ວັນທີ 2 ທັນວາ 2025 ທີ່ຫ້ອງຮັບແຂກກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະ ມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ເຈິນ ຮົງ ມິງ ລັດຖະມົນຕີ ກະຊວງກໍ່ສ້າງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດຕິດຕາມຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ມາເຂົ້າຮ່ວມງານສະຫຼອງວັນສະຖາປະນາ ສປປ ລາວຄົບຮອບ 50 ປີ.
ໃນໂອກາດນີ້, ລັດຖະມົນຕີທັງສອງທ່ານ ໄດ້ສົນທະນາແລກປ່ຽນດ້ວຍໄມຕີຈິດມິດຕະພາບອັນດີງາມຫຼາຍບັນຫາ. ໃນນັ້ນ, ວຽກງານສໍາຄັນ ແລະ ຕົ້ນຕໍທີ່ຍົກມາສົນທະນາໃນການພົບປະຄັ້ງນີ້, ແມ່ນເລື່ອງການສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ, ລົດໄຟລາວ-ຫວຽດນາມ ແລະ ທ່າເຮືອຫວຸງອ່າງ.
ການພົບປະຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຕໍ່ສອງພັກ, ສອງລັດກໍຄືສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ພ້ອມທັງເປັນນິມິດໝາຍສຳຄັນຕໍ່ການຮັດແໜ້ນການຮ່ວມມືຂອງທັງສອງກະຊວງໃນຕໍ່ໜ້ານັບມື້ເກີດດອກອອກຜົນງົດງາມຍິ່ງຂຶ້ນ.



