ຕອນເຊົ້າວັນທີ 2 ທັນວາ 2025, ທີ່ສະໜາມບິນສາກົນວັດໄຕ, ສະຫາຍ ຟ້າມມິງຈິງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 2-3 ທັນວາ 2025, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກສະຫາຍ ບົວຄົງນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ.
ການຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ຟ້າມມິງຈິງ ຈະໄດ້ເຂົ້າຮ່ວມການພົບປະວົງແຄບ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ເຂົ້າຮ່ວມກອງປະຊຸມພົບປະ 2 ກົມການເມືອງລາວ-ຫວຽດນາມ ປະຈໍາປີ 2026 ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.
ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງນາຍົກລັດຖະມົນຕີຫວຽດນາມຄັ້ງນີ້, ເປັນການຢັ້ງຢືນເຖິງບົດບາດ ແລະ ທິດທາງລວມໃນການພົວພັນ ລະຫວ່າງສອງປະເທດບົນພື້ນຖານການສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.


