ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດນໍາໃຊ້ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

Dec 3, 2025

ວັນທີ 2 ທັນວາ 2025, ສະຫາຍ ໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນນິດຫວຽດນາມ ພ້ອມດ້ວຍພັນລະຍາ ເເລະ ຄະນະຜູ້ເເທນຂັ້ນສູງພັກ-ລັດ ຫວຽດນາມ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ50 ຢູ່ສະໜາມຫຼວງນະຄອນຫຼວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລາວທາງລັດຖະກິດ ລະຫວ່າງວັນທີ 1-2 ທັນວາ 2025. ການເຂົ້າພິທີໂຮມຊຸມນຸມໃຫຍ່ຂອງສະຫາຍໂຕເລີ່ມ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້, ສະຫາຍໄດ້ຮັບຊົມການສວນສະໜາມຂອງກ້ອນກໍາລັງຕ່າງໆ ໂດຍສະເພາະກ້ອນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມເຖີງກ້ອນກໍາລັງຈາກກະຊວງ,ອົງການທີ່ຂື້ນກັບອົງການຈັດຕັ້ງພັກ-ລັດ, ກ້ອນກໍາລັງຂອງສາມອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ກ້ອນກໍາລັງເຍົາວະຊົນ, ລວມເຖີງການນຳເອົາທຸງຊາດ, ທຸງພັກ, ທຸງ 50 ປີ ແລະ ທຸງແຜ່ນຄໍາຂວັນນ້ຳໃຈວັນຊາດທີ 2 ທັນວາ ໜັ້ນຍືນ ຈາກເຮືອບີນ M17 ເເລະ ການສະເເດງບີນຜ່ານຂອງເຮືອບີນຮົບ Yak-130 ຂອງກອງທັບອາກາດ ກະຊວງປ້ອງກັນປະເທດຕື່ມອີກ. ຈາກນັ້ນ, ສະຫາຍໂຕເລີ່ມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ເເທນຂັ້ນສູງພັກ-ລັດຫວຽດນາມ ໄດ້ເດີນທາງໄປເຂົ້າຮ່ວມພິທີເປີດນໍາໃຊ້ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ການນໍາຂັ້ນສູງພັກ-ລັດລາວ ເຂົ້າຮ່ວມ.
May be an image of monument and text May be an image of text
ໃນໂອກາດນີ້, ສະຫາຍເພັດ ພົມພິພັກ ຫົວຫນ້າຫ້ອງວ່າການສູນກາງພັກ ໄດ້ຕາງໜ້າພັກ-ລັດ ເເລະ ປະຊາຊົນລາວບັນດາເຜົ່າ ມີຄໍາເຫັນໃນພິທີຄັ້ງນີ້ວ່າ: ສວນສາທາລະນະມິດຕະພາບລາວ-ຫວຽດນາມ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ບໍ່ພຽງແຕ່ເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດພວກເຮົາເທົ່ານັ້ນ, ສວນສາທາລະນະມິດຕະພາບລາວ-ຫວຽດນາມ ທີ່ສວຍສົດງົດງາມແຫ່ງນີ້ ຍັງກາຍເປັນບ່ອນທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສຳຄັນ ເປັນສະຖານທີ່ຈັດກິດຈະກຳຕ່າງໆ, ເປັນບ່ອນພັກຜ່ອນ, ອອກກຳລັງກາຍ, ບ່ອນຫຼິ້ນຂອງເດັກນ້ອຍ-ເຍົາວະຊົນ ຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກສາຮໍ່າຮຽນຂອງຄົນຮຸ່ນສືບທອດ ໄດ້ເຂົ້າມາທັດສະນະສຶກສາຄົ້ນຄວ້າ ກ່ຽວກັບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.
May be an image of text May be an image of monument and text
ສະຫາຍ ເພັດ ພົມພິພັກ ໃຫ້ຮູ້ຕື່ມວ່າ:ປະຕິບັດຕາມການຕົກລົງຂອງສອງພັກ, ສອງລັດຖະບານ ແລະ ກົມການເມືອງສອງປະເທດ ລາວ-ຫວຽດນາມ ກໍຄືການຜັນຂະຫຍາຍເນື້ອໃນຈິດໃຈຂອງຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2025 ແລະ ບົດບັນທຶກກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືສອງຝ່າຍ ລະຫວ່າງລັດຖະບານລາວ ແລະ ລັດຖະບານ ຫວຽດນາມ ໃນການສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢູ່ລາວ, ພາຍຫຼັງໄດ້ເປີດພິທີເລີ່ມກໍ່ສ້າງໂຄງການສວນສາທາລະນະມິດຕະພາບລາວ-ຫວຽດນາມ ຢ່າງເປັນທາງການ ໃນວັນທີ 10 ມັງກອນ 2025 ແລ້ວ, ຄະນະຄຸ້ມຄອງໂຄງການທັງສອງຝ່າຍ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ເຮັດໃຫ້ໂຄງການດັ່ງກ່າວ ໄດ້ເຊັນສັນຍາລິເລີ່ມ ໃນວັນທີ 31 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ຫ້ອງວ່າການສູນກາງພັກ ໃນນາມຄະນະຄຸ້ມຄອງໂຄງການຝ່າຍລາວ ແລະ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ໃນນາມຄະນະຄຸ້ມຄອງໂຄງການຝ່າຍ
ຫວຽດນາມ ມີມູນຄ່າທັງໝົດ 340,471,500,000 ດົ້ງ(ສະກຸນເງິນຫວຽດນາມ) ໃນນັ້ນ, ທຶນສົມທົບຂອງ
ລັດຖະບານລາວມີຈຳນວນ9 ຕື້ກີບ ແລະ ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ 330 ຕື້ດົ້ງ. ມາຮອດປັດຈຸບັນ,ໂຄງການນີ້ ໄດ້ດຳເນີນໄປຕາມຈິດໃຈຊີ້ນຳຂອງກົມການເມືອງສູນກາງພັກ ແລະຄະນະຊີ້ນຳທັງສອງຝ່າຍ ຊຶ່ງມີຜົນສຳເລັດທີ່ດີຫຼາຍດ້ານ ໂດຍສະເພາະບັນດາໜ້າວຽກແມ່ນໄດ້ສຳເລັດແລ້ວ 99 ສ່ວນຮ້ອຍ ເພື່ອຮັດເເໜ້ນສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່ ຄວາມສາມັກຄີພິເສດ ເເລະ ການຮ່ວມມືຮອບດ້ານທີ່ມີມາເເຕ່ດົນດານລະຫວ່າງລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ນັບມື້ນັບເເຕກດອກອອກຜົນ ເເລະ ນັບມື້ລົງສູ່ລວງເລີກ.
ຂ່າວ: ເດດອາລຸນ