ​ຂຽວ, ພັດ​ທະ​ນາ​ພະ​ລັງ​ງານ​ສີ​ຂຽວ​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ແບບ​ສີ​ຂຽວ ​ແລະ​ກາກບອນ​ຕ່ຳ.”

​    ໃນໄລ​ຍະ​ປະ​ຕິ​ບັດ​ແຜນ​ການ​ 5 ປີ​ຄັ້ງ​ທີ 14, ​ຈີນໄດ້​ປະ​ຖິ້ມ​ການ​ໃຊ້​ລົດ​ລະ​ບາຍ​ມົນ​ລະ​ພິດສູງ ເກືອບ 20.000.000 ຄັນ. ນັບ​ມາ​ຮອດ​ທ້າຍ​ປີ 2024, ທົ່ວ​ປະ​ເທດ​ຈີນ​ມີ​ປະ​ລິ​ມານ​ລົດ​ພະ​ລັງ​ງານ​ໃໝ່​ບັນ​ລຸ​ເຖິງ 31.400.000 ຄັນ, ກວມຍອດ​ປະ​ລິ​ມານ​ລົດ​ຍົນ​ເຖິງ 8,9%,  ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 5 ເທົ່າເມື່ອ​ທຽບ​ໃສ່​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ​ 5 ປີ​ຄັ້ງ​ທີ 13.

ວັນ​ທີ 18 ທັນ​ວາ 2015, ໃນ​ກອງ​ປະ​ຊຸມ​ວຽກ​ງານ​ເສດ​ຖະ​ກິດ​ຂັ້ນ​ສູນ​ກາງ​ຂອງ​ຈີນ, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້ຊີ້​ອອກວ່າ: “ຕ້ອງ​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​​ຂຽວ, ກາກບອນ​ຕ່ຳ ​ແລະ​ ໝູນ​ວຽນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳສີ​ຂຽວ ແລະ ສະ​ພາບ​ພື້ນ​ທີ່​ສີ​ຂຽວ.”

ນັບ​ມາ​ຮອດເດືອນ​ກໍ​ລະ​ກົດ​ປີ 2024, ​ຄວາມ​ສາ​ມາດ​ການ​ສົ່ງ​ໄຟ​ຟ້າ​ຂອງໂຄງ​ການສົ່ງ​ໄຟຟ້າ​ຈາກພາກ​ຕາ​ເວັນ​ຕົກ ​ໄປ​ສູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ບັນ​ລຸ​ຫຼາຍກວ່າ 300 ລ້ານ​ກິ​ໂລ​ວັດ, ເຊິ່ງ​ໄດ້​ຕອບ​ສະ​ໜອງ​ກັບ​ຄວາມຕ້ອງ​ການຊົມ​​ໃຊ້​ໄຟ​ຟ້າ​ປະ​ມານ 20% ຂອງ​ເຂດ​ພາກ​ກາງ​ ແລະ​ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ. ທະ​ເລ​ຊາຍ​ ແລະ ​ແດນ​ເຮື້ອ​ກັນ​ດານ​ພາກ​ຕາ​ເວັນ​ຕົກ​​ໄດ້​ຈັດ​ຕັ້ງ​ກັງ​ຫັນ​ລົມ​ ແລະ ​ແຜງ​ຜະ​ລິດ​ໄຟ​ຟ້າ​ແສງ​ຕາ​ເວັນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຢ່າງກວ້າງ​ຂວາງ ເຊິ່ງໄດ້​ກາຍ​ເປັນ​ “ແຫຼ່ງ​ພະ​ລັງ​ງານ​ໄຟ​ຟ້າ​ສີ​ຂຽວ”.

ວັນ​ທີ 17 ກໍ​ລະ​ກົດ 2023, ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນກ​ອງ​ປະ​ຊຸມ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທົ່ວ​ປະ​ເທດ​ຈີນ, ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວ​ວ່າ: “ອອກ​ແຮງ​ສົ່ງ​ເສີມ​ທັດ​ສະ​ນະ​ຄະ​ຕິ​ການ​ດຳ​ລົງ​ຊີ​ວິດ ​ແລະ​ ຮູບ​ການ​ບໍ​ລິ​ໂພກ​ແບບ​ລ​ຽບ​ງ່າຍ, ເໝາະ​ສົມ, ສີ​ຂຽວ, ກາກບອນ​ຕ່ຳ, ສິ​ວິ​ໄລ​ ແລະ​ມີ​ສຸ​ຂະ​ພາບ​ດີ, ເຮັດ​ໃຫ້​ກາ​ນ​ອອກ​ເດີນ​ທາງ​ແບບ​ສີ​ຂຽວ, ການ​ປະ​ຢັດ​ນ້ຳ ​ແລະ​ໄຟ​ຟ້າ, ‘ການ​ເຄື່ອນ​ໄຫວ​ກ້ຽງ​ຈານ’ ​ເພື່ອ​ຕ້ານ​ການ​ຟູມ​ເຟື້ອຍ​ອາ​ຫານ​ການ​ກິນ, ການ​ຄັດ​ແຍກ​ປະ​ເພດ​ຂີ້​ເຫຍື້ອ ແລະ​ອື່ນໆ ກາຍ​ເປັນ​ຄວາມ​ຊິນ​ເຄີຍ.”

ພາຍ​ໃຕ້​ການ​ຊຸກ​ຍູ້​ຈາກ​ນະ​ໂຍ​ບາຍ “ປັບ​ປ່ຽນ​ອຸ​ປະ​ກອນໃໝ່​ຢ່າງ​ຂະ​ໜາດ​ໃຫຍ່ ແລະ ການຊື້ເຄື່ອງບໍ​ລິ​ໂພກແບບເກົ່າແລກໃໝ່”, ໃນ​ຈຳ​ນວນ​ເຄື່ອງ​ໃຊ້​ໄຟ​ຟ​້າ​ໃນ​ເຮືອນ 8 ປະ​ເພດ​ໃຫຍ່ເຊັ່ນ​: ຕູ້​ເຢັນ, ຈັກ​ຊັກ​ເຄື່ອງ, ໂທ​ລະ​ພາບ, ຄອມ​ພິວ​ເຕີ​ ແລະ​ອື່ນໆທີ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ຈາກ​ນະ​ໂຍ​ບາຍ​ເກົ່າແລກໃໝ່, ​ຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນທີ່​ປະ​ສິດ​ທິ​ພາບ​ການ​ນຳ​ໃຊ້​ພະ​ລັງ​ງານລະ​ດັບ​ໜຶ່ງຫຼືໄດ້​ມາດ​ຕະ​ຖານ​​ສາ​ກົນ​ໄດ້​ກວມ​ຫຼາຍກວ່າ 90%.

ທຸ​ກ​ມື້​ນີ້, ການ​ບໍ​ລິ​ໂພກ​ຜະ​ລິດ​ຕະ​ພັນ​ສີ​ຂຽວ​ຢູ່​ຈີນ​ກຳ​ລັງ​ຟົດ​ຟື້ນ, ກຳ​ລັງ​ການ​ຜະ​ລິດ​ສີ​ຂຽວ​ພວມ​ເລັ່ງ​ບົ່ມ​ເພາະ​​ຢູ່, ໃນ​ຂະ​ນະ​ທີ່​ສ້າງ​ທ່າ​ແຮງ​ໃໝ່​ໃນ​ດ້ານ​ການ​ພັດ​ທະ​ນາ​ອຸດ​ສ​າ​ຫະ​ກຳ​ນັ້ນ ໄດ້​ເພີ່ມ​ພະ​ລັງ​ແຮງ​ຂັບ​ເຄື່ອນ​ຢ່າງ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ.