ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 15

Nov 28, 2025

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກຳມາທິການຮ່ວມ ຝ່າຍກຳປູເຈຍ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ໃນລະຫວ່າງວັນທີ 26-28 ພະຈິກ 2025.
May be an image of one or more people
ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ພະຈິກ 2025, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍ ວ່າດ້ວຍ ການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ, ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສອງຝ່າຍ ໄດ້ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 14 ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໃນປີ 2022 ຜ່ານມາ, ໂດຍໄດ້ຕີລາຄາສູງ ແລະ ມີຄວາມຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວ ແລະ ມີຜົນສຳເລັດເປັນກ້າວໆໃນຫຼາຍຂົງເຂດ, ອັນພົ້ນເດັ່ນແມ່ນ ດ້ານການເມືອງ-ຄວາມໝັ້ນຄົງ, ວັດທະນະທຳ-ສັງຄົມ, ເສດຖະກິດ-ການຄ້າ ແລະ ອື່ນໆ, ໂດຍສະເພາະ ແມ່ນພາຍຫຼັງການຍົກລະດັບສາຍພົວພັນທາງການທູດ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ໃນປີ 2019 (Comprehensive and Long-lasting Strategic Partnership) ຊຶ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນທີ່ສຳຄັນຂອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໄປຄຽງຄູ່ກັນນັ້ນ, ສອງປະເທດຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ຂອບການຮ່ວມມືອື່ນໆ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງສາຍພົວພັນຂອງສອງປະເທດ ທີ່ພວມຈະເລີນງອກງາມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ.
May be an image of text May be an image of text
ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນ ການພົວພັນຮ່ວມມືທາງດ້ານການເມືອງ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ການສະກັດກັ້ນ ແລະ ປາບປາມຢາເສບຕິດ, ກະສິກຳ, ປ່າໄມ້, ການປະມົງ ແລະ ສິ່ງແວດລ້ອມ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການສືກສາ, ວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ, ໄປສະນີ, ການສື່ສານ, ເຕັກໂນໂລຊີ, ແຮງງານ, ວິທະຍາສາດ, ນະວັດຕະກໍາ, ວຽກງານກວດກາລັດ, ສາທາລະນະສຸກ ແລະ ດ້ານອື່ນໆ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ແລະ ພົບປະ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແຕ່ສູນກາງຈົນເຖິງທ້ອງຖິ່ນ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ຢ່າງເປັນປະຈຳ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລາວ-ກຳປູເຈຍ ລວມທັງການສືບຕໍ່​ຊຸກຍູ້ການຈັດຕັ້ງ​ຜັນ​ຂະຫຍາຍ​​ ແຜນ​ປະຕິບັດງານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ແລະ ໝັ້ນຄົງຍາວ​ນານ ​ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ ກໍາປູ​ເຈຍ (Action Plan) ສົກປີ 2023-2027 ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
May be an image of dais
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ ຄັ້ງທີ 15 ຊຶ່ງກວມເອົາ 21 ຂົງເຂດໃຫຍ່ຂອງການຮ່ວມມືສອງຝ່າຍ ແລະ 96 ຫົວຂໍ້ນ້ອຍ ເພື່ອເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ​ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ ກໍາປູ​ເຈຍ ໃຫ້ຈະເລີນງອກງາມ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕໍ່ໜ້າ.
May be an image of text that says 'HE H.E.M.PRAK.SOKHONN PRAK SOKHONN' May be an image of text
ກອງປະຊຸມຄັ້ງນີ້ ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ສ້າງ​ສັນ ເຕັມ​ໄປ​ດ້ວຍ​ໄມຕີ​ຈິດມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈເ​ຊິ່ງກັນ ແລະ ກັນຢ່າງ​ເລິກເຊິ່ງ ແລະ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ.