ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍເລຂາທິການໃຫ່ຍ, ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ, ຮອງປະທານພັກປະຊາຊົນ ກໍາປູເຈຍ

Dec 3, 2025

ວັນທີ 2 ທັນວາ 2025, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ, ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ກໍຄື ໃນນາມສ່ວນຕົວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ມາຍັງ ສົມເດັດ ເຕຍບັນ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຊຶ່ງຖືເປັນການສະໜັບສະໜູນ, ເປັນການໃຫ້ກໍາລັງໃຈອັນແຮງກ້າແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
May be an image of the Oval Office, dais and text
ສົມເດັດ ເຕຍບັນ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນ ກຳປູເຈຍ ອ້າຍນ້ອງ ສະ​ແດງ​ຄວາມຂອບໃຈເປັນຢ່າງສູງ ມາຍັງສະຫາຍເລຂາທິການໃຫຍ່, ປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັບອົບອຸ່ນ, ສະໜິດສະໝົມເຕັມໄປດ້ວຍໄມຕີຈິດມິດຕະພາບ, ໄດ້ສະແດງຄວາມຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຢ່າງຈົບງາມ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນສໍາຄັນ ທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ 2 ຊາດ ກໍາປູເຈຍ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.
ສອງຝ່າຍ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນ ໃນການຊ່ວຍເຫຼືອສະໜັບສະໜູນກັນ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ກໍຄື ບົດບັນທຶກກອງປະຊຸມສຸດຍອດ ຄັ້ງທີ 15 ຂອງສອງພັກ ແລະ ຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ; ສອງຝ່າຍ ຢືນຢັນ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ແລະ ກໍາປູເຈຍ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນຂອງສອງຊາດ ລາວ-ກໍາປູເຈຍ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຝາກຄໍາຢື້ຢາມຖາມຂ່າວເຖິງສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ບັນດາການນໍາຂັ້ນສູງທ່ານອື່ນໆຂອງກໍາປູເຈຍ.