ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຄະນະຜູ້ແທນສະພາສູງສະຫະພັນຣັດເຊຍ.

Dec 3, 2025

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ)ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ນິໂກລາຍ ຊູຣາວະໂລບ, ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນວັນທີ 2 ທັນວາ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ.
ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ທີ່ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ສະຫະພັນຣັດເຊຍ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນຫຼາຍດ້ານຕະຫຼອດໄລຍະຜ່ານມາ.
May be an image of one or more people May be an image of dais and text
ທ່ານ ນິໂກລາຍ ຊູຣາວະໂລບ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະນຳຂອງສູນກາງແນວລາວສ້າງຊາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສະຫະພັນຣັດເຊຍ ໃນໄລຍະຜ່ານມາໂດຍຫຍໍ້. ທ່ານຍັງໄດ້ເນັ້ນເຖິງສະຫະພັນຣັດເຊຍຍິນດີ ຈະສຶບຕໍ່ຮ່ວມມືໃນຂົງເຂດວຽກງານການສຶກສາ, ການບໍລິການ, ການທ່ອງທ່ຽວ ແລະ ວຽກງານອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ -ລາວ ໃຫ້ເພິ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ+ພາບ: ເຢ